ໂຮງໝໍແຂວງສະຫວັນນະເຂດ ເລີ່ມເປີດນຳໃຊ້ເຄື່ອງ TC Scanner

97

ທ້າຍອາທິດຜ່ານມາ ໂຮງໝໍແຂວງສະຫວັນນະເຂດ ໄດ້ຈັດພິທີເປີດນຳໃຊ້ເຄື່ອງ TC sacanner ເພື່ອຄວາມຊັດເຈນໃນການບົ່ງມະຕິພະຍາດ.
ທ່ານ ນາງ ແສງວອນ ຖັງ ຜູ້ອຳນວຍການ ບໍລິສັດ ໄຊມັງກອນ ການຢາ ຈຳກັດ ເຊິ່ງເປັນບໍລິສັດທີ່ລົງທຶນກໍໄດ້ຂຶ້ນກ່າວມອບເຄື່ອງ TC scanner ລຸ້ນ neuviz16, ທີ່ໄດ້ຕິດຕັ້ງ, ພ້ອມໃຫ້ບໍລິການແກ່ຄົນເຈັບທີ່ຈະມາໃຊ້ບໍລິການ ເຊິ່ງເຄື່ອງດັ່ງກ່າວເປັນການລົງທຶນຂອງ ບໍລິສັດ ໄຊມັງກອນການຢາ ຈຳກັດ ໂດຍຮ່ວມກັບໂຮງໝໍແຂວງສະຫວັນນະເຂດ ເພື່ອນຳໃຊ້ເຂົ້າໃນການບົ່ງມະຕິພະຍາດທີ່ມີຄຸນນະພາບ, ມີຄວາມຊັດເຈນໃຫ້ແກ່ຄົນເຈັບ.

ທ່ານ ດຣ. ແສງດາວ ສີດາໄລ ຮັກສາການຫົວໜ້າພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຕັດສິນໃຈຂອງຄະນະອຳນວຍການໂຮງໝໍແຂວງ ທີ່ມີແນວຄິດລິເລີ່ມແກ້ບັນຫາດ້ານຄຸນນະພາບການບໍລິການ, ຍົກສູງຄຸນນະພາບການບົ່ງມະຕິ ເຊິ່ງໄດ້ມີການດຳເນີນການ, ປະສານ, ມີການປຶກສາຫາລື ແລະ ສ້າງນິຕິກຳໃນການເຊັນ MOU ກັບ ບໍລິສັດ ໄຊມັງກອນ ຂຶ້ນໃນໄລຍະຜ່ານມາ. ການທີ່ເຮົາມີເຄື່ອງ TC scanner ນີ້ ແມ່ນມີຄວາມສຳຄັນຫຼາຍໃນການຊ່ວຍບົ່ງມະຕິພະຍາດໃຫ້ມີຄວາມຊັດເຈນ ແລະ ມີຄຸນນະພາບ, ສິ່ງທີ່ຄວນເອົາໃຈໃສ່ໃນຕໍ່ໜ້າ ກໍຄືບັນຫາດ້ານການບຳລຸງຮັກສາ, ການຕິດຕາມ, ກວດກາ ແລະ ບັນຫາອື່ນໆ.

ໂອກາດສຸດທ້າຍ ທ່ານ ດຣ. ແສງດາວ ສີດາໄລ ກໍໄດ້ກ່າວເປີດການນຳໃຊ້ເຄື່ອງ TC scanner ພ້ອມທັງຮ່ວມກັນຕັດແຖບຜ້າເປີດການນຳໃຊ້ຢ່າງເປັນທາງການ.