ຊາວບ້ານນາຮ່ອງໃຫຍ່ ກຽມລົງມືກໍ່ສ້າງນ້ຳປະປາຊຸມຊົນ

109

ພາຍຫຼັງທີ່ກອງທຶນຫຼຸດຜ່ອນຄວາມທຸກຍາກ ( ທລຍ ) ໄດ້ທົດລອງປະຕິບັດໂຄງການໃນຮູບແບບ CFA ຫຼື ຊຸມຊົນເປັນເຈົ້າການມາແລ້ວໃນປີຜ່ານມານີ້ ເຊິ່ງສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນ ບໍ່ວ່າຈະເປັນດ້ານຄຸນນະພາບຂອງໂຄງການທີ່ໄດ້ຮັບ, ການປະກອບສ່ວນ ແລະ ປະຊາຊົນມີລາຍຮັບຈາກກິດຈະກຳຕ່າງໆຂອງໂຄງການ ເຊິ່ງເປັນຜູ້ລົງມືເຮັດເອງ, ຈັດການບໍລິຫານທຶນດ້ວຍຊຸມຊົນກໍຄືເປັນຜູ້ສ້າງ, ປົກປັກຮັກສາ ແລະ ນຳໃຊ້.

ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ສືບຕໍ່ຜັນຂະຫຍາຍ, ຖອດຖອນບົດຮຽນ ແລະ ປະຕິບັດຢ່າງມີປະສິດທິຜົນໃນຕໍ່ໜ້າ. ມາໃນວັນທີ 3 ສິງຫານີ້ ທລຍ ແຂວງສາລະວັນ ນຳໂດຍ ທ່ານ ກິພະຈັນ ໂພສາລີ ຫົວໜ້າ ທລຍ ແຂວງສາລະວັນ ພ້ອມດ້ວຍຄະນະ ໄດ້ລົງປະເມີນ, ຮັບຮອງແບບ ແລະ ລິເລີ່ມໂຄງການຍ່ອຍຢູ່ບ້ານນາຮ່ອງໃຫຍ່ ເມືອງຕຸ້ມລານ.

ປະຊາຊົນບ້ານນາຮ່ອງໃຫຍ່ ເມືອງຕຸ້ມລານ ໄດ້ມີການແບ່ງງານ, ແບ່ງຄວາມຮັບຜິດຊອບ ໂດຍສະເພາະໄດ້ມີການປຶກສາຫາລືຮັບຮອງແບບແຜນການຈັດຕັ້ງປະຕິບັດ ແລະ ລິເລີ່ມໂຄງການກໍ່ສ້າງນ້ຳປະປາຊຸມຊົນຢູ່ບ້ານນາຮ່ອງໃຫຍ່, ມີຂະໜາດຄວາມກວ້າງຂອງອ່າງ 2,5 x 2,5 ແມັດ, ຄວາມສູງຂອງອ່າງ 6 ແມັດ, ຄວາມເລິກການເຈາະນ້ຳບາດານ 45 – 60 ແມັດ ແລະ ຄຸນນະພາບຂອງນ້ຳ ຕ້ອງໄດ້ຜ່ານການວິໄຈ, ຮັບຮອງຈາກພະແນກສາທາແຂວງ ລວມມູນຄ່າການກໍ່ສ້າງທັງໝົດ 130 ລ້ານກວ່າກີບ, ໃນນັ້ນທຶນ ທລຍ ສະໜັບສະໜູນ 110 ລ້ານກວ່າກີບ ແລະ ຊຸມຊົນປະກອບສ່ວນ 10 ລ້ານກວ່າ ຄາດວ່າຈະໄດ້ເລີ່ມຕົ້ນໃນທ້າຍເດືອນສິງຫາ 2020 ນີ້ ແລະ ຈະໃຫ້ສຳເລັດໃນເດືອນຕຸລາ 2020.
ບ້ານນາຮ່ອງໃຫຍ່ ມີພົນລະເມືອງທັງໝົດເກືອບ 1.000 ຄົນ ຍິງ 402 ຄົນ ແລະ ມີທັງໝົດ 89 ຄອບຄົວ.