ມາຮູ້ຈັກ ຊານະ ນັກເຕະໜ້າຕາດີ ພ້ອມຄວາມສາມາດຈາກແຂວງຫຼວງພະບາງ (ມີຄລິບ)

297

ຄວາມເຄື່ອນໄຫວຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີທີ່ຢູ່ໃນໄລຍະຝຶກຊ້ອມ ແລະ ຄັດເລືອກນັກກີລາກຽມເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ 2020 ຮອບສຸດທ້າຍ ທີ່ປະເທດອຸດສະເບກິດສະຖານ ໃນທ້າຍປີນີ້ ເຊິ່ງປັດຈຸບັນແມ່ນມີ 40 ນັກກີລາ ທີ່ລຸ້ນຕິດ 1 ໃນ 23 ນັກເຕະຄົນສຸດທ້າຍກຽມເຂົ້າຮ່ວມລາຍການດັ່ງກ່າວ.

ໃນນັ້ນກໍມີນັກເຕະໃໝ່ຈາກ ແຂວງຫຼວງພະບາງ ຈໍານວນ 4 ຄົນປະກອບມີ: ຊານະ ມະນີຜົນ, ສິນນະກອນ ກຸມະນີຄໍາ, ຈຸ່ນ ມິດຕະພາບ ແລະ ທອງພັນ ບຸນປະເສີດ ທີ່ຜ່ານຮອບຄັດເລືອກຈາກພາກເໜືອ ໄດ້ສິດມາຄັດເລືອກທີ່ນະຄອນຫຼວງວຽງຈັນ ໄດ້ເດີນທາງມາຮອດສູນຝຶກຊ້ອມ ຫຼັກ 16 ນະຄອນຫຼວງວຽງຈັນ ໃນວັນເສົາທີ 1 ສິງຫາຜ່ານມາ ເຊິ່ງໄດ້ເລີ່ມຝຶກຊ້ອມ ແລະ ທົດສອບນັດອຸ່ນເຄື່ອງເມື່ອທ້າຍອາທິດທີ່ຜ່ານມາ.

ມື້ນີ້ທາງທີມຂ່າວເສດຖະກິດ-ການຄ້າ ຂອງພວກເຮົາຈະມາແນະນໍາ ນັກເຕະຄົນທໍາອິດກັນກ່ອນ ທີ່ໄດ້ມາຄັດເລືອກກັບທີມຊາດລາວ ຢູ 19 ເຖິງນະຄອນຫຼວງວຽງຈັນ ຫຼັງຈາກທີ່ໄດ້ໄປສໍາພາດນັກເຕະທັງ 4 ຄົນໃນອາທິດທີ່ຜ່ານມາ.

ຊານະ ມະນີຜົນ ກອງກາງສູງ 178 ຊັງຕີແມັດ ນໍ້າໜັກ 63 ກິໂລກຣາມ ອາຍຸ 17 ປີຮຽນຈົບ ມໍ 7 ໃນປີນີ້ຈາກໂຮງຮຽນປະຊາທິປະໄຕ ແຂວງຫຼວງພະບາງ ເລົ່າວ່າ: ຈຸດເລີ່ມຕົ້ນຂອງການຫຼິ້ນບານເຕະຂອງນ້ອງແມ່ນຕອນຮຽນຢູ ປ 5 ເປັນຄົນທີ່ມັກເບິ່ງບານເຕະ ແລະ ມີລຸງເປັນອະດີດນັກເຕະຂອງແຂວງຫຼວງພະບາງ ຈິ່ງມີຄວາມຜູກພັນ ແລະ ໄດ້ໄປຊ້ອມກັບລຸງໃນແຕ່ລະມື້ຕອນແລງ. ນອກນັ້ນ, ທຸກໆມື້ຈະອອກກໍາລັງກາຍຕອນເຊົ້າ.

“ ສ່ວນອຸປະສັກການເຕະບານ ແມ່ນຍັງເປັນນັກຮຽນ ແລະ ເປັນຄົນທີ່ຮຽນຂ້ອນຂ້າງຫຼາຍ ເຮັດໃຫ້ເວລາໃນການຊ້ອມບານໜ້ອຍ ເຊິ່ງນ້ອຍໄດ້ແບ່ງເວລາຄື ຫຼັງເລີກຮຽນ 4 ໂມງກໍຈະໄປຊ້ອມບານກ່ອນ ໂດຍເອົາເຄື່ອງໄປພ້ອມ ຈົນຮອດ 6 ໂມງຈິ່ງໄປຮຽນເພີ່ມຕໍ່. ຢ່າງໃດກໍຕາມ ພໍ່ແມ່ກໍຢໍ້າຕະຫຼອດວ່າ ຖ້າວ່າມັກເຕະບານ ກໍຕ້ອງເອົາການຮຽນຄວບຄູ່ໄປນໍາ ພ້ອມໃຫ້ການສະໜັບສະໜູນນ້ອງເຕັມທີ່ ” ຊານະ ກ່າວ.

ຜົນງານເດັ່ນໆຂອງ ຊານະ ແມ່ນເລີ່ມເຕະໃຫ້ກັບໂຮງຮຽນຕອນ ມໍ 2 ໃນປີ 2013 ແລະ ໄປແຂ່ງຂັນກັບຮຸ່ນອ້າຍ ຈົນມາເຖິງ ມໍ 4 ໄດ້ລົງເປັນຕົວຈິງ ແລະ ໄດ້ເຂົ້າສະໂມສອນເຍົາວະຊົນ ຫຼວງພະບາງ ໂດຍອາຈານ ວາລະສິນ ເປັນຜູ້ສອນ ພາໄປແຂ່ງຂັນລາຍການທີ່ອຸດົມໄຊ ກໍໄດ້ແຊັມມາ ໃນລາຍການ 4 ແຂວງພາກເໜືອ ; ຫຼ້າສຸດໃນຕົ້ນປີ 2020 ກໍໄດ້ແຊັມກັບ ແຂວງຫຼວງພະບາງ ໃນລາຍການ 5 ແຂວງພາກເໜືອ ທີ່ແຂວງບໍ່ແກ້ວ ຈົນໃນທີ່ສຸດຄວາມຝັນກໍກາຍເປັນຈິງ ປັດຈຸບັນໄດ້ຂຶ້ນມາຄັດເລືອກກັບທີມຊາດລາວ ຢູ 19 ແນ່ນອນມັນເປັນຄວາມພາກພູມໃຈ ທີ່ດີທີ່ສຸດຂອງນ້ອງ ເພາະຄັ້ງໜຶ່ງກໍ່ໄດ້ມາຄັດທີມຊາດ ແລະ ຝຶກຊ້ອມກັບທີມຊາດ ເຊິ່ງຕ້ອງຂໍຂອບໃຈຄູຝຶກທີ່ໃຫ້ໂອກາດລົງແຂ່ງຂັນນັດທໍາອິດກັບທີມຊາດ, ນ້ອງຈະພັດທະນາຕົວເອງຕໍ່ໄປໃຫ້ດີທີ່ສຸດ ເພື່ອລຸ້ນຕິດຮອບ 35 ແລະ 23 ຄົນສຸດທ້າຍ.

ຝາກຕິດຕາມຄົນຕໍ່ໄປໃນບົດໜ້າ.
ຂ່າວ: ຄໍາສອນ; ຮູບ: ສອນໄຊ