ໜຸ່ມຫຼໍ່ ສາວງາມ ຮ່ວມງານເປີດໂຕຜະລິດຕະພັນຄຣີມກັນແດດເຟຍຟິນ

79

ໃນວັນທີ 8 ສິງຫາ 2020 ຜ່ານມາ ທີ່ຮ້ານອາຫານຊັນທາຣາ ໄດ້ມີພິທີເປີດໂຕສິນຄ້າ ຜະລິດຕະພັນຄຣີມກັນແດດເຟຍຟິນ (Fiafin Sunscreen) ເຊິ່ງພາຍໃນງານມີບັນດາ ດາລາ, ຄົນດັງໃນວົງການບັນເທິງເຂົ້າຮ່ວມເປັນຈໍານວນຫຼາຍ ເປັນຕົ້ນ ສາວ ເຈນ ມາໄລລັກ ພະຈັນ Miss Grand Laos 2019, ສາວ ລັດ ລັດດາພອນ ພົມສຸວັນ Miss Crystal Angel International 2019; ໜຸ່ມ ອາລີ້ ທະນູພົນ ໄຊຖາວອນ Mr International Laos 2019 ແລະ ໜຸ່ມອ້າຍ ສົມສຸກສະດີ ວົງພັນສີ ຜູ້ເຂົ້າປະກວດ Mr International Laos 2019.

ດ້ານ ທ່ານ ນາງ ໃຈພອນ ປັນຍານຸວົງ ເຈົ້າຂອງຜະລິດຕະພັນດັ່ງກ່າວ ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນຂອງການສ້າງຜະລິດຕະພັນໂຕນີ້ແມ່ນມາຈາກຕົນເອງທີ່ມັກເລື່ອງຄວາມສວຍຄວາມງາມຢູ່ແລ້ວ ຈຶ່ງຢາກເລີ່ມຕົ້ນທຸລະກິດດ້ວຍສິ່ງທີ່ຕົນເອງມັກ. ແຕ່ທັງນີ້ກ່ອນຈະໄດ້ຜະລິດຕະພັນ ເຟຍຟິນ ຕົນເອງແມ່ນໄດ້ຊອກຄົ້ນ, ສຶກສາເປັນຢ່າງດີເພື່ອໃຫ້ສິນຄ້າໄດ້ຄຸນະພາບ, ປອດໄພ ແລະ ເຫັນຜົນດີທີ່ສຸດຕໍ່ຜູ້ຊົມໃຊ້, ເຊິ່ງຄຣີມກັນແດດເຟຍຟິນແມ່ນສາມາດຕອບໂຈດໄດ້ ເພາະນອກຈາກຈະກັນແດດແລ້ວ ຍັງຊ່ວຍໃຫ້ຜິວຊຸ່ມຊື່ນກະຈ່າງໃສ ບໍ່ກໍ່ໃຫ້ເກີດສິວອຸດຕັນ ແລະ ສໍາຄັນຮັກສາຜິວໜ້າໃຫ້ອ່ອນກວ່າໄວນໍາອີກ.

ແນວໃດກໍ່ຕາມ ສໍາລັບງານເປີດໂຕສິນຄ້າທີ່ຫາກໍ່ຜ່ານໄປນັ້ນ ບັນຍາກາດພາຍໃນງານແມ່ນເຕັມໄປດ້ວຍຄວາມຄຶກຄື້ນມ່ວນຊື່ນ, ມີການແຈກຂອງທີ່ລະນຶກ ແລະ ລາງວັນຕ່າງໆໃຫ້ກັບຜູ້ທີ່ເຂົ້າມາຮ່ວມງານຢ່າງຫຼວງຫຼາຍ ບໍ່ໃຫ້ໄດ້ກັບບ້ານມືເປົ່າກັນເລີຍ.