ຕິດກາໝາຍໂອດ໊ອບໃຫ້ຜະລິດຕະພັນເຫຼົ້ານາຊູ

124

ມອບກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ໃຫ້ແກ່ຜະລິດຕະພັນເຫຼົ້ານາຊູ ໂຮງຕົ້ມເຫຼົ້າເລກ 1 ຂອງ ທ່ານ ນາງ ດອກຄູນ ພັນນະວົງ ບ້ານນາຊູ ເມືອງໂພນໂຮງ ແຂວງວຽງຈັນ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 5 ສິງຫາ 2020 ທີ່ສະໂມສອນເມືອງ ມອບໃບຢັ້ງຢືນ ໂດຍ ທ່ານ ສົມປະສົງ ສຸວົງຄຳຈັນ ເຈົ້າເມືອງໂພນໂຮງ, ມີທ່ານ ໄພວັນ ປະຖໍາມະວົງ ຫົວໜ້າພະແນກອຸດສາຫະກຳ – ການຄ້າແຂວງວຽງຈັນ.

ທ່ານ ນາງ ດອກຄູນ ພັນນະວົງ ເຈົ້າຂອງໂຮງຕົ້ມເຫຼົ້າ ເລກ 1 ຜະລິດຕະພັນເຫຼົ້າ ນາຊູ ໄດ້ລາຍງານປະຫວັດ ຄວາມເປັນມາໃນການລິເລີ່ມຜະລິດຕະພັນເຫຼົ້ານາຊູ ໃຫ້ຮູ້ວ່າ: ຄຳວ່ານາຊູ ເປັນຊື່ຂອງບ້ານນາຊູ ເມືອງໂພນໂຮງ ໃນເມືອກ່ອນປະຊາຊົນຊາວບ້ານນາຊູ ແມ່ນຮູ້ຈັກວິທີຕົ້ມເຫຼົ້າກິນເອງ ແລະ ຕົ້ມຂາຍ, ໃຊ້ຮູບການຕົ້ມເຫຼົ້າແບບໝໍ້ນ້ອຍ ແລະ ໃຊ້ເຂົ້າໜຽວປະສົມກັບແປງເຫຼົ້າທີ່ມີສ່ວນປະກອບຂອງສະໝຸນໄພທຳມະຊາດ ບວກກັບພື້ນຖານຄອບຄົວຂອງພໍ່ແມ່ທີ່ໄດ້ຜະລິດເຫຼົ້າມາກ່ອນ ແຕ່ມີລັກສະນະປະຖົມມະຖານ.

ເພື່ອເປັນການຕອບໜອງໄດ້ຄວາມຕ້ອງການຂອງສັງຄົມ ຜະລິດຕະພັນເຫຼົ້ານາຊູ ໄດ້ປັບປຸງພັດທະນາສິນຄ້າຕົນເອງໃຫ້ເປັນທີ່ຍອມຮັບຂອງສັງຄົມ ເຊິ່ງໄດ້ປັບປຸງຫຼາຍດ້ານ ເປັນຕົ້ນຂັ້ນຕອນວິທີການຜະລິດ, ຮູບແບບຫຸ້ມຫໍ່ຜະລິດຕະພັນ, ລົດຊາດຂອງເຫຼົ້າ ອັນໄດ້ເຮັດໃຫ້ຜະລິດຕະພັນເຫຼົ້ານາຊູ ເປັນທີ່ຍອມຮັບຂອງສັງຄົມ.

ທ່ານ ນາງ ສົມສະໜິດ ລາດສະວົງ ຮອງຫົວໜ້າຫ້ອງການ ອຄ ເມືອງ ໄດ້ລາຍງານການເຄື່ອນໄຫວ, ການຊຸກຍູ້ ເພື່ອສ້າງເປັນຜະລິດຕະພັນໂອດ໊ອບຜ່ານການລົງຕິດຕາມກວດກາ ເຫັນວ່າຜູ້ປະກອບການໄດ້ເອົາໃຈໃສ່ປະຕິບັດຕາມຂັ້ນຕອນທີ່ຄະນະຮັບຜິດຊອບ ໂດຍສະເພາະປະຕິບັດຕາມລະບຽບການຂອງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ແລະ ການຄ້າ ກະຊວງ ອຄ ວາງອອກໄດ້ດີ.