ເມືອງເງິນເມືອງດຽວ ເສຍຫາຍຍ້ອນນ້ຳຖ້ວມ 1,7 ຕື້ກວ່າກີບ

119

ເມືອງເງິນ ເປັນໜຶ່ງໃນບັນດາ 8 ເມືອງທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມໃນແຂວງໄຊຍະບູລີ ເຊິ່ງຜ່ານການປະເມີນເບື້ອງຕົ້ນພົບວ່າ ມີຜົນເສຍຫາຍຫຼາຍເຖິງ 1,7 ຕື້ກວ່າກີບ ກວມເອົາ 3 ບ້ານເກືອບ 50 ຄອບຄົວ ເສຍຫາຍຫຼາຍກວ່າໝູ່ແມ່ນພື້ນທີ່ການຜະລິດໄຮ່ນາຮົ້ວສວນ.

ວັນທີ 5 ສິງຫາ 2020 ນີ້ ທ່ານ ບຸນລັບ ແສງອາພອນ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມທີມງານຄະນະກຳມະການ ຕ້ານ ແລະ ຄວບຄຸມ ໄພພິບັດຂັ້ນແຂວງ ໄດ້ລົງຊຸກຍູ້ ແລະ ກວດກາເບິ່ງຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ເມືອງເງິນ ແຂວງໄຊຍະບູລີ, ທ່ານ ສີທະນົນໄຊ ທອງເທພາ ຮອງເຈົ້າເມືອງ ໃນນາມປະທານຄະນະກຳມະການ ຕ້ານ ແລະ ຄວບຄຸມ ໄພພິບັດຂັ້ນເມືອງ ໄດ້ລາຍງານ ຜົນກະທົບໄພພິບັດນ້ຳຖ້ວມຢູ່ເມືອງເງິນ ໃນຄັ້ງວັນທີ 3 ສິງຫາ 2020ນີ້ວ່າ:

ຕາມການລົງເກັບກຳຂໍ້ມູນເບື້ອງຕົ້ນ ມີນ້ຳຖ້ວມເຮືອນຂອງປະຊາຊົນ ຈຳນວນ 3 ບ້ານ: ບ້ານ ແກ້ວດອນຄູນ 48 ຄອບຄົວ, ບ້ານ ກາງ 3 ຄອບຄົວ, ບ້ານ ທອງ 1 ຄອບຄົວ ລວມມູນຄ່າເສຍຫາຍ 47,5 ລ້ານກວ່າກກີບ , ເນື້ອທີ່ນາຖືກຜົນກະທົບທັງໝົດ 112,64 ເຮັກຕາ ລວມມູນຄ່າເສຍຫາຍ 1,4ຕື້ກວ່າກີບ ມີ 317 ຄອບຄົວ 1.470 ຄົນ, ເນື້ອທີ່ເຂົ້າເນີນສູງ ເສຍຫາຍ 69,43 ເຮັກຕາ ລວມມູນຄ່າເສຍຫາຍ 31,2 ລ້ານກີບ, ເນື້ອທີ່ສາລີແຂງ ເສຍຫາຍ 18,2 ເຮັກຕາ ລວມມູນຄ່າເສຍຫາຍ 122,8 ລ້ານກີບ, ໝາກເດືອຍ ເສຍຫາຍ 0,5 ເຮັກຕາ ລວມມູນຄ່າເສຍຫາຍ 3,5 ລ້ານກີບ, ສັດປີກ 395 ໂຕ, ຄອງເໝືອງເຈື່ອນ 60 ແມັດ ລວມມູນຄ່າເສຍຫາຍຈາກໄພພິບັດນ້ຳຖ້ວມຢູ່ເມືອງເງິນ ໃນຄັ້ງນີ້ ມີທັງໝົດ 1,7 ຕື້ກວ່າກີບ.


ສ່ວນດ້ານພື້ນຖານໂຄງລ່າງ ລະບົບເສັ້ນທາງ, ຂົວ ແລະ ລະບົບຊົນລະປະທານແມ່ນປົກກະຕິດີ, ຈາກນັ້ນ ທາງທີມງານຄະນະກຳມະການ ຕ້ານ ແລະ ຄວບຄຸມ ໄພພິບັດຂັ້ນແຂວງ ແລະ ເມືອງ ເຊິ່ງນຳໂດຍ ທ່ານ ຄຳແພງ ຕັດສະຫວັດ ເຈົ້າເມືອງ-ເມືອງເງິນ ກໍ່ໄດ້ລົງກວດກາເບິ່ງຜົນເສຍຫາຍຕົວຈິງຢູ່ສະຖານທີ່ຕ່າງໆທີ່ຖືກຜົນກະທົບ.


ໂດຍ: ອິນແປງ ແຫວນຄຳ.