ສາເຫດ “ ພາວະນ້ຳໜັກເກີນ ” (ພະຍາດຕຸ້ຍ) ທີ່ບໍ່ໄດ້ມາຈາກການ “ ກິນ ”

148

ພາວະນ້ຳໜັກເກີນ ແລະ ພະຍາດຕຸ້ຍ ເປັນພາວະທາງສຸຂະພາບທີ່ເກີດຈາກຫຼາຍປັດໄຈ ທັ້ງທາງພັນທຸກຳສິ່ງແວດລ້ອມ ວິຖີຊີວິດ ທີ່ສົ່ງຜົນເພີ່ມຄວາມສ່ຽງຕໍ່ພະຍາດຕ່າງໆ ໄດ້ແກ່: ຄວາມດັນເລືອດສູງ, ເບົາຫວານ, ພະຍາດຫົວໃຈ, ພະຍາດອຳມະພຶກອຳມະພາດ, ພະຍາດມະເລັງບາງຊະນິດ ແລະຍັງກະທົບຕໍ່ບັນຫາທາງກາຍະພາບ ເຊັ່ນ: ມີການອຸດຕັນທາງເດີນຫາຍໃຈ ຫຼື ພະຍາດນອນກົນ ຂໍ້ເຂົ່າເຊື່ອມ.

ເຮົາຈະຮູ້ໄດ້ແນວໃດວ່າເຮົາກຳລັງສ່ຽງ “ ພາວະພະຍາດຕຸ້ຍ ”

ພາວະພະຍາດຕຸ້ຍ ບົ່ງມະຕິໂດຍໃຊ້ດັດຊະນີມວນຮ່າງກາຍ ຫຼື BMI ນ້ຳໜັກ (ກກ) ສ່ວນສູງ(ແມັດ) ສຳລັບຄົນອາຊີ ຖ້າຫາກມີດັດຊະນີມວນຮ່າງກາຍຫຼາຍກວ່າ 23 ຖືວ່າມີພາວະນ້ຳໜັກເກີນ ຖ້າຫາກຫຼາຍກວ່າ 25 ແມ່ນເຂົ້າສູ່ເກນພະຍາດຕຸ້ຍ ແຕ່ BMI ກໍບໍ່ແມ່ນຄຳຕອບຂອງທຸກຢ່າງ ເນື່ອງຈາກຄົນທີ່ອອກກຳລັງກາຍຫຼາຍໆ ມວນກ້າມຊີ້ນຫຼາຍ ອາດຈະມີ BMI ທີ່ເກີນມາດຕະຖານ ຫຼື ຄົນທີ່ເບິ່ງຄືຈອຍແຕ່ຄວາມຈິງແລ້ວອາດມີໄຂມັນສະສົມສູງຫຼາຍ ເຮົາຈຶ່ງຄວນມີເຄື່ອງມືອື່ນເຂົ້າມາຊ່ວຍວັດແທກ ເຊັ່ນ: ການວັດແທກຮອບແອວ ຄ່າປົກກະຕິໃນຜູ້ຍິງຈະຢູ່ທີ່ 80 cm ແລະ ຜູ້ຊາຍບໍ່ຄວນເກີນ 90 cm ເຄື່ອງທີ່ໃຊ້ວັດແທກໄຂມັນ ແລະ ກ້າມຊີ້ນທີ່ເຫັນໃນຟິດເນສ ຫຼື ໂຮງໝໍ ແຕ່ຖ້າໃຜທີ່ຕ້ອງການຄວາມຖືກຕ້ອງຊັດເຈນຫຼາຍຂຶ້ນກໍອາດໃຊ້ເຄື່ອງ DXA Scan ໃນການວັດແທກເປີເຊັນໄຂມັນ ຊຶ່ງເປັນເຄື່ອງດຽວກັນກັບທີ່ໃຊ້ກວດມວນກະດູກ.

ປັນຫາພະຍາດພາວະນ້ຳໜັກເກີນ ແລະ ພະຍາດຕຸ້ຍ ຈັດເຂົ້າເປັນພະຍາດທີ່ຄວນໄດ້ຮັບການເບິ່ງແຍງຮັກສາ ເພາະວ່າບໍ່ໄດ້ມາຈາກພຶດຕິກຳການກິນອາຫານຫຼາຍເກີນໄປ ຫຼື ຂີ້ຄ້ານອອກກຳລັງກາຍພຽງຢ່າງດຽວ ຫຼາຍຄົນອາດຈະມີປັນຫາຈາກຮໍໂມນ ເຊັ່ນ: ໄທລອຍຕໍ່າ ຫຼື ມີພາວະຖົງນ້ຳຮວງໄຂ່ (PCOS) ທີ່ສົ່ງຜົນຕໍ່ການຜົນຜານຂອງຮ່າງກາຍ.

ຂັ້ນຕອນໃນການເບິ່ງແຍງຮັກສາພາວະນ້ຳໜັກເກີນ ຫຼື ພະຍາດຕຸ້ຍ

1 ປັບປ່ຽນວິຖີຊີວິດ ໂດຍເລີ່ມຕົ້ນໃນສິ່ງທີ່ຕົນເອງເຮັດໄດ້ກ່ອນ

ກິນອາຫານແປຮູບໜ້ອຍ ເນັ້ນໂປຣຕິນ ແລະ ຜັກໃບຂຽວ ອາຫານກຸ່ມແປ້ງເນັ້ນເປັນກຸ່ມດັດຊະນີນ້ຳຕານຕໍ່າ (Low Glycemic Index) ເຊັ່ນ: ເຂົ້າກ້ອງ ໝາກໄມ້ບໍ່ຫວານຫຼາຍ.

ເລີ່ມຕັ້ງເປົ້າໝາຍການອອກກຳລັງກາຍ

ເພີ່ມການໃຊ້ພະລັງງານໃນກິດຈະວັດປະຈຳວັນ ເຊັ່ນ: ຍ່າງໃຫ້ຫຼາຍຂຶ້ນ, ເຮັດວຽກເຮືອນທີ່ໃຊ້ແຮງຫຼາຍ, ຫຼຸດຄວາມຄຽດ ແລະ ປັບຄຸນນະພາບການນອນໃຫ້ດີ ຖ້າບໍ່ປັບສອງຈຸດນີ້ ການລົດ້ຳໜັກກໍຈະບໍ່ຄ່ອຍສຳເລັດ.

2 ການໃຊ້ຢາພາຍໃຕ້ຄຳແນະນຳຂອງແພດ ກໍລະນີຂໍ້ບົ່ງຊີ້ ເພື່ອໃຫ້ການຫຼຸດນ້ຳໜັກສຳເລັດງ່າຍຂຶ້ນ ແລະ ຫຼຸດຄວາມສ່ຽງຕໍ່ພະຍາດອື່ນໆ ເຊັ່ນ: ເບົາຫວານ ເປັນຕົ້ນ.

3 ການຜ່າຕັດກະເພາະອາຫານ ກໍລະນີດັດຊະນີມວນກາຍສູງຫຼາຍ ແລະ ມີພະຍາດຮ່ວມ.

ຫຼາຍຄົນເມື່ອມີບັນຫາເລື່ອງນ້ຳໜັກໂຕ ອາດຈະພະຍາຍາມລອງຫຼຸດນ້ຳໜັກດ້ວຍໂຕເອງແລ້ວບໍ່ຄ່ອຍສຳເລັດ ແລ້ວຄິດວ່າເປັນເພາະພຶດຕິກຳຂອງໂຕເອງຢ່າງດຽວ ແຕ່ຄວາມຈິງແລ້ວອາດມີບັນຫາຢ່າງອື່ນຢູ່ກໍໄດ້ ຈຶ່ງຢາກສະໜັບສະໜຸນຄົນເຈັບໃນການຄິດຢາກຫຼຸດນ້ຳໜັກເຂົ້າໄປປຶກສາໝໍຫາສາເຫດ ແລະ ຮັບຟັງທາງເລືອກໃນການຫຼຸດນ້ຳໜັກທີ່ຫຼາກຫຼາຍ ແລະ ປອດໄພ ເພື່ອສຸຂະພາບທີ່ດີໃນໄລຍະຍາວ.