ນ້ຳຖ້ວມໄຊຍະບູລີຊຸດນີ້ກະທົບ 8 ເມືອງ 50 ກວ່າບ້ານ ລ້ວນມາຈາກອິດທິພົນພະຍຸຊິນລາກູ

166

ຕາມການລາຍງານ ຂອງທ່ານ ນາງ ບຸນພັກ ອິນທະປັນຍາ, ຮອງເຈົ້າແຂວງໆໄຊຍະບູລີ ທັງເປັນຫົວໜ້າຄະນະກຳມະການປ້ອງກັນໄພພິບັດຂັ້ນແຂວງ ໃຫ້ຮູ້ວ່າ: ໄພພິບັດນ້ຳຖ້ວມອັນເນື່ອງມີຈາກອິດທິພົນຂອງພາຍຸຊິນລາກູຄັ້ງນີ້ກະທົບເຖິງ 8 ເມືອງຄື ເມືອງໄຊຍະບູລີ, ບໍ່ແຕນ, ເມືອງເງິນ, ເມືອງຄອບ, ເມືອງພຽງ, ແກ່ນທ້າວ, ທົ່ງມີໄຊ ແລະ ເມືອງໄຊສະຖານ ແຂວງໄຊຍະບູລີ ປະຊາຊົນຈຳນວນ 54 ບ້ານ, 1.740 ຄອບຄົວ ລວມມູນຄ່າເສຍຫາຍເບື້ອງຕົ້ນຫລາຍກວ່າ 2,8 ຕື້ກວ່າກີບ.

ເມືອງທີ່ໄດ້ຮັບຜົນກະທົບໜັກແມ່ນເມືອງພຽງມີເນື້ອທີ່ນາຖືກນໍ້າຖ້ວມຫລາຍກວ່າ 300 ເຮັກຕາ, ເມືອງບໍ່ແຕນມີເສັ້ນທາງຂາດຫລາຍຈຸດ, ຂົວອູ່ 2 ແຫ່ງບໍ່ສາມາດນໍາໃຊ້ໄດ້, ສະເພາະເທດສະບານແຂວງຄືເມືອງໄຊຍະບູລີແມ່ນປະຊາຊົນທີ່ອາໄສຢູ່ລຽບແຄມແມ່ນໍ້າຮຸ່ງກວມເອົາ 12 ບ້ານ.

ມາຮອດປະຈຸບັນຫລາຍເມືອງລະດັບນໍ້າໄດ້ຫລຸດລົງ ແລະເລີ່ມເຂົ້າສູ່ສະພາບປົກກະຕິແລ້ວ ຕໍ່ສະພາບການດັ່ງກ່າວອົງການປົກຄອງແຂວງ ແລະເມືອງພວມລະດົມການຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບໃນເບື້ອງຕົ້ນຕາມເງື່ອນໄຂຕົວຈິງ.

ຮອງເຈົ້າແຂວງໆໄຊຍະບູລີ ໃຫ້ຮູ້ຕື່ມວ່າ: ປະຈຸບັນອົງການປົກຄອງແຂວງໄດ້ແຕ່ງຕັ້ງຄະນະກຳມະການປ້ອງກັນໄພພິບັດຂັ້ນແຂວງ, ຂັ້ນເມືອງ ລົງຕິດຕາມສະພາບການຢູ່ບັນດາເມືອງຢ່າງໃກ້ຊິດ ເພື່ອປະເມີນຜົນເກັບກຳສະພາບຄວາມເສຍຫາຍລະອຽດ, ແກ້ໄຂສຸກເສີນບ່ອນທີ່ມີຄວາມຈຳເປັນ ແລະ ໃຫ້ການຊ່ວຍເຫຼືອ ເປັນຕົ້ນການສະໜອງເຂົ້າສານ, ເຄື່ອງໃຊ້ຄົວເຮືອນສຳລັບຄອບຄົວ, ພ້ອມທັງເຕືອນປະຊາຊົນເພີ່ມຄວາມລະມັດລະວັງຕື່ມ ໂດຍສະເພາະເຮືອນທີ່ອາໄສຢູ່ແຄມນໍ້າ ເພື່ອຫລຸດຜ່ອນເສຍຫາຍໃຫ້ໜ້ອຍລົງ.

Cr: Media Laos