ຫຼວງນ້ຳທາຍຶດພ້ອມທຳລາຍຖິ້ມຊີ້ນໝູລັກລອບນຳເຂົ້າຫຼາຍກວ່າ 5ໂຕນ

77

ເຖິງແມ່ນວ່າລັດຖະບານຈະມີມາດຕະການຫ້າມນໍາເຂົ້າຊີ້ນໝູ ແລະ ຜະລິດຕະພັນໝູທຸກຊະນິດ ລວມທັງຜະລິດຕະພັນປຸງແຕ່ງເບື້ອງຕົ້ນຈາກ ສປ ຈີນ ແລະ ສສ ຫວຽດນາມ ເຂົ້າສູ່ ສປປ ລາວ ແຕ່ວ່າຜ່ານມາກໍ່ຍັງພົບວ່າມີການລັກລອບນໍາເຂົ້າ, ຫຼ້າສຸດ ຫຼວງນໍ້າທາໄດ້ຍຶດພ້ອມທໍາລາຍຖິ້ມຜະລິດຕະພັນຊີ້ໝູແຊ່ແຂງ ແລະເຄື່ອງໃນຫຼາຍເຖິງ 5ໂຕນກວ່າ.

ໃນວັນທີ 29 ກໍລະກົດ 2020 ທີ່ຜ່ານມາ, ທີ່ສະໜາມຂີ້ເຫື້ຍອຂອງແຂວງຫຼວງນ້ຳທາໄດ້ຈັດພິທີທຳລາຍຊີ້ນໝູທີ່ຍຶດໄດ້ຈາກແມ່ຄ້າທີ່ນຳເຂົ້າຈາກ ສປ ຈີນ, ໂດຍການເຂົ້າຮ່ວມຂອງທ່ານ ຄຳແພງ ພະນາວັນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ, ໂດຍມີຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.

ກ່ອນໜ້ານີ້ ເຈົ້າໜ້າທີ່ສັດຕະວະແພດ, ເຈົ້າໜ້າທີ່ພາສີ, ອາຫານ ແລະ ຢາ ປະຈຳດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ຮ່ວມກັບ ນາງ ອານຸສອນ ຫຼ້າສຸກັນ ບໍລິສັດ ອາລິສາ ການຄ້າຂາອອກ-ຂາເຂົ້າຈຳກັດ ໄດ້ກວດສິນຄ້າ ຢູ່ລົດໝາຍເລກທະບຽນ AJ 7811(ລົດຈີນ) ຢູ່ສາງຄ່ຽນຖ່າຍບໍລິສັດແອວເອັສ, ໂດຍປະຕິບັດຕາມແຈ້ງການຂອງກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບການສະກັດກັ້ນ ຫ້າມນໍາເຂົ້າໝູ ແລະ ຜະລິດຕະພັນໝູທຸກຊະນິດ ລວມທັງຜະລິດຕະພັນປຸງແຕ່ງເບື້ອງຕົ້ນຈາກ ສປຈີນ ແລະ ສສ ຫວຽດນາມ ເຂົ້າສູ່ ສປປ ລາວ ເລກທີ 0259/ກປ, ລົງວັນທີ 21 ເດືອນມີນາ 2019, ຜ່ານການກວດກາຕົວຈຶ່ງແມ່ນພົບສິນຄ້າທີ່ຫ້າມນຳເຂົ້າຄື: ຊີ້ນໝູແຊ່ແຂງຈຳນວນ 195 ແກັດ ນໍ້າໜັກ 4.875 ກິໂລ ແລະ ໄສ້ໝູ 23 ແກັດ ນໍ້າໜັກ 230 ກິໂລ ລວມທັງໝົດ 5.105 ກິໂລ.

ແນວໃດກໍ່ຕາມ ສໍາລັບຊີ້ນໝູດັ່ງກ່າວ ທາງເຈົ້າໜ້າທີ່ພາສີ, ອາຫານ ແລະ ຢາ ປະຈຳດ່ານສາກົນບໍ່ເຕ່ນໄດ້ຍຶດພ້ອມທັງເຮັດບົດບັນທຶກ ແລະ ໄດ້ສຶກສາອົບຮົມໃນຕໍ່ໜ້າບໍ່ໃຫ້ນຳເຂົ້າມາອີກ.

ຂໍ້ມູນຈາກ: ຫຼວງນໍ້າທາວັນໃໝ່