“ລາບໝູ” ກັບວິທີເຮັດທີ່ງ່າຍແຖມແຊບຖືກໃຈ

305

ລາບໝູລົດຊາດທີ່ເຂັ້ມຂຸ້ນ ລົດຊາດແຊບເຜັດຈັດຈ້ານ ກິນຄູ່ກັບຜັກເຂົ້າກັນໄດ້ດີ ຖ້າມີເຂົ້າໜຽວຮ້ອນໆຈົກກິນ ຮັບຮອງແຊບຈົນຕ້ອງຂໍເພີ່ມກັນແນ່ນອນ.

ວັດຖຸດິບ

ໝູສັບ 200 ກຣາມ

ນ້ຳໝາກນາວ 1 ບ່ວງແກງ

ນ້ຳປາ 1 ບ່ວງແກງ

ຜົງປຸງລົດຊາດ ½ ບ່ວງຊາ

ໝາກເຜັດປົ່ນ 1 ບ່ວງຊາ

ເຂົ້າຂົ້ວ 1 ບ່ວງແກງ

ຫອມບົວ, ຫອມປ້ອມ, ຫອມເປ, ຫອມລາບ, ຫອມບົວແດງແຫ້ງ (ຊອຍໃສ່ຕາມໃຈມັກ)

ວິທີປຸງແຕ່ງ

  1. ລ້າງຜັກຫອມທັ້ງໝົດທີ່ຈະໃສ່ລາບແລ້ວຊອຍໄວ້.

  2. ນຳເອົາໝູສັບໃສ່ໝໍ້ຕັ້ງໄຟຕື່ມນ້ຳໃສ່ເລັກນ້ອຍ ຂົ້ວຈົນໝູສັບສຸກກໍປິດໄຟໄວ້ພັກໃຫ້ໝູເຢັນ.

  3. ປຸງລົດຊາດໂດຍໃສ່ນ້ຳປາ ຜົງປຸງລົດຊາດ ໝາກເຜັດປົ່ນ ແລະ ເຂົ້າຂົ້ວຄົນໃຫ້ເຂົ້າກັນ.

  4. ໃສ່ນ້ຳໝາກນາວ ຄົນໃຫ້ເຂົ້າກັນອີກຮອບໜຶ່ງພ້ອມໃສ້ຜັກຫອມທີ່ກຽມໄວ້ໃສ່ລົງໄປໃຫ້ໝົດ.

  1. ຕັກເສີບໃສ່ຈານພ້ອມຜັກກັບຕ່າງໆຕາມໃຈມັກເລີຍ.