ເຈົ້າແຂວງໄຊຍະບູລີ ເຄື່ອນໄຫວຢ້ຽມຢາມປະຊາຊົນບ້ານນໍ້າພຽງ ເມືອງບໍ່ແຕນ

206

ໃນວັນທີ 30 ກໍລະກົດ 2020 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ໄດ້ນໍາພາ ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມຊາຍແດນ ກະຊວງປ້ອງກັນປະເທດ ພ້ອມດ້ວຍທີມງານ ລົງຢ້ຽມຢາມ ແລະ ໂອ້ລົມປະຊາຊົນ ບ້ານນໍ້າພຽງ ເມືອງບໍ່ແຕນ ແຂວງໄຊຍະບູລີ.

ກ່ອນອື່ນແມ່ນໄດ້ຮັບຟັງການລາຍງານສະພາບຂອງບ້ານຈາກ ທ່ານ ຄໍາແພງ ພູສີຄໍາ ນາຍບ້ານນໍ້າພຽງ ວ່າ: ບ້ານນໍ້າພຽງ ໄດ້ສ້າງຕັ້ງຂຶ້ນໃນຕົ້ນປີ 2017, ເປັນບ້ານທີ່ຕັ້ງຢູ່ລຽບຊາຍແດນລາວ – ໄທ, ມີ 50 ຄອບຄົວ, ມີຈຳນວນພົນ 293 ຄົນ ຍິງ 147 ຄົນ, ອາຊີບສ່ວນໃຫຍ່ແມ່ນເຮັດນາ, ເຮັດສວນປູກພືດ ແລະ ລ້ຽງສັດ ເປັນຕົ້ນແມ່ນປູກສາລີ, ມັນຕົ້ນ, ໝາກເດືອຍ ແລະ ອື່ນໆ. ພ້ອມນີ້, ຄະນະບ້ານຍັງໄດ້ເຮັດໜ້າທີ່ເຄື່ອນໄຫວຮ່ວມກັບອ້າຍນ້ອງທະຫານຊາຍແດນທີ່ປະຈໍາແຕ່ລະປ້ອມ ກວດກາຂອບເຂດຊາຍແດນທີ່ບ້ານຮັບຜິດຊອບ, ເຮັດໃຫ້ບໍລິເວນດັ່ງກ່າວມີ ຄວາມສະຫງົບໂດຍພື້ນຖານ.

ຈາກນັ້ນ, ທ່ານເຈົ້າແຂວງ ກໍໄດ້ນໍາພາທີມງານຂອງ ທ່ານ ນາຍພົນ ຢ້ຽມຢາມອ້າຍນ້ອງທະຫານຊາຍແດນທີ່ເຮັດໜ້າທີ່ປ້ອງກັນຊາຍແດນຢູ່ປ້ອມນໍ້າພຽງ, ປ້ອມພູວຽງ 1 ແລະ ພູວຽງ 2, ກ່ອນອື່ນແມ່ນໄດ້ຖາມຂ່າວຄາວ, ຄວາມສຸກ – ທຸກ ແລະ ໃຫ້ກໍາລັງໃຈກັບອ້າຍນ້ອງທະຫານຊາຍແດນແຕ່ລະຄົນ, ພ້ອມທັງໄດ້ຮຽກຮ້ອງໃຫ້ອ້າຍນ້ອງທະຫານແຕ່ລະສະຫາຍທີ່ປະຈໍາແຕ່ລະປ້ອມຈົ່ງເຊີດຊູທຸກກໍາລັງແຮງເຂົ້າໃນການປະຕິບັດໜ້າທີ່ – ທີ່ຊາດໄດ້ມອບໝາຍໃຫ້ ກໍຄືການຮັກສາຊາຍແດນ, ເຂດນໍ້າແດນດິນອັນຄົບຖ້ວນຂອງຊາດ.

[ ຂ່າວ – ຮູບ: ອຸ່ນເຮືອນ ໂພທິລັກ ] ນັກຂ່າວຫ້ອງວ່າການ