ຊ້າງນ້ອຍ ເອັຟຊີ ຊະນະນັດທໍາອິດໃນລາວລີກປີນີ້ໄດ້ແລ້ວ, ສ່ວນ ມາສເຕີ 7 ເອັຟຊີ ຕາມແຊ້ມເກົ່າທັນແລ້ວ

169

ຊ້າງນ້ອຍ ເອັຟຊີ ປົດລ໋ອກຊະນະໃນ ເປບຊີ ລາວລີກ 1 ລະດູການ 2020 ໄດ້ສໍາເລັດ ຫຼັງເອົາຊະນະ ປກສ ເອັຟຊີ 3-1 ໃນວັນທີ 1 ສິງຫາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 (ສະໜາມໃນ)

ໂດຍ ຊ້າງນ້ອຍ ເອັຟຊີ ໄດ້ປະຕູຈາກ TAKUMU ນາທີໆ 19, ວັນນະສອນ ດວງໄມຕີ ນາທີໆ 49 ແລະ ບຸນພະຈັນ ບຸນກອງ ນາທີໆ 69, ສ່ວນ ປກສ ເອັຟຊີ ໄດ້ປະຕູຈາກ ກີ້ດາວອນ ສຸວັນນີ ນາທີໆ 45+2 ຈາກຈຸດໂທດ.

ສ່ວນ ມາສເຕີ 7 ເອັຟຊີ ຮອງແຊັມເກົ່າຕາມ ແຊັມເກົ່າ ລາວໂຕໂຢຕ້າ ເອັຟຊີ ທັນແລ້ວ ຫຼັງເອົາຊະນະ ວຽງຈັນ ເອັຟທີ ໄປຂາດລອຍ 5-1 ເກັບເພີ່ມເປັນ 10 ຄະແນນເທົ່າກັນ ລາວໂຕໂຢຕ້າ ເອັຟຊີ ແຕ່ ລາວໂຕໂຢຕ້າ ເອັຟຊີ ຍັງນໍາຕໍ່ເນື່ອງຈາກມີຜົນປະຕູໄດ້ເສຍດີກວ່າພຽງ 1 ລູກ.

ຢ່າງໃດກໍຕາມ, ລາວໂຕໂຢຕ້າ ເອັຟຊີ ມີລຸ້ນໜີຫ່າງອີກຄັ້ງ ເພາະມື້ອື່ນວັນທີ 2 ສິງຫາ 2020 ມີນັດພົບກັບ ວຽງຈັນ ເອັຟຊີ ນ້ອງໃໝ່ຈາກແຂວງວຽງຈັນ ໃນເວລາ 16:00 ໂມງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16

ສ່ວນ ຊ້າງນ້ອຍ ເອັຟຊີ ເກັບເພີ່ມເປັນ 4 ຄະແນນຈາກ 4 ນັດຢູ່ອັນດັບ 5 ຂອງຕາຕະລາງ ໂດຍມີຄະແນນເທົ່າກັບ ອັນດັບ 4 ວຽງຈັນ ເອັຟຊີ ແລະ ອັນດັບ 6 ປກສ ເອັຟຊີ.