ເຟດ ຮັກສາດອກເບ້ຍຕ່ຳ ພ້ອມໃຊ້ທຸກເຄື່ອງມືເພື່ອກະຕຸ້ນເສດຖະກິດ

168

ເມື່ອວັນທີ 29 ກໍລະກົດຜ່ານມາວ່າ: ໃນກອງປະຊຸມຄະນະກຳມະການກຳນົດນະໂຍບາຍດ້ານການເງິນ (FOMC) ຂອງທະນາຄານກາງສະຫະລັດອາເມຣິກາ ຫຼື ເຟດ ມີມະຕິຍັງຮັກສາອັດຕາດອກເບ້ຍນະໂຍບາຍເອົາໄວ້ທີ່ລະດັບ 0 ຫາ 0,25% ເນື່ອງຈາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ – 19 ໃນສະຫະລັດຍັງເພີ່ມຂຶ້ນ, ໃນຂະນະທີ່ສັນຍານການຟື້ນຕົວຂອງເສດຖະກິດກໍຢຸດສະງັກ.

ເອັຟໂອເອັມຊີ ລະບຸວ່າ: ການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ສ້າງຜົນເສຍຫາຍໃຫ້ແກ່ເສດຖະກິດຂອງສະຫະລັດ ແລະ ທົ່ວໂລກ, ຫາກສະຖານະການຍັງບໍ່ດີຂຶ້ນ ກິດຈະກຳທາງເສດຖະກິດກໍຍັງຄົງຢຸດສະງັກອີກຕໍ່ໄປ. ຈາກສະຖານະການດັ່ງກ່າວນີ້ ຈຶ່ງເຮັດໃຫ້ ເຟດ ຍັງຮັກສາອັດຕາດອກເບ້ຍໃກ້ 0% ຕໍ່ໄປ ຈົນກວ່າກິດຈະກຳທາງເສດຖະກິດຈະກັບຄືນມາ ແລະ ສາມາດຈ້າງງານເພີ່ມຂຶ້ນ.