ແຂວງອັດຕະປື ປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

238

ພວກເຮົາມີມື້ນີ້ຍ້ອນມີພວກເພິ່ນຄົນລຸ້ນກ່ອນເປັນຜູ້ບຸກເບີກ ເປີດທາງໃຫ້ ເມື່ອເພິ່ນກະສຽນແລ້ວກໍ່ຕ້ອງມີນະໂຍບາຍຕອບແທນຜົນງານໃຫ້ພວກເພິ່ນ, ສຳລັບແຂວງອັດຕະປື ໃນວັນທີ 28 ກໍລະກົດ 2020 ໄດ້ມອບເງິນນະໂຍບາຍ ໃຫ້ຜູ້ມີຜົນ ງານ, ຄຸນງາມຄວາມດີຕໍ່ປະເທດຊາດ. ພີທີໄດ້ຈັດຂຶ້ນທີ່ພະແນກແຮງງານ ແລະ ສະຫວັດດີການສັງ ຄົມ ແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ພ້ອມດ້ວຍລູກຫລານ ຍາດພີ່ນ້ອງຜູ້ທີ່ໄດ້ຮັບນະ ໂຍບາຍເຂົ້າຮ່ວມ.


ໃນພິທີໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວ່າດ້ວຍການປະຕິບັດນະໂຍບາຍ ເງິນປ່ຽນແທນໂກຕາລົດ ປະຈໍາປີ 2019 ໃຫ້ຜູ້ທີ່ມີຜົນງານ, ຄຸນງາມຄວາມດີຕໍ່ປະເທດຊາດ ໂດຍສະເພາະພະນັກງານອາວຸໂສ ເຂົ້າການປະຕິວັດແຕ່ປີ 1954 ຄືນຫລັງ, ເຊິ່ງໄດ້ອານຸມັດເງິນປ່ຽນແທນໂກຕາລົດ ມູນຄ່າ 100 ກວ່າລ້ານກີບ ໃຫ້ 2 ທ່ານ ແລະ ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການອະນຸມັດຈ່າຍເງິນນະໂຍບາຍ ຕາມດໍາລັດ 272/ລບ, ເຊິ່ງໄດ້ຈ່າຍເງິນນະໂຍບາຍອຸດໜູນເທື່ອດຽວໃຫ້ຜູ້ຍັງມີຊິວິດ ປະຈໍາປີ 2019 ຈໍານວນ 25 ທ່ານ, ຍິງ 5 ທ່ານ, ເປັນເງິນຈໍານວນ 600 ກວ່າລ້ານກີບ.


ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ມີຄໍາເຫັນວ່າ: ການທີ່ພັກ-ລັດໄດ້ປະຕິບັດນະ ໂຍບາຍອຸດໜູນເທື່ອດຽວ ແລະ ນະໂຍບາຍປ່ຽນແທນໂກຕາລົດ ໃນຄັ້ງນີ້, ກໍ່ເພື່ອສະແດງເຖິງຄວາມຮູ້ບຸນຄຸນ, ຄຸນງາມຄວາມດີ ຂອງການເສຍສະຫລະຂອງປະຊາຊົນລາວບັນດາເຜົ່າ ທີ່ມີຕໍ່ປະເທດຊາດ,ເຊິ່ງຍາມໃດພັກ ແລະ ລັດຖະບານກໍ່ຄື ອໍານາດການປົກຄອງແຂວງອັດຕະປື ຈະບໍ່ມີວັນລືມໄດ້ຕໍ່ຜູ້ມີຄຸນງາມຄວາມດີ ທີ່ເຄີຍເສຍສະຫລະຕໍ່ປະເທດຊາດ. ພ້ອມນີ້, ທ່ານ ຍັງໄດ້ເນັ້ນຕື່ມວ່າ: ເງິນນະໂຍ ບາຍທີ່ໄດ້ມອບໃຫ້ໃນຄັ້ງນີ້, ແມ່ນໃຫ້ບັນດາລູກຫລານ ຍາດຕິພີ່ນ້ອງ ນໍາໄປພັດທະນາຊີວິດຄອບຄົວໃຫ້ດີຂຶ້ນ ແລະ ນໍາໃຊ້ເງິນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ.

(ຂ່າວສານ ຮສສ)