ຍົກລະດັບຄວາມຮູ້ວຽກງານສິດທິເດັກ ແລະ ໂຄສະນາພະຍາດໂຄວິດ-19 ແກ່ສື່ມວນຊົນລາວ

113

ເພື່ອເປັນການທົບທວນຄືນການມີສ່ວນຮ່ວມຂອງສື່ມວນຊົນລາວ ໃນການປະຕິບັດສິດທິເດັກໃນປີຜ່ານມາ ໂດຍສະເພາະການມີສ່ວນຮ່ວມຂອງສື່ ໃນການໂຄສະນາພະຍາດໂຄວິດ-19 ພ້ອມຍົກລະດັບຄວາມຮູ້ແກ່ສື່ມວນຊົນໃນວຽກງານປົກປ້ອງເດັກ, ກຽມພ້ອມຮັບມືກັບສະພາບອາດເກີດມີການລະບາດຮອບສອງຂອງພະຍາດໂຄວິດ-19, ດັ່ງນັ້ນ ກົມສື່ມວນຊົນ ກະຊວງ ຖວທ ຈຶ່ງຈັດກອງປະຊຸມປະຈໍາປີວຽກງານສື່ມວນຊົນທົ່ວປະເທດ ກ່ຽວກັບການປົກປ້ອງເດັກ, ຄົນລາວລຸ້ນປີ 2030 ຂຶ້ນ ແລະ ການປ້ອງກັນພະຍາດໂຄວິດ-19 ຂຶ້ນ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 29 ຫາ 31 ກໍລະກົດ 2020 ທີ່ແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ສົມສະຫວາດ ພົງສາ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ); ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມະຫາໄຊ ເກດບຸນທໍາ ຮອງຫົວໜ້າພະແນກ ຖວທ ແຂວງອຸດົມໄຊ, ທ່ານ ຕະບອງເພັດ ພຸດທະວົງ ວ່າການຫົວໜ້າພະແນກໂຄສະນາ ແລະ ສື່ສານມວນຊົນ ອົງການຢູນເຊບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນໃນທົ່ວປະເທດເຂົ້າຮ່ວມ.

ສໍາລັບຈຸດປະສົງຫຼັກຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອທົບທວນການມີສ່ວນຮ່ວມ ໃນການປະຕິບັດສິດທິເດັກ ໃນປີຜ່ານມາ, ໂດຍສະເພາະການມີສ່ວນຮ່ວມຂອງສື່ໃນການໂຄສະນາພະຍາດໂຄວິດ-19; ເພື່ອສ້າງແຜນການໂຄສະນາ ສິດທິເດັກໃນຕໍ່ໜ້າ ໂດຍສະເພາະການໂຄສະນາແຜນງານສ້າງຄົນລຸ້ນໃໝ່ຂອງລາວປີ 2030 ຫຼື Lao Generation 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຕໍ່ການບັນລຸຄາດໝາຍໝັ້ນຕໍ່ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ທີ່ໄດ້ໃຫ້ຄວາມໝາຍໝັ້ນໃນປີ 2019; ໃຫ້ຄວາມຮູ້ວຽກງານປົກປ້ອງເດັກ ແກ່ສື່ມວນຊົນໃນທົ່ວປະເທດ; ການປະກອບສ່ວນຂອງສື່ມວນຊົນໃນການໂຄສະນາໃຫ້ແກ່ວຽກງານແຜນງານສ້າງໄວໜຸ່ມລາວປີ 2030, ວຽກງານປົກປ້ອງເດັກ ແລະ ວຽກງານຕ້ານ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19; ການກຽມຄວາມພ້ອມຂອງສື່ມວນຊົນຫາກເກີດມີການລະບາດຂອງໂຄວິດ-19 ຮອບສອງ; ປຶກສາຫາລືປັບປຸງຮູບແບບ ແລະ ເນື້ອໃນຂອງນັກຂ່າວ ເພຈມີເດຍລາວ ຫຼື Media Laos page ພ້ອມຮັບຮູ້ສະພາບການຄຸ້ມຄອງສື່ມວນຊົນໃນປັດຈຸບັນ ແລະ ຕໍ່ໜ້າ.

ທ່ານ ສົມສະຫວາດ ພົງສາ ກ່າວວ່າ: ການຈັດກອງປະຊຸມດັ່ງກ່າວ ປີນີ້ເປັນຄັ້ງທີ 5ແລ້ວ ເຊິ່ງໝູນວຽນກັນຈັດຢູ່ບັນດາແຂວງ ນັບແຕ່ ແຂວງວຽງຈັນ, ຈໍາປາສັກ, ສະຫວັນນະເຂດ, ຊຽງຂວາງ ແລະຫຼ້າສຸດແມ່ນອຸດົມໄຊ, ເຊິ່ງສິ່ງສໍາຄັນໃນການຈັດກອງປະຊຸມນັ້ນ ກໍ່ເພື່ອທົບທວນຄືນສິ່ງທີ່ສື່ມວນຊົນລາວເຮັດໄດ້ໃນໄລຍະຜ່່ານມາ ທັງວຽກງານປົກປ້ອງເດັກ ແລະ ບັນຫາທ້າທາຍກໍ່ຄືການລະບາດຂອງພະຍາດໂຄວິດ-19 ພ້ອມນີ້ກໍ່ຍັງຈະໄດ້ໃຫ້ຄວາມຮູ້ວິທີການຂຽນຂ່າວລົງສື່ອອນລາຍ ໂດຍສະເພາະແມ່ນ ເພຈ ມີເດຍລາວ. ແນວໃດກໍ່ຕາມ ປີນີ້ແຕກຕ່າງຈາກທຸກປີເນື່ອງຈາກມີວິທະຍາກອນເຂົ້າຮ່ວມບັນຍາຍເຖິງ 5ທ່ານຈາກ 5ພາກສ່ວນ ທີ່ຈະມາໃຫ້ຄວາມຮູ້ ສ້າງຄວາມເຂົ້າໃຈແກ່ສື່ມວນຊົນໃນຄັ້ງນີ້.