ເປີດຕົວ ເອັສທີທີ ທາງການພ້ອມເປົ້າໝາຍຕິດ 1 ໃນ 4 ໃນລາວລີກ 2 ແລະ ຫວັງເລື່ອນຊັ້ນສູ່ລີກສູງສຸດ

120

ພິທີເປີດໂຕສະໂມສອນ ເອັສທີທີ ເອັບຊີ ຢ່າງເປັນທາງການ ໄດ້ມີຂຶ້ນ ເມື່ອວັນເສົາທີ 25 ກໍລະກົດ ຜ່ານມາ ທີຮ້ານອາຫານຊ້າງ ເອັຟຊີ (ສະໜາມກີລາເຕະບານຫຍ້າທຽມ ຊ້າງ 3) ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິສອນ ພັນທະວົງ ປະທານວິສາຫະກິດສ່ວນບຸກຄົນ ເອັສທີທີ ບໍລິການເຄື່ອງໃຫ້ເຊົ່າກ໋ວຍກັບການກໍ່ສ້າງ ຄົບວົງຈອນ ທັງເປັນປະທານສະໂມສອນ ເອັສທີທີ ເອັຟຊີ, ທ່ານ ສົມປອງ ທອງມະນີ ຮອງປະທານສະໂມສອນ ເອັສທີທີ ເອັຟຊີ, ປະທານບໍລິສັດ ເອັສພິທີ່ປືກສາ-ກວດສອບບັນຊີ ແລະ ທີ່ປືກສາການລົງທຶນຈຳກັດ ແລະ ທ່ານ ເວີນສະຫວັນ ສີວິໄຊ ຫົວໜ້າຄູຝຶກສະໂມສອນດັ່ງກ່າວ ພ້ອມດ້ວຍບັນດາຜູ້ຕາງໜ້າໃຫ້ການສະໜັບສະໜູນ, ຄະນະຄູຝຶກ, ນັກກີລາ ແລະ ສື່ມວນຊົນບາງພາກສ່ວນເຂົ້າຮ່ວມ.

ທ່ານ ວິສອນ ພັນທະວົງ ກໍໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງຄູຝຶກ ແລະ ນັກກີລາ ທີ່ຕັດສິນໃຈປະກອບສ່ວນເຫື່ອແຮງທຸ້ມເທເພື່ອສະໂມສອນ ເອັດທີທີ ເອັບຊີ ຕະຫຼອດໄລຍະທີ່ຜ່ານມາ ເຖິງວ່າທີມພວກເຮົາຈະບໍ່ມີງົບປະມານເພື່ອຕອບສະໜອງເປັນຄ່າແຮງງານລາຍເດືອນກໍຕາມ ແຕ່ກໍເຊື່ອໝັ້ນວ່າ ທຸກຄົນຈະສືບຕໍ່ສ້າງຄວາມຫວັງທີ່ສະໂມສອນ ຕັ້ງເປົ້າໝາຍໄວ້ຕິດ 1 ໃນ 4 ເພື່ອສ້າງໂອກາດໃຫ້ທີມຂອງພວກເຮົາສາມາດເລື່ອນຊັ້ນຂຶ້ນໄປຫຼິ້ນໃນລີກສູງສຸດຂອງປະເທດໃຫ້ປະກົດຜົນເປັນຈິງ.

ສໍາລັບ ຜົນງານນັດທໍາອິດຂອງ ເອັສທີທີ ເອັຟຊີ ສາມາດຊະນະ ບີແກນ ຢູໄນເຕັດ 3-1 ປະຕູ ໃນການແຂ່ງຂັນບານເຕະ ລາວລີກ 2 ອາທິດທໍາອິດໃນທ້າຍອາທິດທີ່ຜ່ານມາ.
ຂ່າວ-ຮູບ: ສົງການ