ລາວລີກ 2 ອາທິດທໍາອິດວັດກັນ 6 ຄູ່ຮູ້ຜົນຊະນະ-ເສຍ 5 ຄູ່ ( ສະເໝີ 1 ຄູ່) ມີ 18 ປະຕູເກີດຂຶ້ນ

66

ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ລະດູການ 2020 ເປີດສາກຂຶ້ນຢ່າງເປັນທາງການໃນອາທິດ ທີ່ຜ່ານມາເປັນອາທິດທໍາອິດຂອງການແຂ່ງຂັນ ເຊິ່ງວ່າມີການແຂ່ງຂັນ 6 ຄູ່ປາກົດວ່າ ຜົນອອກມາບໍ່ກິນຂາດກັນຫຼາຍປານໃດ ແລະ ທຸກທີມມີການພັດທະນາຂຶ້ນໃກ້ຄຽງກັນ ເຮັດໃຫ້ການລຸ້ນແຊັມເປັນໄປຢ່າງເບີກບານມ່ວນຊື່ນ.

ການແຂ່ງຂັນບານເຕະ ລາວລີກ 2 ມີທັງໝົດ 14 ທີມເຂົ້າຮ່ວມແບ່ງອອກເປັນ 2 ກຸ່ມ ເພື່ອຄັດເອົາ 2 ທີມທີ່ດີທີ່ສຸດເຂົ້າຮອບຕໍ່ໄປ ເຊິ່ງວ່າຜົນນັດທໍາອິດປາກົດວ່າ: ຮູ້ຜົນຊະນະ-ເສຍເຖິງ 5 ຄູ່ ແລະ ສະເໝີພຽງ 1 ຄູ່ ເຊິ່ງມີເຖິງ 18 ປະຕູເກີດຂຶ້ນ ໂດຍຜົນການແຂ່ງຂັນມີດັ່ງນີ້ິ້:

  • ວັນເສົາ 25 ກໍລະກົດ 2020 ເປັນການແຂ່ງຂັນຂອງກຸ່ມ A ( ເຄພີເອັສ ເອັຟຊີ ບໍ່ມີຕາຕະລາງແຂ່ງຂັນ ) ເຮັສບີທີ 941 ເອັຟຊີ ຊະນະ ກະຣຸດາ ເອັຟຊີ 3-0, ແຄນລາວ ຢູໄນເຕັດ ສະເໝີກັບ ນະຄອນຫຼວງ ເອັຟຊີ 2-2 ແລະ ກອງທັບ ເອັຟຊີ ຊະນະ ວຽງຈັນ ຢູໄນເຕັດ 1-0.

+ວັນອາທິດທີ 26 ກໍລະກົດ 2020 ເປັນການແຂ່ງຂັນຂອງກຸ່ມ B ( ລາວ-ທ໋ອບ ເອັຟຊີ ບໍ່ມີຕາຕະລາງແຂ່ງຂັນ ) ປາກົດວ່າ: ເອັສທີທີ ເອັຟຊີ ຊະນະ ບີແກນ ຢູໄນເຕັດ 3-1, ທຣີນີຕີ ເອັຟຊີ ຊະນະ ເອັສຊີອີ ຢູໄນເຕັດ 2-1 ແລະ ເຄວສ ຢູໄນເຕັດ ເສຍໃຫ້ ເມືອງຫາດ ຢູໄນເຕັດ 1-2.

ສໍາລັບ ທ້າຍອາທິດນີ້ແຂ່ງຂັນກັນ 6 ຄູ່ຄືເກົ່າຄື:

+ວັນເສົາທີ 1 ສິງຫາ 2020: ກຸ່ມ B ເຄວສ ຢູໄນເຕັດ ພົບ ທຣີນີຕີ ເອັຟຊີ ເວລາ 9:00 ໂມງ, ເມືອງຮາດ ຢູໄນເຕັດ ພົບ ເອັສອີຊີ ຢູໄນເຕັດ ເວລາ 16:00 ໂມງ ແລະ ລາວ-ທ໋ອບ ເອັຟຊີ ພົບ ບີແກນ ຢູໄນເຕັດ ເວລາ 16:00 ໂມງແຂ່ງຂັນທີ່ສະໜາມ ສຕລ ບ້ານຫ້ວຍຫົງທັງ 3 ຄູ່.

+ວັນອາທິດ 2 ສິງຫາ 2020: ກຸ່ມ A ແຂ່ງຂັນເວລາ 16:00 ໂມງພ້ອມກັນ ເຄພີເອັສ ເອັຟຊີ ພົບ ວຽງຈັນ ຢູໄນເຕັດ ແລະ ແຄນລາວ ຢູໄນເຕັດ ພົບ ເຮັສບີທີ 941 ເອັຟຊີ ແຂ່ງຂັນທີ່ສະໜາມ ສຕລ ບ້ານຫ້ວຍຫົງທັງສອງນັດ, ສ່ວນອີກນັດ ກະຣຸດາ ເອັຟຊີ ພົບ ກອງທັບ ເອັຟຊີ ແຂ່ງຂັນທີ່ສະໜາມກີລາແຫ່ງຊາດ ຫຼັກ 16 (ສະໜາມນອກ).