ລາວລີກ 1 ຜ່ານໄປ 3 ອາທິດ! 3 ສະໂມສອນຍັງບໍ່ເສຍ ແຊັມ-ຮອງແຊັມເກົ່າ ແລະ ມ້າມືດ ເອັສຣາ

87

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2020 ຜ່ານໄປແລ້ວ 3 ອາທິດ ປາກົດວ່າ: ມີ 3 ສະໂມສອນຍັງບໍ່ເສຍ ແລະ ໂອກາດລຸ້ນແຊັມສົດໃສນໍາໂດຍ ລາວໂຕໂຢຕ້າ ເອັຟຊີ ແຊັມເກົ່າ, ມາສເຕີ 7 ເອັຟຊີ ແລະ ນ້ອງໃໝ່ ເອັສຣາ ເອັຟຊີ ຕ່າງກໍມາດີ. ຂະນະທີ່ ອາທິດນີ້ ມີນັດແຂ່ງຂັນກາງອາທິດ.

ເປບຊີ ລາວລີກ 1 ອາທິດທີ 3 ແຂ່ງຂັນລະຫວ່າງວັນທີ 25-26 ກໍລະກົດ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ມີການແຂ່ງຂັນ 3 ຄູ່ປະກົດວ່າ: ຄູ່ທໍາອິດເປັນຄູ່ບິກແມັດ ຊ້າງນ້ອຍ ເອັຟຊີ ເສຍໃຫ້ກັບ ມາສເຕີ 7 ເອັຟຊີ 1-2, ຄູ່ທີ 2 ປກສ ເອັຟຊີ ເສຍໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ 0-4 ແລະ ວຽງຈັນ ເອັຟທີ ເສຍໃຫ້ກັບ ເອັສຣາ ເອັຟຊີ 2-5.

ຈາກຜົນດັ່ງກ່າວ ເຮັດໃຫ້ມາຮອດປັດຈຸບັນມີ 3 ສະໂມສອນທີ່ຍັງມີລຸ້ນຢ່າງເຕັມຕົວ ເນື່ອງຈາກຍັງບໍ່ເສຍຈັກນັດມີດັ່ງນີ້:

-ລາວໂຕໂຢຕ້າ ເອັຟຊີ ທີມນໍາຂອງຕາຕະລາງຄະແນນລວມປັດຈຸບັນ ລົງສະໜາມ 3 ນັດຊະນະ 2 ( ຊະນະ ຊ້າງນ້ອຍ ເອັຟຊີ 2-1 ແລະ ຊະນະ ປກສ ເອັຟຊີ 4-0 ) ແລະ ສະເໝີ 1 ( ສະເໝີກັບ ມາສເຕີ 7 ເອັຟຊີ 1-1 ) ມີ 7 ຄະແນນ.

-ເອັສຣາ ເອັຟຊີ ລົງສະໜາມ 3 ນັດຊະນະ 1 ນັດ ( ຊະນະ ວຽງຈັນ ເອັຟທີ 5-2 ) ແລະ ສະເໝີ 2 ນັດ ( ສະເໝີກັບ ຊ້າງນ້ອຍ 1-1 ແລະ ສະເໝີກັບ ປກສ ເອັຟຊີ 0-0 ) ຢູ່ອັນດັບທີ 2 ຂອງຕາຕະລາງຄະແນນລວມຈາກການມນີ 5 ຄະແນນ.

-ມາສເຕີ 7 ເອັຟຊີ ລົງສະໜາມ 2 ນັດຊະນະ 1 ນັດ ( ຊະນະ ຊ້າງນ້ອຍ 2-1 ) ແລະ ສະເໝີ 1 ນັດ ( ສະເໝີກັບ ລາວໂຕໂຢຕ້າ ເອັຟຊີ 1-1 ) ມີ 4 ຄະແນນຢູ່ອັນດັບທີ 3 ຂອງຕາຕະລາງຄະແນນລວມ.

ສ່ວນອີກ 4 ທີມແມ່ນເສຍແລ້ວປະກອບມີ ປກສ ເອັຟຊີ ລົງສະໜາມ 3 ນັດຊະນະ, ສະເໝີ ແລະ ເສຍ ແນວລະ 1 ນັດມີ 4 ຄະແນນຢູ່ອັນດັບທີ 4 ຂອງຕາຕະລາງ. ຂະນະທີ່ ວຽງຈັນ ເອັຟຊີ ລົງສະໜາມ 2 ນັດ, ຊ້າງນ້ອຍ ເອັຟຊີ ລົງສະໜາມ 3 ນັດ ແລະ ວຽງຈັນ ເອັຟທີ ລົງສະໜາມ 2 ນັດແມ່ນມີ 1 ຄະແນນເທົ່າກັນ.

ຂະນະທີ່ ອາທິດນີ້ຈະມີການແຂ່ງຂັນນັດກາງອາທິດ 3 ນັດ ( ສ່ວນເສົາອາທິດນີ້ແຂ່ງ 3 ຄູ່ຄືເກົ່າ ) ປະກອບດ້ວຍ
-ວັນທີ 28 ກໍລະກົດ 2020 ລາວໂຕໂຢຕ້າ ເອັຟຊີ ເປີດບ້ານພົບ ວຽງຈັນ ເອັຟທີ ເວລາ 16:00 ໂມງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 (ສະໜາມໃຫຍ່)
-ວັນທີ 29 ກໍລະກົດ 2020 ມາສເຕີ 7 ເອັຟຊີ ເປີດບ້ານພົບ ປກສ ເອັຟຊີ ເວລາ 16:00 ໂມງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 (ສະໜາມນອກ)
-ວັນທີ 30 ກໍລະກົດ 2020 ເອັສຣາ ເອັຟຊີ ເປີດບ້ານພົບ ວຽງຈັນ ເອັຟຊີ ເວລາ 16:00 ໂມງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 (ສະໜາມໃຫຍ່)