ເປີດຂຶ້ນແລ້ວ ກອງປະຊຸມອົງຄະນະພັກແຂວງເຊກອງຄັ້ງທີ IX

84

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ X ຂອງອົງຄະນະພັກແຂວງເຊກອງໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 28 ກໍລະກົດ 2020 ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍມີສະຫາຍ  ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ; ມີຕາງໜ້າອົງຄະນະພັກແຂວງຈໍາປາສັກ, ສາລະວັນ, ອັດຕະປື, ພະນັກງານປະຕິວັດອາວຸໂສ ແລະຜູ້ແທນສົມບູນ 155 ສະຫາຍ, ຍິງ 21 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວແຂວງທັງໝົດ 9.182 ສະຫາຍ, ຍິງ 2.185 ສະຫາຍເຂົ້າຮ່ວມ.


ສະຫາຍ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງເຊກອງ ໄດ້ກ່າວເປີດກອງປະຊຸມ, ພ້ອມທັງຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມວ່າ: ຕະຫຼອດໄລຍະ 5 ປີແຫ່ງການຈັດຕັ້ງປະຕິບັດມະຕິ X ຂອງສູນກາງພັກ, ມະຕິ IX ຂອງອົງຄະນະພັກແຂວງເຊກອງ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020) ເຮັດໃຫ້ທົ່ວແຂວງມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ລະບົບການເມືອງໄດ້ຮັບການປັບປຸງດີຂຶ້ນ, ການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍໃນລະດັບ 7,7% ຕໍ່ປີທຽບໃສ່ແຜນ 5 ປີຫຼຸດແຜນ 3,3% ມູນຄ່າ (GDP) ສະເລ່ຍໃສ່ຫົວຄົນໄດ້ 1.728 ໂດລາສະຫະລັດຕໍ່ຄົນຕໍ່ປີທຽບໃສ່ປີ 2016 ເພີ່ມຂຶ້ນ 204 ໂດລາສະຫະລັດ.


ຂົງເຂດວັດທະນະທໍາ-ສັງຄົມ ກໍໄດ້ຮັບການປັບປຸງ ແລະພັດທະນາຢ່າງຕັ້ງໜ້າ ເຮັດໃຫ້ເປົ້າໝາຍການພັດທະນາແບບຍືນຍົງດ້ານການສຶກສາບັນລຸຈໍານວນໜຶ່ງ, ໄດ້ນໍາພາປັບປຸງຄຸນນະພາບ ແລະຍົກລະດັບຄວາມຮູ້ຄວາມສາມາດຂອງຄູ-ອາຈານ, ຖືສໍາຄັນການຊັບຊ້ອນຈັດວາງຄູໃຫ້ເຂດຊົນນະບົດຫ່າງໄກສອກຫຼີກ ແລະແກ້ໄຂບັນຫາການຂາດເຂີນຄູໄດ້ໂດຍພື້ນຖານ; ຕາໜ່າງສາທາລະນະສຸກໄດ້ຮັບການປັບປຸງ ແລະຂະຫຍາຍໄປສູ່ບັນດາເມືອງ, ເຂດຫ່າງໄກສອກຫຼີກເຮັດໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການດ້ານສາທາລະນະສຸກໄດ້ຂັ້ນພື້ນຖານ; ການສົ່ງເສີມ-ການພັດທະນາສີມືແຮງງານ ແລະຈັດຫາງານໃຫ້ປະຊາຊົນເພີ່ມຂຶ້ນການຄຸ້ມຄອງແຮງງານຕ່າງປະເທດໄດ້ຫັນເຂົ້າສູ່ລະບຽບກົດໝາຍ.


ວຽກງານພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ ແລະວຽກງານສາມສ້າງ ໄດ້ຮັບການເອົາໃຈໃສ່ ແລະດໍາເນີນໄປດ້ວຍຫຼາຍຮູບແບບ, ປັບປຸງອົງການປົກຄອງບ້ານຈາກ 8 ຕໍາແໜ່ງງານມາເປັນ 5 ຕໍາແໜ່ງງານ, ນໍາພາປະຊາຊົນບັນດາເຜົ່າແກ້ໄຂຄວາມທຸກຍາກຢ່າງເປັນລະບົບ ດ້ວຍຄວາມຮັບຜິດຊອບສູງ ແລະເປັນຮູບປະທໍາຫຼາຍຂຶ້ນ, ຊີວິດປະຊາຊົນໄດ້ຮັບການປັບປຸງເກີດມີຄວາມຄອບຕົວແບບ, ບ້ານຕົວແບບດ້ານການຜະລິດ, ການປູກຝັງ-ລ້ຽງສັດ, ການບໍລິການ ແລະຫັດຖະກໍາຈັກສານ ສາມາດສ້າງລາຍໄດ້ເຂົ້າຄອບຄົວ-ບ້ານເພີ່ມຂຶ້ນ ເຊິ່ງເຮັດໃຫ້ອັດຕາຄອບຄົວທຸກຍາກນັບມື້ຫຼຸດລົງເປັນກ້າວໆ.


ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີຄັ້ງທີ VIII (2016-2020) ແລະວາງທິດທາງແຜນການ 5 ປີຄັ້ງທີ IX (2021-2025); ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງເຊກອງສະໄໝທີ IX; ການປະກອບຄໍາເຫັນຂອງຂົງເຂດວຽກງານຕ່າງໆ, ພ້ອມທັງດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດທີ X ແລະປ່ອນບັດເລືອກເອົາຜູ້ແທນສົມບູນໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນພັກທີ່ຈະຈັດຂຶ້ນໃນຕໍ່ໜ້າ.

Cr: ຂ່າວເຊກອງ