ຟຸກ ເສກສັນ ກັບອີກບົດບາດສ້າງ ຖົງມືນັກຮັບ ຂອງຕົວເອງຮັບໃຊ້ວົງການບານເຕະລາວ

164

ຖືວ່າເປັນອີກເຫດການທີ່ໜ້າສົນໃຈສໍາລັບ ເສກສັນ ໄຊສະນັ່ນ ຫຼື ຊື່ທີ່ຫຼາຍຄົນຮູ້ຈັກຢ່າງ ຟຸກ ເສກສັນ ອະດີດຜູ້ຮັກສາປະຕູຟຸດຊໍ ທີມຊາດລາວ ທີ່ປັດຈຸບັນກ້າວຂຶ້ນມາເປັນ ເລຂາທິການສະຫະພັນຟຸດຊໍນະຄອນຫຼວງວຽງຈັນ ຫຼ້າສຸດໄດ້ ນໍາເຂົ້າ ແລະ ອອກແບບຖົງມືນັກຮັບ ທີ່ເປັນຜະລິດຕະພັນຂອງຄົນລາວຢ່າງ X Brand sports

ເສນສັນ ໃຫ້ສໍາພາດວ່າ: ການຜັນໂຕມາເຮັດທຸລະກິດກ່ຽວກັບອຸປະກອນກີິລາ ໃນເທື່ອນີ້ເກີດຈາກຄວາມຫຼົງໄຫຼໃນວົງການກີລາແຕ່ນ້ອຍຈົນໃຫຍ່ ແລະ ຢາກຖ່າຍທອດໃຫ້ລຸ້ນນ້ອງໄດ້ໃຊ້ຖົງມືຄຸນນະພາບ ທີ່ເປັນແບຣນຂອງຄົນລາວເອງ ໂດຍສະເພາະຖົງມື X Brand sports ລຸ້ນ ALPHA ເປັນລຸ້ນທໍາອິດ ຕັ້ງຊື່ມາຈາກພາສາຂອງການບິນ ເຊິ່ງໝາຍເຖິງຄັ້ງທີ 1 ແລະ 1 ໝາຍເຖິງ A ສ່ວນ A ຫຍໍ້ມາຈາກ ALPHA

ຖົງມືມີ 2 ສີຄື: ສີດຳເຫຼືອງໄຟແຮງໝາຍເຖິງຕອນຕາເວັນຂຶ້້ນ ແລະ ສີດຳແດງເຂັ້ມໝາຍເຖິງຕອນຕາເວັນຕົກດິນ ເຊິ່ງເປັນຖົງມືນ້ອງໃໝ່ສໍາລັບວົງການບານເຕະລາວ ເຊິ່ງໃຫ້ການສະໜັບສະໜູນ 3 ທີມແລ້ວປະກອບດ້ວຍ ວຽງຈັນ ເອັຟທີ ແລະ ວຽງຈັນ ເອັຟຊີ 2 ທີມໃນລາວລີກ 1, ສ່ວນອີກ 1 ສະໂມສອນແມ່ນ ເມືອງຮາດ ຢູໄນເຕັດ ທີມໃນລາວລີກ 2 ແລະ ຍັງວາງແຜນສະໜັບສະໜູນຫຼາຍທີມຕໍ່ໄປ ແນ່ນອນໃນອະນາຄົດພວກເຮົາວາງແຜນຈະອອກແບບເສື້ອຜ້າ, ຖົງຕີນ, ເກີບ ແລະ ອື່ນໆ ເພື່ອຮັບໃຊ້ວົງການບານເຕະລາວຕໍ່ໄປ ” ເສກສັນ ກ່າວ.

ສໍາລັບ ເສກສັນ ປັດຈຸບັນອາຍຸ 25 ປີ ເກີດທີ່ເມືອງຫົງສາ ແຂວງໄຊຍະບູລີ ເລີ່ມມີຊື່ສຽງຈາກການເປັນຜູ້ຮັກສາປະຕູຟຸດຊໍທີມຊາດລາວ ແລະ ຄວ້າຫຼຽນຄໍາກີລາຟຸດຊໍ ທີ່ອຸດົມໄຊເກມ ປີ 2014 ປັດຈຸບັນຖືກແຕ່ງຕັ້ງເປັນຮອງປະທານສະຫະພັນຟຸດຊໍ ນະຄອນຫຼວງວຽງຈັນ ( ນວ ), ສ່ວນວົງການບັນເທິງ ເສກສັນ ຍັງມີຜົນງານໃນການຖ່າຍແບບ, ເດີນແບບ, ສະແດງຮູບເງົາ, ໄດ້ຮັບລາງວັນຂວັນໃຈຊ່າງພາບ Lao Supermodel 2015 ແລະ ຕິດ Top 5 Wow 30 ໜຸ່ມຮ້ອນແຮງລາວ.