ຜູ້ຖືກຜົນກະທົບການກໍ່ສ້າງແລວສາຍສົ່ງໄຟຟ້ານາບົງ-ດົງໂພສີ ຈະໄດ້ຮັບຄ່າທົດແທນຢ່າງເໝາະສົມ

428

ສະມາຊິກສະພາປະຊາ ຊົນ ນະຄອນຫຼວງວຽງຈັນ ( ສສນວ ) ຮັບຮອງເອົາຮ່າງຂໍ້ຕົກລົງ ວ່າດ້ວຍການກໍານົດຂອບເຂດ ແລະ ປະເມີນຫົວໜ່ວຍລາຄາການທົດແທນຄ່າເສຍຫາຍໃຫ້ຜູ້ຖືກຜົນກະທົບຈາກໂຄງການກໍ່ສ້າງແລວສາຍສົ່ງໄຟຟ້າ 230 ກິໂລໂວນ ຂອງລັດວິສາຫະກິດໄຟຟ້າລາວ ແຕ່ສະຖານີນາບົງ ເມືອງປາກງື່ມ ຫາ ສະຖານີດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ດ້ວຍຄະແນນສຽງເຫັນດີສ່ວນຫຼາຍ.


ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ເມື່ອວັນທີ 17 ກໍລະກົດ 2020 ທ່ານ ບຸນຊົມ ຊົງວິໄລ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ໄດ້ຂຶ້ນສະເໜີຮ່າງຂໍ້ຕົກລົງ ວ່າດ້ວຍການກໍານົດຂອບເຂດ ແລະ ປະເມີນຫົວໜ່ວຍລາຄາການທົດແທນຄ່າເສຍຫາຍໃຫ້ຜູ້ຖືກຜົນກະທົບຈາກໂຄງການກໍ່ສ້າງແລວສາຍສົ່ງໄຟຟ້າ 230 ກິໂລໂວນ ຂອງລັດວິສາຫະກິດໄຟຟ້າລາວ ແຕ່ສະຖານີນາບົງ ເມືອງປາກງື່ມ ຫາສະຖານີດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.


ທ່ານ ບຸນຊົມ ຊົງວິໄລ ກ່າວວ່າ: ພາຍຫຼັງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະ ນະຮັບຜິດຊອບຄົ້ນຄວ້າຫົວໜ່ວຍການທົດແທນສິດໃຊ້, ສິດນໍາໃຊ້ທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກ ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງແລວສາຍສົ່ງໄຟຟ້າ 230 ກິໂລໂວນ ຂອງລັດວິສາຫະກິດໄຟຟ້າລາວ ແຕ່ສະຖານີນາບົງ ເມືອງປາກງື່ມ ຫາ ສະຖານີດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ຕາມໜັງສືທາງລັດຖະການ ສະບັບເລກທີ 676/ຫວນວ ລົງວັນທີ 12 ພຶດສະພາ 2020.

ຈາກນັ້ນ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ປະສານສົມທົບກັບອົງການປົກຄອງເມືອງ, ຄະນະກໍາມາທິການເສດຖະກິດແຜນການ – ການເງິນສະພາປະຊາຊົນນະຄອນຫຼວງວຽງຈັນ, ພະແນກການອ້ອມຂ້າງໄດ້ເປີດກອງປະຊຸມຄົ້ນຄວ້າປຶກສາຫາລືແບ່ງຄວາມຮັບຜິດຊອບລົງສົມທົບກັບຮາກຖານບ້ານ, ເຈົ້າຂອງສິດໃຊ້, ສິດນໍາໃຊ້ທີ່ດິນ, ເອົາຂໍ້ມູນການຊື້ – ຂາຍທີ່ດິນໃນແຕ່ລະເຂດຂອງໂຄງການກໍ່ສ້າງແລວສາຍສົ່ງໄຟຟ້າ 230 ກິໂລໂວນ ເຊິ່ງມີຄວາມຍາວ 37,5 ກິໂລແມັດ, ມີຄວາມກວ້າງຂອງແລວສາຍສົ່ງໄຟຟ້າ 25 ແມັດ, ຜ່ານ 4 ເມືອງ ຈໍານວນ 15 ບ້ານ: ເມືອງຫາດຊາຍຟອງ ( ບ້ານດົງໂພສີ, ບ້ານໜອງພົງ, ບ້ານໜອງແປນເໜືອ, ບ້ານທ່າພະ ); ເມືອງໄຊເສດຖາ ( ບ້ານນາ ຄວາຍໃຕ້, ບ້ານນາຄວາຍກາງ, ບ້ານຈອມສີ ); ເມືອງໄຊທານີ ( ບ້ານດຸ່ນອ່ຽນ, ບ້ານໂພນສະຫວັນ, ບ້ານໂຄກສະ ຫວ່າງ, ບ້ານຫົວ ຊຽງ, ບ້ານສ້າງຫົວບໍ່, ບ້ານນາຂາວ ) ແລະ ເມືອງປາກງື່ມ ( ບ້ານນາບົງ, ບ້ານໂພນຂາມ ) ມີເນື້ອທີ່ຖືກຜົນກະທົບຈາກແລວສາຍສົ່ງ ທັງໝົດ 85 ເຮັກຕາ, ໃນນີ້ມີເສົາໄຟຟ້າ 90 ຕົ້ນ ແລະ ມີຕອນດິນທີ່ຖືກຜົນກະທົບຈາກໂຄງການທັງໝົດ 350 ຕອນດິນ.


ທ່ານ ບຸນຊົມ ຊົງວິໄລ ກ່າວຕື່ມວ່າ: ການປະຕິບັດແມ່ນນໍາເອົາຂໍ້ມູນການຊື້ – ຂາຍທີ່ດິນຕົວຈິງທີ່ປາກົດຕົວໃນແຕ່ລະເຂດມາສະເລ່ຍກັບລາຄາປະເມີນຂອງລັດຕາມມາດຕາ 71, 72 ຂອງກົດໝາຍທີ່ດິນ ສະບັບເລກທີ 04/ສພຊ ລົງວັນທີ 21 ຕຸລາ 2003, ດໍາລັດສະບັບເລກທີ 84/ລບ ລົງວັນທີ 5/4/2016 ວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍປະຊາຊົນຈາກໂຄງການພັດທະນາ ແລະ ປະຕິບັດຕາມກົດໝາຍວ່າດ້ວຍໄຟຟ້າ ສະບັບປັບປຸງເລກທີ 19/ສພຊ ລົງວັນທີ 09/05/2017, ມາດຕາທີ 26 ການກໍ່ສ້າງສາຍສົ່ງ ຫຼື ຜ່ານທີ່ດິນຂອງລັດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງນັບທັງຈຸດທີ່ຕັ້ງຕີນເສົາ ແລະ ແລວສາຍສົ່ງຕ້ອງມີການຊົດເຊີຍເປັນແຕ່ລະກໍລະນີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງໃນແຕ່ລະໄລຍະ ເຊິ່ງຮ່າງຂໍ້ຕົກລົງດັ່ງກ່າວ ປະກອບມີ 4 ບ່ອນອີງ ລວມມີ 6 ມາດຕາ.


ຫຼັງຈາກຮັບຟັງການສະເໜີຮ່າງຂໍ້ຕົກລົງດັ່ງກ່າວ ບັນດາສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ໂດຍສະເພາະຕໍ່ໂຄງສ້າງຂອງຮ່າງຂໍ້ຕົກລົງ, ບາງເນື້ອໃນທີ່ຍັງບໍ່ຄົບຖ້ວນ ເພື່ອໃຫ້ຄະນະຮັບຜິດຊອບນຳໄປປັບປຸງໃຫ້ມີເນື້ອໃນລະອຽດ, ຄົບຖ້ວນສົມບູນ. ເຖິງຢ່າງໃດກໍຕາມ, ບັນດາ ສສນວ ເຫັນດີເປັນເອກະພາບ ລົງຄະແນນສຽງຮັບຮອງເອົາຮ່າງຂໍ້ຕົກລົງດັ່ງກ່າວດ້ວຍຄະແນນສຽງສ່ວນຫຼາຍ ກວມເອົາ 86%.