ກະຊວງການຄ້າ-ບໍລິສັດຢາສູບລາວ ຈັດກິດຈະກຳບານເຕະມິດຕະພາບ

301

ເພື່ອເປັນການສ້າງຂະບວນການຕ່າງໆເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ອຄ ແລະ ວັນສຳຄັນຕ່າງໆຂອງຊາດ ໃຫ້ມີຂະບວນການຟົດຟື້ນ ແລະ ມ່ວນຊື່ນ ພ້ອມທັງເປັນການສົ່ງເສີມການອອກກໍາລັງກາຍໃຫ້ແກ່ພະນັກງານ, ຊາວໜຸ່ມໃຫ້ມີສຸຂະພາບແຂງແຮງ ແລະ ມີຈິດໃຈເບີກບານມ່ວນຊື່ນຫ້າວຫັນຕໍ່ການປະຕິບັດໜ້າທີ່ວຽກງານ.

ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ, ກະຊວງ ອຄ ໄດ້ຈັດການແຂ່ງຂັນກິລາບານເຕະມິດຕະພາບປະຈໍາປີ 2020 ຮ່ວມກັບ ບໍລິສັດ ຢາສູບລາວ ຈໍາກັດ ຂຶ້ນໃນວັນທີ 17 ກໍລະກົດ 2020 ທີ່ເດີ່ນບານເຕະວິກຕໍຣີ ຫຼັກ 4, ນະຄອນຫຼວງວຽງຈັນ ນຳພາໂດຍ ທ່ານ ໄຊສົມເພັດ ນໍລະສິງ ເລຂາຄະນະບໍລິຫານງານຊາວໝຸ່ມປະຊາຊົນປະຕິວັດລາວ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງ ອຄ ແລະ ທ່ານ ໄຊຍະເດດ ບຸນບານສີ ເລຂາຄະນະຊາວໝຸ່ມບໍລິສັດຢາສູບລາວ ຈຳກັດ ພ້ອມດ້ວຍບັນດາທ່ານເລຂາໜ່ວຍຊາວໜຸ່ມບັນດາກົມ, ຫ້ອງການ, ສະຖາບັນ, ບໍລິສັດ, ລັດວິສາຫະກິດ ເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດການແຂ່ງຂັນກິລາບານເຕະໃນຄັ້ງນີ້ ແບ່ງອອກເປັນ 2 ທີມຄື ທີມບານເຕະຊາຍ ແລະ ທີມບານເຕະຍິງ ເຊິ່ງຜົນຂອງການແຂ່ງຂັນລະຫວ່າງທີມຍິງ ກະຊວງ ອຄ ເສື້ອສີຟ້າ ກັບ ບໍລິສັດຢາສູບ ເສື້ອສີຂາວ ປະກົດວ່າທີມຈາກກະຊວງ ອຄ ບຽດເອົາຊະນະ ທີມບໍລິສັດຢາສູບ ໄປໄດ້ດ້ວຍຄະແນນ 1-0.

ຫຼັງຈາກນັ້ນບານເຕະທີມຊາຍກໍ່ໄດ້ລົງແຂ່ງຂັນໃນເວລາຕໍ່ມາໂດຍ ກະຊວງ ອຄ ເສື້ອສີແດງ ກັບ ບໍລິສັດຢາສູບ ເສື້ອສີຂາວ ຕະຫຼອດເວລາການແຂ່ງຂັນທັງ 2 ທີມ ຕ່າງຝ່າຍຕ່າງເຮັດຜົນງານໄດ້ດີ, ຜັນປ່ຽນກັນບຸກຍິງປະຕູຄູ່ແຂງກັນແບບສູສີ ແລະ ຈົບລົງໂດຍທີມຈາກບໍລິສັດຢາສູບ ບຽດເອົາຊະນະ ທີມຈາກກະຊວງ ອຄ ໄປດ້ວຍຄະແນນ 3-2 ປະຕູ.