ເປີດໃຈ 2 ນັກເຕະຄົນສຸດທ້າຍຈາກພາກໃຕ້ ໄດ້ສິດຂຶ້ນມາຄັດທີມຊາດ ຢູ 19

98

ກ່ອນໜ້ານີ້ ໄດ້ແນະນໍາໄປແລ້ວ 6 ໃນ 8 ນັກເຕະຈາກພາກໃຕ້ທີ່ໄດ້ສິດຂຶ້ນມາຄັດເລືອກ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ໄປແຂ່ງຂັນບານເຕະຊີງແຊັມອາຊີ 2020 ຮຸ່ນອາຍຸ 19 ປີ ຮອບສຸດທ້າຍທີ່ປະເທດອຸດສະເບກິດສະຖານ ໃນທ້າຍປີນີ້.

ມື້ນີ້ ຈະມາແນະນໍາ 2 ຄົນສຸດທ້າຍ ກໍຄື ວິສອນ ນວນສີ ກັບ ໂຕລີ່ ບິວລາຊົງ ຈາກພາກໃຕ້ ທີ່ມາຈາກແຂວງເຊກອງ ທີ່ໄດ້ສິດມາຄັດທີມຊາດລາວ ຢູ 19 ຮອບສຸດທ້າຍ ທີ່ນະຄອນຫຼວງວຽງຈັນ ຫຼັງຈາກຂຶ້ນມາຊ້ອມເປັນກັບນັກເຕະຄົນອື່ນໆ 2 ອາທິດແລ້ວ.

ວິສອນ ນວນສີ ເກີດຢູ່ບ້ານໂນນມີໄຊ ແຂວງເຊກອງ ອາຍຸ 19 ປີປັດຈຸບັນຮຽນຢູ່ ມໍປາຍແຂວງເຊກອງ ຫຼິ້ນຕໍາແໜ່ງກອງຫຼັງ ກ່າວວ່າ: ເລີ່ມຫຼິ້ນບານເຕະມາແຕ່ອາຍຸ 8 ປີຕາມທົ່ງນາພາສາເດັກນ້ອຍ ໂດຍໄດ້ແບ່ງເວລາໃຫ້ບານເຕະຄື ລຸກແລ່ນແຕ່ເຊົ້າໆ ແລະ ເຕະບານຫຼິ້ນກັນໝູ່ ຫຼັງຈາກເລີກໂຮງຮຽນ ຈົນໃຫຍ່ມາສາມາດຕິດທີມເມືອງ ແລະ ທີມປະສົມແຂວງ.

ຈົນມາຮອດເດືອນມິຖຸນາ ທີ່ຜ່ານມາ ນ້ອງໄດ້ຄັດເລືອກກັບທີມຊາດ ຢູ 19 ທີ່ລົງໄປຄັດເລືອກຢູ່ຈໍາປາສັກ ນ້ອງສາມາດຜ່ານທັງສອງຮອບ ແລະ ໄດ້ສິດຂຶ້ນມາຄັດເລືອກທີ່ນະຄອນຫຼວງວຽງຈັນ. ຕະຫຼອດໄລຍະການຝຶກຊ້ອມທີ່ຜ່ານມາເຮັດໃຫ້ນ້ອງໄດ້ປະສົບການໃໝ່, ໝູ່ໃໝ່ໆ ແລະ ໄດ້ຄວາມຮູ້ຈາກຄູຝຶກທີ່ມາຈາກຕ່າງປະເທດ ແນ່່ນອນນ້ອງຈະເອົາປະສົບການນີ້ໄປຝຶກຜົນຕໍ່ໄປ ເຊິ່ງນ້ອງກໍມີຄວາມຫວັງຢາກຮັບໃຊ້ທີມຊາດຊຸດນີ້ ແລະ ມີຄວາມຝັນຢາກໄປຫຼິ້ນໃນລີກສູງສຸດຂອງຍີ່ປຸ່ນ ໃນອະນາຄົດ.

ສ່ວນ ໂຕລີ່ ບິວລາຊົງ ເກີດທີ່ບ້ານທ່າແຕງເໜືອ ເມືອງທ່າແຕງ ແຂວງເຊກອງ ປັດຈຸບັນອາຍຸ 19 ປີ ຮຽນຢູ່ ມສ ທ່າແຕ່ງ ຫຼິ້ນຕໍາແໜ່ງກອງກາງ ກ່າວວ່າ: ເລີ່ມຫຼິ້ນບານເຕະຕັ້ງແຕ່ອາຍຸ 13 ປີທີ່ໂຮງຮຽນປະຖົມຫົວເມືອງ ເມືອງທ່າແຕງ ມີແຮງບັນດານໃຈຈາກຮຸ່ນອ້າຍທີ່ຫຼິ້ນບານເຕະເກັ່ງ.

ສໍາລັບນ້ອງແມ່ນຍັງເປັນນັກຮຽນ ນ້ອງຕ້ອງໄດ້ແບ່ງເວລາໃຫ້ການຮຽນ ແລະ ບານເຕະ ຄືລຸກແລ່ນແຕ່ເຊົ້າ ກ່ອນໄປໂຮງຮຽນ ແລະ ຫຼັງເລີກຮຽນກໍໄປເຕະບານກັບໝູ່. ການໄດ້ສິດໄປຝຶກຊ້ອມໃນນະຄອນຫຼວງວຽງຈັນ ເຮັດໃຫ້ໄດ້ຮຽນຮູ້ຫຼາຍໆຢ່າງ, ໄດ້ໝູ່ຄູ່ ແລະ ເຮັດໃຫ້ຕົວເອງມີຄວາມຫວັງຢາກຕິດທີມຊາດ ລວມທັງຢາກເປັນນັກເຕະທີ່ເກັ່ງໆ ໃນອະນາຄົດ.

ສໍາລັບ 8 ນັກເຕະຈາກພາກໃຕ້ ແມ່ນໄດ້ຊ້ອມກັບ ນັກເຕະພາຍໃນນະຄອນຫຼວງວຽງ ທັງຊຸດເກົ່າ ແລະ ຊຸດໃໝ່ ມາຕັ້ງແຕ່ວັນທີ 6 ກໍລະກົດ 2020, ສ່ວນນັກເຕະ 4 ຄົນຈາກພາກເໜືອ ແມ່ນຈະເດີນທາງມາຝຶກຊ້ອມເພີ່ມຕື່ມໃນທ້າຍເດືອນກໍລະກົດ 2020 ເນື່ອງຈາກຢູ່ໃນໄລຍະສອບເສັງ ກ່ອນຈະມີການຄັດເລືອກຮອບສຸດທ້າຍ ຫຼັງຈາກທີ່ນັກກີລາມາຄົບ.