ໄປເບິ່ງຄວາມຝັນຂອງ 2 ນັກເຕະຈາກພາກໃຕ້ ຄອນສະໄໝ – ໄພສີ ຂຶ້ນມາຄັດທີມຊາດ ຢູ 19 ຄັ້ງທໍາອິດ

126

ກ່ອນໜ້ານີ້ ຢູ 19 ລາວ ໄດ້ລົງພາກໃຕ້ເພື່ອໄປຄັດເລືອກນັກກີລາ ຮຸ່ນອາຍຸບໍ່ເກີນ 19 ປີ ໃນຄັ້ງທໍາອິດວັນທີ 18 – 19 ມັງກອນ 2020 ສາມາດຄັດເລືອກໄດ້ 35 ຄົນ ຈາກທັງໝົດ 350 ກວ່າຄົນໃນຮອບທໍາອິດ ຕໍ່ມາວັນທີ 27 – 28 ມິຖຸນາ 2020 ໄດ້ມີການຄັດເລືອກຮອບ 2 ທີ່ສະໜາມກີລາແຂວງຈຳປາສັກ ( ຫຼັກ 2 ນະຄອນປາກເຊ ) ສາມາດຄັດໄດ້ 8 ນັກເຕະທີ່ດີທີ່ສຸດຈາກພາກໃຕ້ ເຊິ່ງທັງ 8 ນັກກີລາແມ່ນໄດ້ຂຶ້ນມາເຂົ້າສູນຝຶກຊ້ອມ ແລະ ກຽມຄັດຕົວຮອບສຸດທ້າຍທີ່ນະຄອນຫຼວງວຽງຈັນ ໃນປັດຈຸບັນ.

ຕາມເຄີຍສະບັບນີ້ຈະມາເນະນໍານັກເຕະຈາກພາກໃຕ້ ກັນຕໍ່ຫຼັງກ່ອນໜ້ານີ້ແນະນໍາໄປແລ້ວ 2 ຄົນທໍາອິດ, ເຊິ່ງມື້ນີ້ຈະມາແນະນໍາ ທ້າວ ກິແກ້ວ ໄຊບຸນຕັກ ແລະ ທິວາກອນ ໂພທິລາດ ແນ່ນອນມື້ນີ້ເຮົາຈະມາແນະນໍາອີກ 2 ນັກເຕະເຊິ່ງເປັນນັກເຕະຄົນທີ 3 ແລະ ຄົນທີ 4 ຈາກພາກໃຕ້ ເພື່ອນໍາເອົາຄວາມຮູ້ສຶກ, ເຄັດລັບ ແລະ ຄວາມຫວັງຂອງນ້ອງໆ ທີ່ສາມາດມາເຖິງຈຸດນີ້ໄດ້ ໃຫ້ຜູ້ອ່ານໄດ້ຮັບຮູ້ນໍາກັນ.

ເລີ່ມກັນທີ່ ຄອນສະໄໝ ສັນທະວີ ເກີດທີ່ບ້ານຫ້ວຍລືສີ ເມືອງບາຈຽງ ແຂວງຈໍາປາສັກ ອາຍຸ 19 ປີປັດຈຸບັນເປັນທະຫານແຂວງຈໍາປາສັກ ຫຼິ້ນຕໍາແໜ່ງກອງໜ້າ ເປັນຄົນທີ 3 ທີ່ສາມາດຜ່ານການຄັດເລືອກເຂົ້າສູ່ການຄັດເລືອກຮອບສຸດທ້າຍ ໃຫ້ສໍາພາດວ່າ: ສໍາລັບເສັ້ນທາງບານເຕະຂອງນ້ອງແມ່ນເລີ່ມຫຼິ້ນມາຕັ້ງແຕ່ຍັງນ້ອຍໆຍ້ອນຄວາມຮັກມັກ ຕາມພາສາເດັກນ້ອຍບ້ານນອກ ໂດຍທາງຄອບຄົວໄດ້ໃຫ້ການສະໜັບສະໜູນທາງດ້ານນີ້ ກ່ອນທີ່ຈະເລີ່ມຫຼິ້ນບານເຕະຢ່າງຈິງຈັງໃນປີ 2017 ແລະ ໄດ້ຮັບໂອກາດຄັ້ງໃຫຍ່ຫຼິ້ນໃຫ້ກັບທີມ ທະຫານແຂວງຈໍາປາສັກ ເຂົ້າຮ່ວມແຂ່ງຂັນລາຍການຕ່າງພາຍໃນແຂວງ ສໍາລັບເຄັດລັບຂ້ອງນ້ອງແມ່ນເຮັດຕາມສິ່ງທີ່ຕົວເອງມັກ ແລະ ປະຕິບັດຕາມກົດລະບຽບ.

“ ຈົນໃນຕົ້ນປີນີ້ ທີມຊາດ ຢູ 16 ລາວ ໄດ້ລົງໄປຄັດເລືອກທີ່ພາກໃຕ້ ນ້ອງເລີຍບໍ່ລັງເລເຂົ້າສະໝັກຮ່ວມຄັດເລືອກທັນທີ ເພາະມັນຄືໂອກາດ ແລະ ນ້ອງກໍສາມາດຜ່ານຮອບຄັດເລືອກທັງສອງຮອບ ຈົນໄດ້ສິດຂຶ້ນມາຝຶກຊ້ອມທີ່ ນະຄອນຫຼວງວຽງຈັນ ເປັນຄັ້ງທໍາອິດ ແນ່ນອນນ້ອງຮູ້ສຶກຕື່ນເຕັ້ນຫຼາຍ ແລະ ດີໃຈຫຼາຍ ເພາະຫຍັບເຂົ້າໃກ້ຄວາມຝັນ ເຊິ່ງໃນອາທິດທີ່ຜ່ານມານ້ອງໄດ້ມາຝຶກຊ້ອມກັບນັກເຕະທີມຊາດລາວ ຢູ 19, ໄດ້ຫຼາຍຢ່າງເປັນຕົ້ນແມ່ນທັກສະໃໝ່ ແລະ ບົດຮຽນຈາກຄູຝຶກຕ່າງປະເທດ ເຊິ່ງນ້ອງກໍມີຄວາມຫວັງຢາກຕິດທີມຊາດຄັ້ງທໍາອິດ ແລະ ເພື່ອຕໍ່ຍອດຄວາມຝັນອັນສູງສຸດຄື ການໄດ້ໄປຫຼິ້ນໃນຕ່າງປະເທດ ” ຄອນສະໄໝ ກ່າວ.

ສ່ວນຄົນທີ 4 ທີ່ໄດ້ສິດມາຄັດເລືອກຮອບສຸດທ້າຍໃນນະຄອນຫຼວງວຽງຈັນເປັນ ໄພສີ ແກ້ວວົງສອນ ເກີດທີ່ບ້ານຫຼັກ 11 ເມືອງປາກຊ່ອງ ແຂວງຈໍາປາສັກ ປັດຈຸບັນອາຍຸ 19 ປີ ແລະ ຮຽນຢູ່ວິທະຍາໄລກະສິກໍາ ແລະ ປ່າໄມ້ ຈໍາປາສັກ ຫຼິ້ນຕໍາແໜ່ງກອງກາງ ກ່າວວ່າ: ຈຸດເລີ່ມເຕະບານມາຕັ້ງແຕ່ຕອນອາຍຸ 4 ປີຫຼິ້ນຕາມໂຮງຮຽນ ເຊິ່ງທີ່ນ້ອງສາມາດມາຢືນຢູ່ຈຸດນີ້ໄດ້ນັນກໍແມ່ນຄວາມມັກເປັນຕົ້ນ ໂດຍເຄັດລັບຂ້ອງນ້ອງແມ່ນ ມີກົດລະບຽບ ແລະ ໝັ່ນຝຶກຊ້ອມຢ່າງເຂັ່ງຄັດ ຫຼັງຈາກເລີກຮຽນ ລວມທັງມີຄອບຄົວທີ່ໃຫ້ການສະໜັບສະໜູນເຕັມທີ່.

“ ສໍາລັບ ຄວາມຫວັງຂອງນ້ອງກໍຢາກເປັນນັກເຕະອາຊີບທີ່ມີຊື່ສຽງ. ດັ່ງນັ້ນ ນ້ອງຈິ່ງພະຍາຍາມຫາໂອກາດ ຈົນມາຮອດຕົ້ນປີນີ້ທາງ ຢູ 19 ລາວ ໄດ້ລົງໄປຄັດເລືອກນ້ອງຈິ່ງສະໝັກເຂົ້າຮ່ວມ ແລະ ສາມາດຜ່ານຮອບຄັດເລືອກທັງສອງຮອບໄດ້ ຈົນມາຮອດປັດຈຸບັນນ້ອງໄດ້ຂຶ້ນມາຄັດທີມຊາດ ຢູ 19 ແລະ ເຂົ້າສູນຝຶກຊ້ອມທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ທີ່ນະຄອນຫຼວງວຽງຈັນ ແນ່ນອນນ້ອງມີຄວາມພາກພູມໃຈຫຼາຍ ແລະ ມີຄວາມຫວັງຢາກຕິດທີມຊາດຊຸດນີ້ ເພື່ອໄປຫຼິ້ນໃນລາຍການຊີງແຊັມອາຊີ ໃນທ້າຍປີນີ້ ເຊິ່ງຕະຫຼອດການຝຶກຊ້ອມກັບເພື່ອນຮ່ວມທີມໃນທີມຊາດ ຢູ 19 ນັບແຕ່ອາທິດທີ່ຜ່ານມາ ນ້ອງກໍໄດ້ຫຼາຍໆຢ່າງເປັນຕົ້ນແມ່ນຮູບແບບການຝຶກຊ້ອມໃໝ່ໆທີ່ບໍ່ເຄີຍໄດ້ເຮັດມາກ່ອນ ແລະ ທັກສະໃໝ່ ” ໄພສີ ກ່າວ.