ຕາມນັດ ປະກາດປ່າໂຄກໂອງ-ມັ່ງເປັນເຂດອະນຸລັກແຫ່ງຊາດ ປະຊາຊົນ 5 ເມືອງຊ່ວຍເປັນເຈົ້າການ

109

ກ່ອນໜ້ານີ້ຜູ້ຂຽນເຄີຍນໍາສະເໜີໄປແລ້ວກ່ຽວກັບປ່າໂຄກໂອງ-ມັ່ງ ຢູ່ແຂວງສະຫວັນນະເຂດ ຫຼ້າສຸດວັນທີ 13 ກໍລະກົດ ສະຖານທີ່ແຫ່ງດັ່ງກ່າວໄດ້ປະກາດເປັນເຂດອະນຸລັກປ່າໂຄກໂອງ-ມັ່ງ ແຫ່ງຊາດເປັນທີ່ຮຽບຮ້ອຍແລ້ວ ໂດຍມີ 55 ບ້ານໃນ 5 ເມືອງທີ່ນອນຢູ່ໃນເຂດສະຫງວນ.

ໃນວັນທີ 13 ກໍລະກົດ 2020 ທີ່ຜ່ານມາ ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີປະກາດສ້າງຕັ້ງເຂດອະນຸລັກປ່າໂຄກໂອງ-ມັ່ງ ແຫ່ງຊາດ ຢູ່ທີ່ເມືອງ ຊົນນະບູລີ, ແຂວງ ສະຫວັນນະເຂດ, ໂດຍການເປັນປະທານໂດຍທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ, ມີ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນ. ຣິຄາດາ ຣິເກີ ຫົວໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາລາວ, ພ້ອມພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໃນພິທີ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ໃຫ້ຮູ້ວ່າ: ຢູ່ ສປປລາວ ໂດຍສະເພາະປະຊາຊົນ ທີ່ດໍາລົງຊີວິດໃນເຂດອ້ອມຮອບບໍລິເວນປ່າໂຄກໂອງ-ມັ່ງ ໄດ້ຮູ້ຈັກ ແລະ ຄຸ້ນເຄີຍກັບສັດປ່າຊະນິດນີ້ເປັນເວລາດົນນານແລ້ວ ແຕ່ໃນໄລຍະຜ່ານມາ ກໍ່ຍັງບໍ່ມີມາດຕະການທີ່ເໝາະສົມໃນການຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ ເຮັດໃຫ້ສັດປ່າຫຼາຍຊະນິດມີຈໍານວນຫຼຸດໜ້ອຍຖອຍລົງ ແລະ ມີຄວາມສ່ຽງທີ່ຈະສູນພັນ.

ໃນປີ 2016 ເຂດດັ່ງກ່າວນີ້, ຈຶ່ງໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກກອງທຶນສິ່ງແວດລ້ອມໂລກ ໂດຍຜ່ານອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ສົມທົບກັບທຶນປະກອບສ່ວນ ຂອງ UNDP ມູນຄ່າ 12 ລ້ານກວ່າໂດລາ ແລະ ການປະກອບສ່ວນ ຂອງລັດຖະບານລາວ ຈໍານວນໜຶ່ງ ເພື່ອຈັດຕັ້ງປະຈິບັດໂຄງການ ອະນຸລັກລະບົບນິເວດປ່າໂຄກ ໂອງ-ມັ່ງ ໃນໄລຍະເວລາ 6 ປີ ( 2016-2022).

ທັ້ງນີ້ ກໍ່ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປົກປັກຮັກສາປ່າໄມ້, ທີ່ດິນປ່າໄມ້ ແລະ ລະບົບນິເວດປ່າໂຄກ ໂດຍສະເພາະໂອງ-ມັ່ງ ແລະ ສັດປ່າຊະນິດອື່ນໃຫ້ມີຄວາມຍືນຍົງ-ອຸດົມສົມບູນ ໄປຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ຢູ່ 55 ບ້ານເປົ້າໝາຍ ໃນ 5 ເມືອງຄື: ເມືອງ ຊົນນະບູລີ, ສອງຄອນ, ທ່າປາງທອງ, ພະລານໄຊ ແລະ ເມືອງ ພີນ ຂອງແຂວງສະຫວັນນະເຂດ.

ໂອກາດດຽວກັນ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສະເໜີໃຫ້ອົງການຈັດຕັ້ງສາກົນທຸກພາກສ່ວນສືບຕໍ່ໃຫ້ການສະໜັບສະໜູນໃນການປົກປັກຮັກສາເຂດອະນຸລັກ ໂອງ-ມັ່ງ ແຫ່ງຊາດ ແຫ່ງນີ້ ແລະໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ມີສ່ວນຮ່ວມ ຈົ່ງສືບຕໍ່ໃຫ້ການຊີ້ນໍາໆພາຢ່າງໃກ້ຊິດຕິດແທດ ພ້ອມທັງປົກປັກຮັກສາ ເຂດດັ່ງກ່າວໃຫ້ມີຄວາມຍືນຍົງ ຕິດພັນກັບການສ້າງເປັນເຂດແຫຼ່ງທ່ອງທ່ຽວທາງທໍາມະຊາດໃນຕໍ່ໜ້າ.

ຂໍ້ມູນຈາກ: ສອນເພັດ ສຸລິພອນ ນັກຂ່າວກະຊວງກະສິກໍາ ແລະ ປ່າໄມ້