ເປີດນຳໃຊ້ຫໍມູນເຊື້ອແນວລາວສ້າງຊາດ ອີກສະຖານທີ່ສຶກສາປະຫວັດສາດຂອງລາວ

123

ພາຍຫຼັງທີ່ຫໍມູນເຊື້ອແນວລາວສ້າງຊາດ ໄດ້ຮັບການປັບປຸງ, ສ້ອມແປງ ພ້ອມເສີມແຕ່ງຈໍານວນໜຶ່ງເພື່ອໃຫ້ເຂົ້າກັບຍຸກສະໄໝ ແລະ ເພື່ອສະໜອງສະຖານທີ່ ຫຼື ແຫຼ່ງຄວາມຮູ້ໃຫ້ກັບບຸກຄົນທີ່ມີຄວາມສົນໃຈໄດ້ເຂົ້າມາສຶກສາຮໍ່າຮຽນ ດັ່ງນັ້ນ, ຫໍມູນເຊື້ອດັ່ງກ່າວໄດ້ເປີດນໍາໃຊ້ແລ້ວມື້ນີ້ 13 ກໍລະກົດ 2020.

ໃນວັນທີ 13 ກໍລະກົດ 2020 ສູນກາງແນວລາວສ້າງຊາດ ໄດ້ເປີດນຳໃຊ້ຫໍມູນເຊື້ອແນວລາວສ້າງຊາດ ຢ່າງເປັນທາງການ ພ້ອມເປີດນຳໃຊ້ແອັບພິເຄເຊິນ ຫລື ແອັບ ໃນໂທລະສັບມືຖື ຂອງແນວລາວສ້າງຊາດ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ແລະ ວັນສຳຄັນຕ່າງໆຂອງຊາດ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສູນ ກາງແນວລາວສ້າງຊາດ, ມີພັນລະຍາການນຳ ພ້ອມດ້ວຍພະນັກງານຫລັກແຫລ່ງ, ພະນັກງານບຳນານ ເຂົ້າຮ່ວມ.

ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ: ຫໍມູນເຊື້ອແນວລາວສ້າງຊາດ ເປັນຕຶກເກົ່າແກ່ທີ່ມີຮູບຊົງສວຍງາມ ສ້າງຂຶ້ນໃນປີ 1902-1904 ເຊິ່ງ ໃນອາດີດເຄີຍເປັນທີ່ພັກອາໄສຂອງຄະນະນຳ ໃນເມື່ອກ່ອນ. ປັດຈຸບັນ ໄດ້ຮັບການປັບປຸງ, ສ້ອມແປງ ແຕ່ຮັກສາຮູບຊົງເດີມ ພາຍໃນຫໍມູນເຊື້ອດັ່ງກ່າວ, ໄດ້ນຳເອົາວັດຖຸພັນຕ່າງໆ, ຮູບພາບ ແລະ ວິດີໂອ ການເຄື່ອນໄຫວຂອງການນຳ ໃນເມື່ອກ່ອນມາວາງສະແດງ.

ນອກຈາກນີ້, ຍັງມີຫ້ອງອ່ານ, ຫ້ອງສາຍຮູບເງົາ ແລະ ອື່ນໆ ເພື່ອເປັນບ່ອນທັດສະນະສຶກສາອົບຮົມໃຫ້ເຍົາວະຊົນ, ນັກຮຽນ-ນັກສຶກສາ ຕະຫລອດຮອດ ປະຊາຊົນລາວບັນດາເຜົ່າ ແລະ ນັກທ່ອງທ່ຽວ ໄດ້ຮູ້ຈັກປະຫວັດມູນເຊື້ອ ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານຂອງແນວລາວສ້າງຊາດ ໃນແຕ່ລະໄລຍະ ພາຍໃຕ້ການນຳພາຂອງພັກ.

ສຳລັບແອັບພິເຄເຊິນ ຫລື ແອັບ ໃນມືຖື ຂອງແນວລາວສ້າງຊາດ ເປັນສື່ທັນສະໄໝອີກສື່ໜຶ່ງ ເພື່ອອຳນວຍຄວາມສະດວກໃຫ້ແກ່ມວນຊົນພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງຂໍ້ມູນ ຂ່າວສານ ເປັນຕົ້ນ ປະຫວັດ, ມູນເຊື້ອ ແລະ ຜົນງານຂອງແນວລາວສ້າງຊາດ ໃນແຕ່ລະໄລຍະ ຜ່ານທາງໂທລະສັບມືຖືໄດ້ໂດຍທີ່ບໍ່ຈຳເປັນຕ້ອງເຂົ້າມາຫໍມູນເຊື້ອດັ່ງກ່າວ.
ຂໍ້ມູນຈາກ: ປະເທດລາວ