ທຸກຢ່າງຕ້ອງໄດ້ມາດຖານ! ຈະສ້າງຫ້ອງກວດຢັ້ງຢືນຄຸນນະພາບອຸປະກອນປ້ອງກັນອັກຄີໄພ ແລະ ຍານພາຫະນະ

114

ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ບໍລິສັດ ອີຈິນ ພັດທະນາການລົງທຶນລາວ ຈໍາກັດ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໃນການຮ່ວມມືສຶກສາຄວາມເປັນໄປໄດ້ສ້າງຫ້ອງກວດກາມາດຕະຖານ ແລະ ຢັ້ງຢືນຄຸນນະພາບ ຂອງອຸປະກອນປ້ອງກັນອັກຄີໄພ ແລະ ຍານພາຫະນະທີ່ຜະລິດ, ນຳເຂົ້າ, ຈຳໜ່າຍ ແລະ ສົ່ງອອກ ຢູ່ ສປປ ລາວ.

ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເພື່ອການຄົ້ນຄວ້າ ແລະ ພັດທະນາວຽກງານມາດຕະຖານ ແລະ ວັດແທກ. ທັງສອງຝ່າຍເຫັນດີເປັນເອກະພາບຮ່ວມກັນສຶກສາຄວາມເປັນໄປໄດ້ໃນການສ້າງຫ້ອງກວດກາມາດຕະຖານ ແລະ ຢັ້ງຢືນຄຸນນະພາບ ຂອງອຸປະກອນປ້ອງກັນອັກຄີໄພ ແລະ ຍານພາຫະນະທີ່ຜະລິດ, ນຳເຂົ້າ, ຈຳໜ່າຍ ແລະ ສົ່ງອອກ ຢູ່ ສປປ ລາວ ໃຫ້ສາມາດບັນລຸຕາມຈຸດປະສົງ ແລະ ເປົ້າໝາຍຂອງວຽກງານດັ່ງກ່າວ ເພື່ອຮັບປະກັນໃຫ້ສັງຄົມມີຄວາມປອດໄພ, ຍຸດຕິທໍາ ແລະ ປົກປ້ອງຜົນປະໂຫຍດຂອງຜູ້ຊົມໃຊ້ ຢູ່ ສປປ ລາວ ແລະ ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ໂອກາດດຽວກັນ, ທ່ານ ຈູ່ ທິງ (Mr. Zhu Ting), ຮອງປະທານບໍລິສັດ ອີຈິນ ພັດທະນາການລົງທຶນລາວ ຈໍາກັດ ກ່າວຕື່ມວ່າ: ບໍລິສັດ ອີຈິນ ເປັນບໍລິສັດເອກະຊົນສ້າງຕັ້ງຂຶ້ນມີສໍານັກງານຕັ້ງຢູ່ບ້ານອາກາດ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊຶ່ງໄລຍະຜ່ານມາໄດ້ຮັບການຮ່ວມມືຈາກກະຊວງ ປ້ອງການກັນຄວາມສະຫງົບ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນນາມຜູ້ກວດກາຄຸນນະພາບກໍ່ເຫັນດີໃຫ້ມີການສຶກສາຄວາມເປັນໄປໄດ້ເຊັ່ນກັນ.

ເວົ້າສະເພາະໃນຂົງເຂດການຮ່ວມມື ທັງສອງຝ່າຍໄດ້ຕົກລົງ ຄື: 1 ຮ່ວມມືກັນໃນການຄົ້ນຄວ້າ ແລະ ພັດທະນາດ້ານວຽກງານມາດຕະຖານ ແລະ ວັດແທກ; 2 ຮ່ວມມືກັນກໍ່ສ້າງຫ້ອງກວດກາມາດຕະຖານ ແລະ ຢັ້ງຢືນຄຸນນະພາບ ຂອງອຸປະກອນປ້ອງກັນອັກຄີໄພ ແລະ ຍານພາຫະນະ ທີ່ຜະລິດ, ນຳເຂົ້າ, ຈຳາຍ ແລະ ສົ່ງອອກ ຢູ່ ສປປ ລາວ.

ພາຍຫຼັງຈາກທີ່ເຊັນ MOU ທັງສອງຝ່າຍຈະໄດ້ຮ່ວມກັນເຮັດບົດວິພາກເສດຖະກິດ ໂດຍສົມທົບກັບຫຼາຍພາກສ່ວນກ່ຽວຂ້ອງເພື່ອເອົາຂໍ້ມູນມາປະກອບໃສ່ ພ້ອມທັງຈະໄດ້ປຶກສາຫາລື, ຊີ້ແຈງກ່ຽວກັບພາລະບົດບາດຂອງແຕ່ລະພາກສ່ວນ ເພື່ອເຮັດໃຫ້ວຽກງານດັ່ງກ່າວກົມກຽວກັນ ແລະ ສາມາດເຮັດວຽກຮ່ວມກັນໄດ້ ລວມທັງສະເໜີຕໍ່ກະຊວງແຜນການ ແລ້ວຈິ່ງສະເໜີຕໍ່ສະພາແຫ່ງຊາດຮັບຮອງ.

ຄຽງຄູ່ກັນນັ້ນ, ກໍ່ຕ້ອງໄດ້ສ້າງຕັ້ງຄະນະຮັບຜິດຊອບສຶກສາຄວາມເປັນໄປໄດ້ ໃນການຮ່ວມມືສ້າງມາດຕະຖານ ແລະ ຢັ້ງຢືນລະບົບການກວດສອບ, ສ້າງກົນໄກ, ລະບຽບຫຼັກການ ແລະ ແຜນການໃຫ້ສອດຄ່ອງຕາມລະບຽບກົດໝາຍ ຂອງ ສປປ ລາວ; ສ້າງແຜນການຮ່ວມມືຂອງທັງສອງຝ່າຍ ປະກອບບຸກຄະລາກອນ, ງົບປະມານໃຊ້ຈ່າຍທີ່ຈໍາເປັນສຳລັບການເຄື່ອນໄຫວຈັດຕັ້ງປະຕິບັດ; ສ້າງນິຕິກຳທີ່ຈຳເປັນຮອງຮັບການບໍລິກວດກາມາດຕະຖານ ແລະ ຢັ້ງຢືນຄຸນນະພາບ ທີ່ໄດ້ລະບົບມາດຕະຖານ ISO/IEC 17025 ແລະ ISO/IEC 9001.

ພິທີເຊັນ MOU ດັ່ງກ່າວ ຈັດຂຶ້ນໃນຕອນແລງຂອງວັນທີ 8 ກໍລະກົດ 2020, ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍການລົງນາມຂອງ ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ, ທ່ານ ສູນທອນ ຈັນທະເດດ, ຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ແລະ ທ່ານ ຈູ່ ທິງ, ຮອງປະທານບໍລິສັດ ອີຈິນ ພັດທະນາການລົງທຶນລາວ ຈໍາກັດ; ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ສຸລິອຸດົງ ສູນດາລາ, ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂໍ້ມູນຈາກ: ໜັງສືພິມວິທະຍາສາດ ແລະ ການພັດທະນາ