ໂຮງສີເຂົ້າຊ້ວນແກ້ວຕາ ຈະເກັບຊື້ເຂົ້າຢູ່ເມືອງປາກງື່ມ

140

ຜູ້ປະກອບການໂຮງສີເຂົ້າ ແລະ 2 ກຸ່ມຜູ້ຜະລິດເຂົ້າເປັນສິນຄ້າ ໃນ 2 ບ້ານ ເມືອງປາກງື່ມ ໄດ້ຈັດພິທີເຊັນສັນຍາຮັບຊື້ເຂົ້າຮ່ວມກັນ ເພື່ອເຮັດໃຫ້ການຜະລິດເຂົ້າກາຍເປັນສິນຄ້າເທື່ອລະກ້າວໃນວັນທີ 8 ກໍລະກົດ 2020 ທີ່ຫ້ອງການບ້ານໝາກຮຽວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ( ນວ ) ໄດ້ມີພິທີເຊັນສັນຍາລະຫວ່າງຜູ້ປະກອບການໂຮງສີເຂົ້າ ແລະ 2 ກຸ່ມຜະລິດເຂົ້າເປັນສິນຄ້າ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນລໍ້າ ວົງສຸດທິ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ, ມີ ທ່ານ ນາງ ປິດ ພົມເພັດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ, ທ່ານ ກອງມີ ສີສະໝຸດ ຮອງເຈົ້າເມືອງປາກງື່ມ.

ການເຊັນສັນຍາຮັບຊື້ເຂົ້າຈາກ 2 ກຸ່ມຜູ້ຜະລິດເຂົ້າ ແມ່ນລະຫວ່າງໂຮງສີເຂົ້າຊ້ວນແກ້ວຕາ ແລະ ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານໝາກຮຽວ ແລະ ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານໝາກນາວໃຕ້ ເມືອງປາກງື່ມ. ສໍາລັບເຂົ້າທີ່ໄດ້ເຊັນສັນຍາຄັ້ງນີ້ຕ້ອງແມ່ນເຂົ້າທີ່ຜະລິດຕາມມາດຕະຖານກະສິກໍາສະອາດ GAP ຄຸນນະພາບຂອງຜະລິດຕະພັນ ສໍາລັບເຂົ້າກ່ຽວໃໝ່ ( ດິນປຽກຊຸ່ມຫຼາຍ ) ຄວາມຊຸ່ມ 18 – 19%, ວັດຖຸປອມແປງໜ້ອຍກວ່າ 5% ແລະ ການເຈືອປົນກັບຊະນິດພັນເຂົ້າອື່ນນ້ອຍກວ່າ 5%, ສ່ວນເຂົ້າກ່ຽວໃໝ່ ( ປຽກຊຸ່ມ ) ຄວາມຊຸ່ມ 17 – 18%, ເຂົ້າຕາກແຫ້ງ ຄວາມຊຸ່ມ 15 – 16%, ອັດຕາຕົກໂໝກບໍ່ເກີນ 2%, ສ່ວນເຂົ້າອົບແຫ້ງ ຄວາມຊຸ່ມ 13 – 14% ອັດຕາຕົກໂໝກບໍ່ເກີນ 2%.

ທ່ານ ຊ້ວນ ແກ້ວຕາ ເຈົ້າຂອງໂຮງສີເຂົ້າຊ້ວນແກ້ວຕາ ກ່າວວ່າ: ການເຊັນສັນຍາຄັ້ງນີ້ເພື່ອໃຫ້ທັງ 2 ຝ່າຍຄື ຜູ້ປະກອບການໂຮງສີເຂົ້າ ຝ່າຍຊື້ ແລະ ກຸ່ມຜູ້ຜະລິດເຂົ້າເປັນສິນຄ້າ ໃຫ້ໄດ້ພົວພັນປະສານວຽກງານກັນ, ມີການຊື້ – ຂາຍຮ່ວມກັນ ເນື່ອງຈາກຜ່ານມາຊາວນາກໍຄືຜູ້ຜະລິດເຂົ້າເປັນສິນຄ້າ ຜະລິດມາແລ້ວບໍ່ມີຕະຫຼາດຮອງຮັບທີ່ແນ່ນອນ ຫຼື ບໍ່ມີຜູ້ຮັບຊື້. ດັ່ງນັ້ນ, ນັບຈາກນີ້ໄປຫວັງວ່າກຸ່ມຜະລິດເຂົ້າເປັນສິນຄ້າກັບໂຮງສີຂອງພວກເຮົາຈະສືບຕໍ່ໃນການເກັບຊື້ເຂົ້າຈາກກຸ່ມດັ່ງກ່າວໃຫ້ມີຄຸນນະພາບ, ມີລາຄາດີ ໃຫ້ຊາວນາໄດ້ມີລາຍຮັບສູງ ແລະ ມີຜົນຜະລິດທີ່ສູງຂຶ້ນ.

ສ່ວນດ້ານລາຄາແມ່ນກຳນົດຕາມກົນໄກຂອງຕະຫຼາດ ອີກຢ່າງໜຶ່ງເມື່ອເຊັນສັນຍານີ້ແລ້ວ ຖ້າກຸ່ມຜູ້ຜະລິດຕ້ອງການຢາກໃຫ້ທາງກຸ່ມໂຮງສີຊ່ວຍດ້ານການລົງທຶນການຜະລິດ ເປັນຕົ້ນ ຝຸ່ນ, ແນວພັນ, ເຄື່ອງກົນຈັກທັນສະໄໝ ກໍພ້ອມໃຫ້ການສະໜັບສະໜູນຢ່າງເຕັມທີ່.

ກຸ່ມຜູ້ຜະລິດເປັນສິນຄ້າ ບ້ານໝາກຮຽວ ມີເນື້ອທີ່ຜະລິດເຂົ້ານາປີ 67,08 ເຮັກຕາ, ຜະລິດເຂົ້າໄດ້ 290 ໂຕນ ແລະ ເນື້ອທີ່ຜະລິດເຂົ້ານາແຊງ 65,58 ເຮັກຕາ ຜົນຜະລິດເຂົ້າໄດ້ 262 ໂຕນ. ສ່ວນກຸ່ມຜະລິດເຂົ້າເປັນສິນຄ້າບ້ານໝາກນາວໃຕ້ ມີເນື້ອທີ່ຜະລິດເຂົ້ານາປີ 85 ເຮັກຕາ, ຜະລິດເຂົ້າໄດ້ 255 ໂຕນ ແລະ ເນື້ອທີ່ຜະລິດເຂົ້ານາແຊງ 87 ເຮັກຕາ ຜົນຜະລິດເຂົ້າໄດ້ 311 ໂຕນ.

ທ່ານ ບຸນລໍ້າ ວົງສຸດທິ ກ່າວວ່າ: ການສ້າງຕັ້ງກຸ່ມຜະລິດນີ້ຂຶ້ນມາແມ່ນເປັນສິ່ງສໍາຄັນ ຮຽກຮ້ອງຫົວໜ້າກຸ່ມຕ້ອງໄດ້ເສຍສະຫຼະໃນການເຮັດວຽກບໍລິຫານຂອງກຸ່ມໃຫ້ມີຄວາມຍືນຍົງ ພ້ອມນໍາພາຈະເຮັດແນວໃດ ເພື່ອເຮັດໃຫ້ຜົນຜະລິດມີຄຸນນະພາບ, ການເລືອກນຳໃຊ້ແນວພັນຕ້ອງໄດ້ມີການປັບປຸງດິນ ຈະບໍ່ເນັ້ນການນຳໃຊ້ເຄມີ ແລະ ເຮັດໃຫ້ເປັນກະສິກຳສະອາດ ເຂົ້າສະອາດ ເພື່ອເຮັດໃຫ້ຜູ້ບໍລິໂພກມີ ຄວາມໝັ້ນໃຈ ແລະ ເປັນທີ່ຕ້ອງການຂອງຕະຫຼາດ.
ປັດຈຸບັນໂຮງສີເຂົ້າຊ້ວນແກ້ວຕາ ໄດ້ເກັບຊື້ເຂົ້າເປືອກນໍາປະຊາຊົນ 4.000 ກີບຕໍ່ກິໂລ.