ສະຖາບັນ ການເງິນ ທະວີໂຊກ ຮ່ວມເປັນສ່ວນໜຶ່ງສະໜັບສະໜູນ ວຽງຈັນ ເອັຟຊີ ລຸຍລາວລີກ 1

172

ສະຖາບັນ ການເງິນ ຈຸລະພາກ ທີ່ບໍ່ຮັບຝາກເງິນ ທະວີໂຊກ ທີ່ມີສໍານັກງານຕັ້ງຢູ່ບ້ານຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ ຂໍເປັນສ່ວນໜຶ່ງໃນການສະໜັບສະໜູນ ສະໂມສອນພາຍໃນແຂວງຂອງຕົວເອງກໍຄື ວຽງຈັນ ເອັຟຊີ ນ້ອງໃໝ່ ເປບຊີ ລາວລີກ 1 ລະດູການ 2020 ເຊິ່ງເປັນສະໂມສອນໜຶ່ງດຽວທີ່ມາຈາກຕ່າງແຂວງ.

ເນື່ອງໃນໂອກາດຕິດຕາມທີມໃນນັດອຸ່ນເຄື່ອງລະຫວ່າງ ວຽງຈັນ ເອັຟຊີ ກັບ ກອງທັບ ເອັຟຊີ ໃນວັນທີ 5 ກໍລະກົດ 2020 ທີ່ເດີ່ນກີລາກອງທັບວຽງຈັນ ເອັຟຊີ ທ່ານ ທະວີໂຊກ ອິນທະວົງ ຜູ້ອໍານວຍການ ສະຖາບັນ ການເງິນ ຈຸລະພາກ ທີ່ບໍ່ຮັບຝາກເງິນ ທະວີໂຊກ ໄດ້ໃຫ້ການຊຸກຍູ້ ວຽງຈັນ ເອັຟຊີ ໃນການເຂົ້າຮ່ວມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ເພື່ອເປັນອີກແຮງໃນການສ້າງທີມພາຍໃນແຂວງໃຫ້ມີຄວາມເຂັ້ມແຂງ ແລະ ສ້າງນັກເຕະຊາວແຂວງວຽງຈັນ ໄດ້ພັດທະນາຕົວເອງຂຶ້ນເລື້ອຍໆ.

ທ່ານ ພູເງິນ ບົວທອງ ຮອງເລຂາທິການ ສະຫະພັນບານເຕະແຂວງວຽງຈັນ ທັງເປັນຜູ້ຈັດການທີມ ວຽງຈັນ ເອັຟຊີ ເປີດເຜີຍວ່າ: ການທີ່ ວຽງຈັນ ເອັຟຊີ ກ້າວຂຶ້ນມາຫຼິ້ນໃນເປບຊີ ລາວລີກ 1 ໃນລະດູການນີ້ ເຮັດໃຫ້ວົງການບາເຕະພາຍໃນແຂວງວຽງຈັນ ຄຶກຄັກເປັນທີ່ສຸດ ໂດຍສະເພາະໄດ້ມີການແຂ່ງຂັນບານເຕະພາຍໃນແຂວງຫຼາຍຂຶ້ນ ແລະ ມີສະໜາມບານເຕະໃໝ່ທີ່ໃຫ້ບໍລິການສ້າງໃໝ່ເພີ່ມຂຶ້ນ ຖືວ່າເປັນການສ້າງປຸກກະແສໃຫ້ກັບວົງການບານເຕະພາຍໃນແຂວງ.

 

ຜູ້ຈັດການທີມຂອງ ວຽງຈັນ ເອັຟຊີ ກ່າວອີກວ່າ: ນອກນັ້ນກໍຍັງມີຜູ້ໃຫ້ການສະໜັບສະໜູນທີມພວກເຮົາຫຼາຍຂຶ້ນເລື້ອຍໆ ຫຼ້າສຸດກໍມີ ສະຖາບັນ ການເງິນ ຈຸລະພາກ ທີ່ບໍ່ຮັບຝາກເງິນ ທະວີໂຊກ ທີ່ຕັ້ງຢູ່ຫຼັກ 52 ໃນແຂວງຂອງພວກເຮົາ ກໍໄດ້ເປັນໜຶ່ງໃນຜູ້ຮ່ວມສະໜັບສະໜູນທີມລຸຍລາວລີກ 1 ໃນປີນີ້ຢ່າງເປັນທາງການໃນມື້ນີວັນທີ 5 ກໍລະກົດ 2020. ນອກນັ້ນຍັງມີ ບໍລິສັດ ສົມບູນຄູນຊັບກໍ່ສ້າງ ທີ່ໄດ້ໃຫ້ການສະໜັບສະໜູນທີມໄປກ່ອນໜ້ານັ້ນ ແລະ ອຳນວຍຄວາມສະດວກໃນການເດີນທາງ.

ສໍາລັບ ວຽງຈັນ ເອັຟຊີ ເລີ່ມພັດທະນາ ແລະ ສ້າງລະບົບທີມໃນທ້າຍປີ 2018 ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆ ທີ່ທາງ ສະຫະພັນບານເຕະແຫ່ງຊາດລາວຈັດຂຶ້ນ ເພື່ອສອດຄ່ອງກັບແນວທາງການພັດທະນາບານເຕະຂອງແຂວງວຽງຈັນ ເລີ່ມຕົ້ນສົ່ງທີມເຂົ້າຮ່ວມ ການແຂ່ງຂັນບານເຕະ ສາຍ ກໍ ປະຈຳປີ 2019 ເຊິ່ງປັດຈຸບັນ ວຽງຈັນ ເອັຟຊີ ຍັງມີການຝຶກຊ້ອມນັກກີລາແຕ່ໃນແຕ່ລະຮຸ່ນເຊັ່ນ: ລຸ້ນອາຍຸ10 ປີ, 12 ປີ, 14 ປີ, 16 ປີ ແລະ 18 ປີ ແລະ ສົ່ງທີມເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2019 ທີ່ຜ່ານມາ.
ຮູບຈາກ: VFC Viengchanh Football Club ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ທະວີໂຊກ