ອີໂວ້ ເຊັນສັນຍາສະໜັບສະໜູນ ເອັສຣາ ເອັຟຊີ ລຸຍລາວລີກ 1 ຕະຫຼອດລະດູການ 2020

133

ອີໂວ້ ສະຕໍ ( EVO STORE ) ສູນຈໍາໜ່າຍເຄື່ອງກີລາ, ອຸປະກອນກີລາ ແລະ ຍັງເປັນຜູ້ຜະລິດ ຈໍາໜ່າຍແບຣນເຄື່ອງກີລາຂອງຄົນລາວ ເຖິງວ່າປີນີ້ຈະບໍ່ໄດ້ສົ່ງທີມເຂົ້າຮ່ວມການແຂ່ງຂັນໃນລີກຂອງ ສປປ ລາວ ແຕ່ກໍຍັງສືບຕໍ່ເປັນສ່ວນໜຶ່ງ ໃນການພັດທະນາວົງການກີລາລາວດ້ວຍການເຊັນສັນຍາສະໜັບສະໜູນ ເອັສຣາ ເອັຟຊີ ນ້ອງໃໝ່ໃນເປບຊີ ລາວລີກ 1 ລະດູການ 2020.

ພິທີເຊັນສັນຍາສະໜັບສະໜູນຈັດຂຶ້ນໃນວັນທີ 4 ພຶດສະພາ 2020 ທີ່ອີໂວ້ ສະຕໍ ( EVO STORE ) ສາຂາບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຊັນສັນຍາກັນລະຫວ່າງ ທ່ານ ວັນນະກອນ ພົມມະຈັກ ຜູ້ອໍານວຍການ ອີໂວ້ ສະຕໍ ກັບ ທ່ານ mideum kim ຜູ້ຈັດການທີມຂອງ ເອັສຣາ ເອັຟຊີ ພ້ອມຄະນະບໍລິຫານງານຂອງ ອີໂວ້ ສະຕໍ ແລະ ນັກກີລາຂອງ ເອັສຣາ ເອັຟຊີ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີດັ່ງກ່າວ ທ່ານ ວັນນະກອນ ພົມມະຈັກ ຜູ້ອໍານວຍການ ອີໂວ້ ສະຕໍ ກ່າວວ່າ: ການສະໜັບສະໜູນຄັ້ງນີ້ ອີໂວ້ ຈະຂໍເປັນສ່ວນໜຶ່ງໃນການພັດທະນາວົງການບານເຕະລາວເຮົາ ໂດຍສະເພາະປີນີ້ສະໜັບສະໜູນຊຸດແຂ່ງໃຫ້ກັບ ເອັສຣາ ເອັຟຊີ ເຂົ້າໃນການແຂ່ງຂັນ ເປບຊີ ລາວລີກ 1 ຕະຫຼອດລະດູການ ທີ່ຈະເປີດສາກຂຶ້ນໃນກໍລະກົດນີ້.
ສໍາລັບ ການແຂ່ງຂັນ ເປບຊີ ລາວລີກ 1 ໃນປີ 2020 ມີ 7 ທີມປະກອບມີ: ສະໂມສອນ ລາວໂຕໂຢຕ້າ ເອັຟຊີ, ມາສເຕີ 7 ເອັຟຊີ, ຊ້າງນ້ອຍ ເອັຟຊີ, ປກສ ເອັຟຊີ, ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ, ວຽງຈັນ ເອັຟທີ ແລະ ເອັສຣາ ເອັຟຊີ ຈະເປີດສາກແຂ່ງຂັນໃນວັນທີ 11 ກໍລະກົດ 2020.
ຂອບໃຈ: ອີໂວ້ ສະຕໍ