ເຄັດລັບດື່ມກາເຟແນວໃດບໍ່ໃຫ້ເສຍສຸຂະພາບ

138

ໜຸ່ມສາວທີ່ເຮັດວຽກຫ້ອງການຫຼາຍຄົນ ຕື່ນເຊົ້າມາກໍຕ້ອງດື່ມກາເຟ ທ່ຽງມາກໍອາດຈະດື່ມກາເຟເພີ່ມອີກ ຫຼື ຖ້າມື້ໃດທີ່ຕ້ອງມີເຮັດໂອທີ ຫຼື ກຽມພຣີເຊັນວຽກຈົນເດິກ ກໍອາດຈະດື່ມກາເຟຈອກທີ່ສາມຕື່ມ ເຊື່ອວ່າຫຼາຍຄົນຮູ້ດີວ່າການດື່ມກາເຟຫຼາຍເກີນໄປຈະມີຜົນເສຍຕໍ່ຮ່າງກາຍ ແລ້ວຍັງເຮັດໃຫ້ຜູ້ປ່ວຍພະຍາດຫົວໃຈ ແລະ ຄວາມດັນເລືອດສູງມີອາການເພີ່ມຂຶ້ນ.

ແຕ່ຖ້າເຈົ້າເປັນຄົນໜຶ່ງທີ່ມັກດື່ມກາເຟຫຼາຍໆແບບຂາດບໍ່ໄດ້ແລ້ວ ມື້ນີ້ພວກເຮົາມີວິທີດື່ມກາເຟແນວໃດບໍ່ໃຫ້ເສຍສຸຂະພາບມາຝາກໝູ່ເພື່ອນກັນ.

ເລືອກກາເຟທີ່ມີຄຸນນະພາບສູງ:

ບາງຄົນອາດຈະຍັງບໍ່ຮູ້ວ່າກາເຟຖືວ່າເປັນໜຶ່ງໃນພືດທີ່ມີການໃຊ້ຢາຂ້າແມງໄມ້ໃນການປູກຫຼາຍທີ່ສຸດຊະນິດໜຶ່ງເລີຍ. ສະນັ້ນ, ເຮົາຄວນເລືອກກາເຟຄຸນນະພາບສູງ ໂດຍສະເພາະພວກທີ່ເປັນອໍເກນິກ. ນອກຈາກເຮົາຈະຫຼີກລຽງສານຕົກຄ້າງຈາກຢາຂ້າແມງໄມ້ໄດ້ແລ້ວ ເຮົາຍັງໄດ້ກິ່ນ ແລະ ລົດຊາດທີ່ດີກວ່າ.

ເລືອກດື່ມໃຫ້ຖືກເວລາ:

ເວລາທີ່ດື່ມກາເຟຄວນເລືອກໄລຍະກ່ອນ 14:00 ໄລຍະບ່າຍ ຖ້າດື່ມຫຼັງ 14:00 ໂມງ ອາດຈະເຮັດໃຫ້ຮ່າງກາຍມີບັນຫານອນບໍ່ຫຼັບ ແລະ ພະຍາຍາມເລືອກກາເຟທີ່ມີເບສເປັນເອັສເພສໂຊ ເຊັ່ນ: ອາເມຣິກາໂນ, ຄາປູຊິໂນ ຫຼື ລາເຕ້ ແທນກາເຟປົກກະຕິ ຫຼື ແບບ 3-in-1 ເພາະອາດຈະມີປະລິມານຄາເຟອິນ ແລະ ນ້ຳຕານໜ້ອຍກວ່າ.

ເລືອກດື່ມກາເຟກ່ອນອອກກຳລັງກາຍ:

ຖ້າຢາກອອກກຳລັງກາຍເພື່ອລະລາຍໄຂມັນ ກໍລອງຈິບກາເຟກ່ອນຈັກໜ້ອຍໜຶ່ງເບິ່ງ ນອກຈາກຈະຊ່ວຍເຜົາຜານໄຂມັນໄດ້ໄວຂຶ້ນແລ້ວ ຍັງຊ່ວຍເພີ່ມອັດຕາການເຜົາຜານພະລັງງານໃນຮ່າງກາຍໃຫ້ສູງຂຶ້ນພ້ອມ.

ເລືອກດື່ມກາເຟບໍ່ໃສ່ນ້ຳຕານ, ຄຣີມທຽມ ຫຼື ອື່ນໆ:

ຖ້າທ່ານຕິດກາເຟຫຼາຍໆຢາກໃຫ້ລອງດື່ມກາເຟດຳທີ່ບໍ່ໃສ່ນ້ຳຕານ, ຄຣີມທຽມ, ນົມ ຫຼື ອື່ນໆ ແລ້ວດື່ມໃນປະລິມານທີ່ບໍ່ຫຼາຍເກີນໄປ ພ້ອມຈິບຊ້າໆໃຫ້ພໍຮູ້ສຶກຕື່ນ.

ເຖິງວ່າກາເຟຈະມີປະໂຫຍດຢູ່ແຕ່ເຮົາກໍຄວນດື່ມໜ້ອຍໆ ບໍ່ຈຳເປັນກໍບໍ່ຕ້ອງດື່ມທຸກມື້ ຖ້າ ເຫງົານອນກໍພຽງປ່ຽນມານອນໃຫ້ໄວຂຶ້ນ ຫຼື ຫາໝາກໄມ້ສົດເອົາໄວ້ກິນເພື່ອເພີ່ມຄວາມສົດຊື່ນຈະດີກວ່າ.