ອຸຕຸເຕືອນ! ເລີ່ມມື້ນີ້ ຫາ 4ກໍລະກົດ ຢູ່ 7ແຂວງນີ້ ລະວັງຝົນຕົກໜັກ

160

ເມື່ອກ້າວເຂົ້າສູ່ລະດູຝົນ ແນ່ນອນວ່າສິ່ງທີ່ຕ້ອງລະວັງແມ່ນຝົນຕົກໜັກ, ດິນເຈື່ອນ ຫຼື ນໍ້າຖ້ວມ, ເຊິ່ງໃນໄລຍະຜ່ານມາລາວເຮົາກໍ່ເຄີຍປະສົບກັບໄພພິບັດດັ່ງກ່າວມາແລ້ວບໍ່ໜ້ອຍ. ດັ່ງນັ້ນ ຕ້ອງມີສະຕິລະວັງຕົວກຽມພ້ອມຮັບມືຢູ່ຕະຫຼອດ, ຫຼ້າສຸດ ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນກຽມຮັບມືໃຫ້ດີໃນລະຫວ່າງວັນທີ 2 ຫາ 4 ກໍລະກົດ 2020 ນີ້ ຢູ່ 7ແຂວງພາກກາງ ແລະ ພາກໃຕ້ ຈະມີຝົນຕົກໜັກ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງເຕືອນໄພ ສະບັບເລກທີ 0857/ກອຕທ, ນະຄອນຫຼວງວຽງຈັນ, ລົງວັນທີ 2 ກໍລະກົດ 2020 ກ່ຽວກັບຝົນຕົກໜັກ ລະຫວ່າງວັນທີ 2 ຫາ 4 ກໍລະກົດນີ້ ເນື່ອງຈາກວ່າຄວາມກົດດັນຕ່ຳຂອງອາກາດມີກຳລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ພ້ອມດຽວກັນ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກໍາລັງແຮງເພີ່ມຂຶ້ນພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນບັນດາ ແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ພ້ອມມີລົມພັດແຮງເປັນບາງໂອກາດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອົງການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີນ້ຳຖ້ວມອັ່ງຢູ່ບັນດາແຂວງດັ່ງກ່າວ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ໃນໄລຍະ 1 ຫາ 3 ວັນຕໍ່ໜ້າ.