ເຫດຜົນໃຫ້ຕ້ອງປັບຂຶ້ນລາຄານໍ້າມັນ ນີ້ຄືຄຳຕອບ

103

ປັບລາຄານ້ຳມັນແມ່ນໄປຕາມກົນໄກເໜັງຕີງຂຶ້ນ – ລົງຂອງຕະຫຼາດໂລກ ແລະ ການປັບຂຶ້ນຫຼ້າສຸດນີ້ກໍເຊັ່ນກັນ ຍ້ອນຄວາມຕ້ອງການຊົມໃຊ້ນ້ຳມັນກັບມາຫຼາຍຂຶ້ນ ເນື່ອງຈາກຫຼາຍປະເທດເລີ່ມຜ່ອນຜັນມາດຕະການປິດປະເທດໄລຍະປ້ອງກັນພະຍາດໂຄ ວິດ – 19.

ໄລຍະຜ່ານມາເຫັນວ່າ: ລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ ເວົ້າລວມ, ເວົ້າສະເພາະລາຄານ້ຳມັນເຊື້ອໄຟສຳເລັດຮູບຕະຫຼາດສິງກະໂປ ແມ່ນມີການເໜັງຕີງຂຶ້ນ – ລົງສູງສົມຄວນໂດຍສະເພາະໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ – 19. ປັດຈຸບັນຫຼັງຈາກຄວາມຕ້ອງການຊົມໃຊ້ນ້ຳມັນຫຼາຍຂຶ້ນ ຈາກມາດຕະການຜ່ອນຜັນການປິດປະເທດ ( Lockdown ) ບວກກັບກຸ່ມ OPEC ແລະ ປະເທດພັນທະມິດທີ່ຕົກລົງຮ່ວມກັນຫຼຸດປະລິມານການຜະລິດນ້ຳມັນເຊື້ອໄຟໃຫ້ຢູ່ລະດັບ 9,7 ລ້ານບາເຣວ ຕໍ່ວັນ ສົ່ງຜົນເຮັດໃຫ້ລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກປັບເພີ່ມຂຶ້ນເຮັດໃຫ້ຫຼາຍປະເທດ ໂດຍສະເພາະບັນດາປະເທດອ້ອມຂ້າງ ເຊັ່ນ: ສສ ຫວຽດນາມ ແລະ ໄທ ກໍໄດ້ປັບລາຄານ້ຳມັນເຊື້ອໄຟ ຂຶ້ນ – ລົງຕາມການເໜັງຕີງຂອງຕະຫຼາດໂລກ.

ສຳລັບ ສປປ ລາວ ເອງກໍຄືບັນດາປະເທດອ້ອມຂ້າງ ຕ້ອງໄດ້ປັບລາຄານ້ຳມັນເຊື້ອໄຟພາຍໃນປະເທດເໜັງຕີງຕາມກົນໄກຕະຫຼາດ, ແຕ່ຖ້າປັບຕາມນັ້ນຈະເຮັດໃຫ້ລາຄານ້ຳມັນເຊື້ອໄຟ ພາຍໃນປະເທດເໜັງຕີງຂຶ້ນສູງ ຄື: ແອັດຊັງພິເສດ ປັບຂຶ້ນ 800 ກີບຕໍ່ລິດ ຫຼື ຄິດເປັນ 10%, ແອັດຊັງທຳມະດາ ປັບຂຶ້ນ 800 ກີບຕໍ່ລິດ ຫຼື ຄິດເປັນ 11% ແລະ ກາຊວນ ປັບຂຶ້ນ 470 ກີບຕໍ່ລິດ ຫຼື ຄິດເປັນ 7%.

ຖ້າບໍ່ປັບຜູ້ປະກອບການຈຳນວນໜຶ່ງອາດຫຼຸດຜ່ອນການນຳເຂົ້ານ້ຳມັນ ເຊິ່ງຈະສົ່ງຜົນກະທົບກັບການຊົມໃຊ້ພາຍໃນໄດ້ ຫຼື ຮ້າຍແຮງ ກວ່ານັ້ນ ອາດເກີດການນຳເຂົ້ານອກລະບົບ ເຮັດໃຫ້ລັດສູນເສຍລາຍຮັບເຂົ້າງົບປະມານຈໍານວນຫຼາຍ. ສະນັ້ນ, ເພື່ອບໍ່ໃຫ້ມີຜົນກະທົບກັບພື້ນຖານເສດຖະກິດຂອງປະເທດ ເວົ້າລວມ, ເວົ້າສະເພາະຕໍ່ຜູ້ຊົມໃຊ້ ກໍຄືພໍ່ແມ່ປະຊາຊົນບັນດາເຜົ່າຫຼາຍເກີນໄປ, ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ຄົ້ນຄວ້າ ຮ່ວມກັບຂະແໜງການກ່ຽວຂ້ອງທັງພາກລັດ ແລະ ພາກເອກະຊົນ ກໍຄືຜູ້ປະກອບການໂດຍເອກະພາບກັນປັບລາຄານ້ຳມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ຂຶ້ນ 240 ກີບຕໍ່ລິດຕໍ່ຊະນິດ ແທນທີ່ຈະເປັນ 800 ກີບຕໍ່ລິດຕໍ່ຊະນິດ, ສ່ວນກາຊວນ ປັບຂຶ້ນ 220 ກີບຕໍ່ລິດ ແທນທີ່ຈະເປັນ 470 ກີບຕໍ່ລິດ ເຮັດໃຫ້ລາຄາຂາຍຍ່ອຍໜ້າປ້ຳນ້ຳມັນເຊື້ອໄຟ ເວົ້າລວມ, ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນ ເໜັງຕີງຄື: ນ້ຳມັນແອັດຊັງພິເສດ ຈາກ 8.080 ເປັນ 8.320 ກີບຕໍ່ລິດ, ນ້ຳມັນແອັດຊັງທຳມະດາ ຈາກ 7.590 ເປັນ 7.830 ກີບຕໍ່ລິດ ແລະ ນ້ຳມັນກາຊວນ ຈາກ 7.130 ເປັນ 7.350 ກີບຕໍ່ລິດ ເຊິ່ງມີຜົນນັບແຕ່ເວລາ 6:00 ໂມງ ຂອງວັນທີ 1 ກໍລະກົດ 2020 ເປັນຕົ້ນໄປ.

ຕໍ່ສະພາບການເໜັງຕີງຂອງລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ, ກໍຄືການປັບຂຶ້ນລາຄານ້ຳມັນເຊື້ອໄຟໃນຂອບເຂດທົ່ວປະເທດໃນຄັ້ງນີ້, ກົມການຄ້າພາຍໃນ ກໍຄືກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງຂໍຮຽກຮ້ອງໃຫ້ປວງຊົນລາວບັນດາເຜົ່າຊ່ວຍກັນປະຢັດມັດທະຍັດໃນການຊົມໃຊ້ ໂດຍສະເພາະແມ່ນການຊົມໃຊ້ຍານພາຫະນະ. ທັງນີ້, ກໍເພື່ອຫຼຸດຜ່ອນການໄຫຼອອກເງິນຕາໄປຕ່າງປະເທດ. ພ້ອມຮຽກຮ້ອງເຖິງບັນດາຜູ້ປະກອບການ ກໍຄືຜູ້ດໍາເນີນທຸລະກິດນ້ຳມັນເຊື້ອໄຟ ແລະ ທຸລະກິດອື່ນໆ ບໍ່ໃຫ້ຖືເອົາການຂຶ້ນລາຄານ້ຳມັນສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ ແລະ ການກັກຕຸນສິນຄ້າ ກໍຄືນ້ຳມັນເຊື້ອໄຟ ເພື່ອໄວ້ເກງກຳໄລ, ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ຫຼື ການກັກຕຸນສິນຄ້າແບບບໍ່ມີເຫດຜົນ ແມ່ນຈະໄດ້ໃຊ້ມາດຕະການຕາມລະບຽບການ.

ນັບແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ລັດໄດ້ມີການປັບລາຄານ້ຳມັນເຊື້ອໄຟໃນຂອບເຂດທົ່ວປະເທດແລ້ວ 11 ຄັ້ງ ( ລວມທັງຄັ້ງ ນີ້ ). ໃນນັ້ນ, ປັບລົງ 7 ຄັ້ງ ແລະ ປັບຂຶ້ນ 4 ຄັ້ງ.