ຢູ 19 ລາວ ຄັດໄດ້ 8 ນັກເຕະຈາກພາກໃຕ້ ທ້າຍອາທິດນີ້ຂຶ້ນໄປຄັດທີ່ພາກເໜືອຕໍ່

74

ສະຫະພັນບານເຕະແຫ່ງຊາດລາວ ປະກາດລາຍຊື່ນັກເຕະທີ່ຜ່ານການຄັດເລືອກທີ່ພາກໃຕ້ ອອກມາຢ່າງເປັນທາງການໃນວັນທີ 30 ມິຖຸນາ 2020 ຫຼັງຈາກທີ່ລົງໄປຄັດເລືອກໃນທ້າຍອາທິດ ທີ່ຜ່ານມາ ສາມາດຄັດໄດ້ 8 ຄົນສຸດທ້າຍ ເພື່ອຈະນໍາເຂົ້າມາເກັບຕົວທີ່ສູນຝຶກຊ້ອມ ທີ່ສະຫະພັນບານເຕະແຫ່ງຊາດລາວ ໃນນະຄອນຫຼວງວຽງຈັນ.

ທ່ານ ວົງມີໄຊ ສຸບົວຄຳ ຜູ້ບໍລິຫານທີມຊາດລາວ ຢູ 19 ເປີດເຜີຍວ່າ: ກ່ອນໜ້ານີ້ ຄະນະຄູຝຶກຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ໄດ້ລົງພາກໃຕ້ ເພື່ອໄປຄັດເລືອກນັກກີລາ ຮຸ່ນອາຍຸບໍ່ເກີນ 19 ປີ ໃນຄັ້ງວັນທີ 18 – 19 ມັງກອນ 2020 ທີ່ຜ່ານມາ ສາມາດຄັດເລືອກໄດ້ 35 ຄົນ ຈາກທັງໝົດ 350 ກວ່າຄົນ ຫຼ້າສຸດໃນວັນທີ 27 – 28 ມິຖຸນາ 2020 ໄດ້ມີການຄັດເລືອກຮອບ 2 ທີ່ສະຫນາມກີລາແຂວງຈຳປາສັກ ( ຫຼັກ 2 ນະຄອນປາກເຊ ).

ທ່ານກ່າວຕື່ມວ່າ: ຜ່ານການຄັດເລືອກ ສາມາດຄັດໄດ້ 8 ຄົນ ເຊິ່ງຈໍານວນ 8 ຄົນແມ່ນຈະໄດ້ຂຶ້ນມານອນສູນຝຶກຊ້ອມທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ໂດຍຈະເລີ່ມຊ້ອມໃນອາທິດໜ້າ, ສ່ວນອາທິດນີ້ ແມ່ນຈະເດີ່ນທາງຂຶ້ນໄປທີ່ແຂວງຫຼວງພະບາງ ເພື່ອໄປຄັດເລືອກຮອບ 2 ປະຈໍາພາກເໜືອລະຫວ່າງວັນທີ 3-4 ກໍລະກົດ 2020 ທີ່ສະໜາມກີລາແຂວງຫຼວງພະບາງ ( ບ້ານນາຫຼວງ ນະຄອນຫຼວງພະບາງ ) ໂດຍມີ 19 ຄົນທີ່ຜ່ານການຄັດເລືອກໃນຮອບທໍາອິດ ໃນຄັ້ງວັນທີ 11 – 12 ມັງກອນ 2020.

ສໍາລັບ ນັກກີລາ 8 ຄົນຈາກພາກໃຕ້ທີ່ຜ່ານການຄັດເລືອກປະກອບມີ: ກິແກ້ວ ໄຊບຸນຕັກ ຈາກແຂວງອັດຕະປື, ທິວາກອນ ໂພທິລາດ ຈາກແຂວງຈໍາປາສັກ, ຄອນສະໄໝ ສັນທະວີ ຈາກແຂວງຈຳປາສັກ, ໄພສີ ແກ້ວວົງສອນ ຈາກແຂວງຈໍາປາສັກ, ວັນສະເຫຼີມ ລັດຕະນາຈານ ຈາກແຂວງຈໍາປາສັກ, ແສງນິລັນ ພັນໂຊດ ຈາກແຂວງເຊກອງ, ວິສອນ ນວນສີ ຈາກແຂວງເຊກອງ ແລະ ໂຕລີ່ ບິວລາຊົງ ຈາກແຂວງເຊກອງ.

ນັກກີລາທີ່ຜ່ານການຄັດເລືອກທັງພາກໃຕ້ ແລະ ພາກເໜືອຈະໄດ້ສິດເຂົ້າຮ່ວມຄັດເລືອກຮອບສຸດທ້າຍ ທີ່ຈະເລີ່ມຝຶກຊ້ອມ ແລະ ຄັດເລືອກຮອບສຸດທ້າຍທີ່ນະຄອນຫຼວງວຽງຈັນ ກ່ອນເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບສຸດທ້າຍ ( AFC U-19 Championship Uzbekistan 2020 ) ລະຫວ່າງວັນທີ 14 – 31 ຕຸລາ 2020 ທີ່ປະເທດອຸດສະເບກິດສະຖານ ເຊິ່ງມີ 16 ທີມ ແບ່ງອອກເປັນ 4 ກຸ່ມ ຄື:

-.ກຸ່ມ ເອ : ອຸດສະເບກິດສະຖານ ເຈົ້າພາບ, ອິນໂດເນເຊຍ, ກຳປູເຈຍ ແລະ ອີຣານ.
-.ກຸ່ມ ບີ : ສ ເກົາຫລີ, ຍີ່ປຸ່ນ, ອີຣັກ ແລະ ບາເຣນ.
-ກຸ່ມ ຊີ : ອາຣັບບີ ຊາອຸດິດ, ອົດສະຕຣາລີ, ຫວຽດນາມ ແລະ ລາວ.
-ກຸ່ມ ດີ : ກາຕ້າ, ທາຈິກິດສະຖານ, ມາເລເຊຍ ແລະ ເຢເມນ.
ຂອບໃຈຮູບຈາກ: ບຸນຖາວອນ ຄົນສ້າງພາບ