ບໍລິສັດບີເຄ ຈະໃຊ້ 12 ເຮັກຕາສ້າງເປັນແຫຼ່ງທ່ອງທ່ຽວອະນຸລັກ ແລະັ້ົ້ ສົ່ງເສີມການປູກພືດສະໝຸນໄພ

183

ແຂວງຄຳມ່ວນ ອະນຸມັດເນື້ອທີ່ດິນ 12 ເຮັກຕາ ໃນເມືອງຄູນຄຳ ໃຫ້ບໍລິສັດບີເຄສຳປະທານ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວອະນຸລັກ ແລະ ສົ່ງເສີມການປູກພືດສະໝຸນໄພ ຢູ່ເຂດ ບ້ານນໍ້າສະນາມ. ພິທີເຊັນສັນຍາລະຫວ່າງພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນກັບ ບໍລິສັດບີເຄ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ, ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ 2020 ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງຄໍາມ່ວນ.

ຮ່ວມລົງໃນນາມສັນຍາຄັ້ງນີ້ ໃນນາມຕາງໜ້າອົງການປົກຄອງແຂວງຄໍາມ່ວນ ເຊັນໂດຍ ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ຄໍາໝັ້ນ ສໍປະເສີດ ເຈົ້າເມືອງໆ ຄູນຄໍາ ແລະ ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ – ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຄໍາມ່ວນ, ສ່ວນຝ່າຍບໍລິສັດ ເຊັນໂດຍ ທ່ານ ບັນດິດ ດວງພະຈັນ ອໍານວຍການບໍລິສັດ ແລະ ທ່ານ ພູຄໍາ ພິລາວົງ ຮອງອໍານວຍການບໍລິສັດ, ໂດຍມີພາກສ່ວນກ່ຽວຂ້ອງທັງສອງຝ່າຍ ແລະ ແຂກຖືກເຊີນ ເຂົ້າຮ່ວມເປັນສັກຂີພະຍານ.


ກ່ອນເຂົ້າສູ່ການເຊັນສັນຍາຢ່າງເປັນທາງການ ທັງສອງຝ່າຍແມ່ນໄດ້ປຶກສາຫາລືຮ່ວມກັນ ໃນບາງມາດຕາຂອງສັນຍາທີ່ເຫັນວ່າຍັງບໍ່ຖືກຕ້ອງສອດຄ່ອງສະພາບເງື່ອນໄຂຕົວຈິງເປັນຕົ້ນແມ່ນການປະຕິບັດພັນທະດ້ານພາສີອາກອນ ແລະ ຄ່າສໍາປະທານ, ລວມເຖິງເນື້ອໃນບາງຕອນທີ່ຕິດພັນກັບຫົວຂໍ້ຂອງສັນຍາ ທັງນີ້ກໍ່ເພື່ອແນໃສ່ຮັບປະກັນຄວາມເປັນເອກະພາບທາງດ້ານນິຕິກໍາ ແລະ ອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດ.


ຈຸດປະສົງຂອງບໍລິສັດ ໃນການສໍາປະທານເນື້ອທີ່ດິນ ເພື່ອພັດທະນາແຫຼ່ງທ່ອງທ່ຽວອະນຸລັກ ແລະ ສົ່ງເສີມການປູກພືດສະໝຸນໄພ ໃນເນື້ອທີ່ຈໍານວນ 12,61 ເຮັກຕາ, ໃນນັ້ນ ເຂດພັດທະນາການທ່ອງທ່ຽວ – ເຂດບໍລິການ ຈໍານວນ 2 ເຮັກຕາ ແລະ ເຂດພັດທະນາການທ່ອງທ່ຽວແບບອະນຸລັກຈໍານວນ 10,61 ເຮັກຕາ, ເຊິ່ງໄດ້ກໍານົດເວລາໃນການສໍາປະທານເປັນເວລາ 30 ປີ ແລະ ສາມາດຕໍ່ສັນຍາໄດ້, ບັນດາກິດຈະກໍາຂອງໂຄງການແມ່ນ ປຸກສ້າງສະຖານທີ່ພັກແຮມແບບກົມກືນກັບທໍາມະຊາດ, ກໍ່ສ້າງສູນຂໍ້ມູນດ້ານການທ່ອງທ່ຽວ, ຕິດຕັ້ງອຸປະກອນ ແລະ ສິ່ງອໍານວຍຄວາມສະດວກໃນການທ່ອງທ່ຽວ – ການບໍລິການ, ດໍາເນີນກິດຈະກໍາອຶ່ນໆທີ່ຕິດພັນກັບການພັດທະນາແຫຼ່ງທ່ອງທ່ຽວແບບອະນຸລັກ ແລະ ສົ່ງເສີມການປູກພືດສະໝຸນໄພ ເຊິ່ງມີມູນຄ່າການລົງທຶນຈໍານວນ 543.000 ໂດລາສະຫະລັດ, ທຶນຈົດທະບຽນ 300.000 ໂດລາສະຫະລັດ.

ພາຍຫຼັງທີ່ມີການເຊັນສັນຍານີ້ແລ້ວ ບໍລິສັດຈະຕ້ອງສ້າງຕັ້ງຊື່ເປັນນິຕິບຸກຄົນໃໝ່ ເພື່ອດໍາເນີນກິດຈະການຄື: ບໍລິສັດຕາດຟ້າເອໂກທົວຣິສ໌ເຊິມ ຈໍາກັດຜູ້ດຽວ ສໍານັກງານຕັ້ງຢູ່ບ້ານນໍ້ສະນາມ, ເມືອງຄູນຄໍາ, ແຂວງຄໍາມ່ວນ ເພື່ອຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການຕາມສັນຍາສະບັບນີ້, ພ້ອມທັງເປັນບ່ອນຮັບແຈ້ງການ ແລະ ປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໂດຍສອດຄ່ອງຕາມກົດໝາຍຂອງ ສປປ ລາວ.