ກິນນ້ຳຕານຢ່າງພໍດີທີ່ມາຈາກທຳມະຊາດ

81

ນ້ຳຕານທີ່ມີຢູ່ໃນອາຫານ ແລະ ເຄື່ອງດື່ມ ສາມາດແບ່ງອອກເປັນ 2 ສ່ວນ ຄື: ນ້ຳຕານທີ່ມາຈາກທຳມະຊາດ ແລະ ນ້ຳຕານທີ່ຕື່ມເພີ່ມ ສຳລັບຜູ້ທີ່ຈຳກັດການກິນນ້ຳຕານ ຕ້ອງຄວບຄຸມການໄດ້ຮັບນ້ຳຕານຢ່າງເໝາະສົມ, ການຫຼຸດ ຫຼື ຫຼີກລຽງການປຸງແຕ່ງເພີ່ມນ້ຳຕານໃນອາຫານ ແລະ ເຄື່ອງດື່ມ ຖືວ່າເປັນທາງເລືອກໜຶ່ງທີ່ຈະຊ່ວຍໃຫ້ການກິນນ້ຳຕານໃນປະລິມານທີ່ເໝາະສົມ ແລະ ມີຜົນດີຕໍ່ສຸຂະພາບໃນໄລຍະຍາວ.

ນ້ຳຕານທີ່ມີຢູ່ຕາມທຳມະຊາດ ສາມາດພົບໄດ້ໃນເກືອບທຸກປະເພດອາຫານໃນຄາໂບໄຮເດຣດ ເຊັ່ນ: ເຂົ້າ, ແປ້ງ, ທັນຍະພືດ, ຜັກ, ໝາກໄມ້, ນົມ ແລະ ຜະລິດຕະພັນນົມ. ແມ່ນພະລັງງານສຳລັບຮ່າງກາຍ ເພື່ອໃຫ້ຊີວິດຍືນຍົງ ແລະ ເຮັດກິດຈະກຳຕ່າງໆ.

ກິນນ້ຳຕານຢ່າງພໍດີທີ່ມາຈາກທຳມະຊາດ

ນ້ຳຕານທຳມະຊາດຂອງຫວານທີ່ມີປະໂຫຍດ:

ນ້ຳຕານທີ່ເກີດຂຶ້ນຕາມທຳມະຊາດຈະມີໃນຜັກ, ໝາກໄມ້, ເຂົ້າ, ແປ້ງ, ທັນຍະພືດ ແລະ ນົມ ຖ້າກິນໃນປະລິມານທີ່ພໍດີກັບຮ່າງກາຍກໍຈະສາມາດຈັດການ ແລະ ຈັດສັນພະລັງງານໄດ້ຢ່າງໄວວາ ແລະ ຍັງແມ່ນຄວາມຫວານທີ່ມາພ້ອມກັບສານອາຫານອື່ນໆ ທີ່ມາພ້ອມກັບວິຕາມິນ, ແຮ່ທາດ, ເສັ້ນໃຍອາຫານທີ່ຊ່ວຍລະບົບຍ່ອຍອາຫານ ແລະ ຂັບຖ່າຍ.

ອົງການອະນາໄມໂລກແນະນຳປະລິມານນ້ຳຕານທີ່ເພີ່ມໃນອາຫານ ແລະ ເຄື່ອງດື່ມທີ່ເໝາະສົມ ແມ່ນບໍ່ຄວນເກີນ 10 ເປີເຊັນ ຂອງຈຳນວນພະລັງງານທັງໝົດທີ່ໄດ້ຮັບໃນແຕ່ລະມື້ ຫຼື ປະມານ 4 – 6 ບ່ວງກາເຟຕໍ່ຄົນຕໍ່ມື້.