ຜູ້ສູງອາຍຸຫ່າງໄກຈາກໂຣກດ້ວຍຫຼັກ 4 ອ.

86
Healthy Asian senior couple drinking coffee in morning park together

ການເບິ່ງແຍງຜູ້ສູງອາຍຸບໍ່ພຽງແຕ່ເປັນໜ້າທີ່ຂອງລູກຫຼານ ແລະ ຄົນໃກ້ຊິດເທົ່ານັ້ນ ແຕ່ຜູ້ສູງອາຍຸເອງກໍຕ້ອງເລີ່ມເບິ່ງແຍງຕົນເອງ ເນື່ອງຈາກຜູ້ສູງອາຍຸທີ່ມີອາຍຸຕັ້ງແຕ່ 60 ປີຂຶ້ນໄປນັ້ນ ຈະມີຄວາມປ່ຽນແປງຫຼາຍ ທັ້ງດ້ານຮ່າງກາຍ ແລະ ຈິດໃຈ ຈຶ່ງເປັນສິ່ງທີ່ຕ້ອງເບິ່ງແຍງໃສ່ໃຈເປັນພິເສດ.

ແລ້ວຫຼັກ 4 ອ. ປະກອບມີຫຍັງແນ່ ?

ຫຼັກ 5 ອ. ນັ້ນປະກອບດ້ວຍການເບິ່ງແຍງສຸຂະພາບໃນດ້ານຕ່າງໆ ທັ້ງໂພຊະນາການ ການອອກກຳລັງກາຍ ແລະ ການເບິ່ງແຍງໃນດ້ານຈິດໃຈ.

ອ.ອາຫານ

ການເບິ່ງແຍງອາຫານການກິນ ເປັນສິ່ງທີ່ສຳຄັນສຳລັບຜູ້ສູງອາຍຸ ເພາະອາຫານທີ່ກິນເຂົ້າໄປນັ້ນ ເປັນສານທີ່ສົ່ງຜົນຕໍ່ສຸຂະພາບໂດຍກົງ ຖ້າຫາກກິນດີ ກິນຢ່າງລະມັດລະວັງ ຄວບຄຸມປະລິມານໃຫ້ເໝາະສົມ ກໍຈະຊ່ວຍໃຫ້ຫ່າງໄກຈາກໂຣກໄພຕ່າງໆໄດ້ ໂດຍເນັ້ນອາຫານທີ່ຍ່ອຍງ່າຍ ແລະ ຫຼີກລ້ຽງອາຫານທີ່ມີໄຂມັນສູງ ຫວານຫຼາຍ ເຄັມຫຼາຍ ແລະ ເຄື່ອງດື່ມທີ່ມີທາດມຶນເມົາຕ່າງໆ.

ອ.ອອກກຳລັງກາຍ

ກິດຈະກຳທີ່ຄວນຈະຕ້ອງເຮັດເພື່ອໃຫ້ຮ່າງກາຍແຂງແຮງ ແລະ ມີສຸຂະພາບທີ່ດີ ກໍຄືການອອກກຳລັງກາຍ ເພາະມັນຈະຊ່ວຍໃຫ້ລະບົບຕ່າງໆ ຂອງຮ່າງກາຍແຂງແຮງ ພ້ອມທັງເຮັດໃຫ້ກ້າມເນື້ອສ່ວນຕ່າງໆ ປອດ ຫົວໃຈ ແລະ ສະໝອງປອດໂປ່ງ ໂດຍການເນັ້ນຍ່າງໄວ ຂີ່ລົດຖີບ ແລະ ລອຍນ້ຳ ໃຊ້ເວລາອອກກຳລັງກາຍອາທິດລະ 3-4 ມື້ ມື້ລະປະມານ 30-40 ນາທີ.

ອ.ອາລົມ

ເລື່ອງຈິດໃຈກໍ່ເປັນເລື່ອງທີ່ສຳຄັນສຳລັບຜູ້ສູງອາຍຸ ເນື່ອງຈາກເປັນຊ່ວງທີ່ມີການປ່ຽນແປງຫຼາຍ ທັ້ງດ້ານຮ່າງກາຍ ສັງຄົມ ແລະ ສິ່ງແວດລ້ອມຕ່າງໆ ຈຶ່ງແນະນຳໃຫ້ເຮັດອາລົມສົດຊື່ນແຈ່ມໃສດ້ວຍຮອຍຍິ້ມ ເບິ່ງໂລກໃນແງ່ບວກ ບໍ່ຄິດຫຼາຍ ແລະ ທຳໃຈຍອມຮັບກັບການປ່ຽນແປງຕ່າງໆ.

ອ.ອະນາໄມ

ການເບິ່ງແຍງສຸຂະອະນາໄມຂອງຜູ້ສູງອາຍຸ ສ້າງພຶດຕິກຳສຸຂະພາບທີ່ດີ ໂດຍໝັ່ນກວດ ແລະ ຮັກສາສຸຂະພາບເປັນປະຈຳ ຫຼື ຢ່າງໜ້ອຍປີລະເທື່ອ ຫຼີກລ້ຽງການສູບຢາ ດື່ມເຄື່ອງມຶນເມົາ ແລະ ສານເສບຕິດຕ່າງໆ.

ຫຼັກການສຸຂະພາບທີ່ໃຜກໍເຮັດໄດ້ ບໍ່ຈຳເປັນຕ້ອງຖ້າໃຫ້ແກ່ເຖົ້າ ກໍສາມາດເບິ່ງແຍງຕົນເອງໄດ້ດ້ວຍ ຫຼັກ 4 ອ. ກໍຈະຊ່ວຍໃຫ້ທ່ານມີສຸຂະພາບທີ່ດີໄດ້ແລ້ວ.