ເອົາໃຈຄົນມັກເຮັດເຄັກ ດ້ວຍເມນູ “ເຄັກມູສສະຕໍເບີຣີ້ໂຢເກິດ”

149

ເຄັກມູສສະຕໍເບີຣີ້ໂຢເກິດ ລົດຊາດເຂັ້ມຂຸ້ນຫອມຫວານມັນ ປາສະຈາກແປ້ງ ແລະ ນ້ຳຕານ ເນື້ອສຳຜັດນຸ້ມລະອຽດ.

ສ່ວນປະສົມຂອງຖານເຄັກມູສສະຕໍເບີຣີ້ໂຢເກິດ: ແປ້ງອັລມອນ 25 ກຣາມ ແລະ ເນີຍລະລາຍ 10 ກຣາມ.

ສ່ວນປະສົມຂອງມູສເຄັກ: ເຈລາຕິນ 2 ແຜ່ນ, ໂຢເກິດລົດທຳມະຊາດ 60 ກຣາມ, ອິລິດລິທອລ (Erythritol) (ສານໃຫ້ຄວາມຫວານ) 40ກຣາມ, ວິປປິ້ງຄຣີມ 70 ມິນລິລິດ, ຊັອດສະຕໍເບີຣີ້ 50 ກຣາມ, ນ້ຳໝາກນາວ 1 ບ່ວງຊາ ແລະ ສະຕໍເບີຣີ້ສົດສຳລັບຕົບແຕ່ງ.

ສ່ວນປະສົມ ຊັອດສະຕໍເບີຣີ້: ສະຕໍເບີຣີ້ແຊ່ແຂງ 150 ກຣາມ, ອິລິດລິທອລ (Erythritol) (ສານໃຫ້ຄວາມຫວານ) 20 ກຣາມ ແລະ ນ້ຳໝາກນາວ 1 ບ່ວງຊາ.

ວິທີເຮັດເຄັກມູສສະຕໍເບີຣີ້ໂຢເກິດ

ເລີ່ມຕົ້ນດ້ວຍການເຮັດຖານເຄັກ ໂດຍການເທເນີຍລະລາຍລົງໄປໃນແປ້ງອັລມອນຄົນໃຫ້ເຂົ້າກັນຈົນເປັນເມັດຊາຍລະອຽດ ແລ້ວເທລົງໄປໃນພິມຮູບວົງມົນ ກົດໃຫ້ແໜ້ນແລ້ວເອົາໄປແຊ່ເຢັນເພື່ອໃຫ້ຖານຂະໜົມເຊັດໂຕ.

ຕໍ່ມາແມ່ນເຮັດຊັອດສະຕໍເບີຣີ້ ໂດຍການເທສະຕໍເບີຣີ້, ອິລິດລິທອລ (Erythritol) ແລະ ນ້ຳຫມາກນາວລົງໃນຊາມ ຄົນສ່ວນປະສົມໃຫ້ເຂົ້າກັນແລ້ວເອົາເຂົ້າໄມໂຄເວບປະມານ 2 ນາທີ ແລ້ວປັ່ນດ້ວຍເຄື່ອງປັ່ນກໍຈະໄດ້ຊັອດສະຕໍເບີຣີ້.

ຈາກນັ້ນເຮົາກໍມາເຮັດມູສເຄັກ ເລີ່ມດ້ວຍການແຊ່ແຜ່ນເຈລາຕິນໃນນ້ຳເພື່ອໃຫ້ອ່ອນ ແລ້ວຕີວິປປິ້ງຄຣີມໃຫ້ຟູປະມານ 50% ແບ່ງວິປປິ້ງຄຣີມມາໃສ່ແຜ່ນເຈລາຕິນທີ່ອ່ອນແລ້ວປະມານ 1 ບ່ວງແກງ ແລະນຳເຂົ້າໄມໂຄເວບ 20 ວິນາທີເພື່ອໃຫ້ເຈລາຕິນລະລາຍໃຫ້ເຂົ້າກັນກັບວິປປິ້ງຄຣີມ ແລ້ວຄ່ອຍໆ ຄົນໃຫ້ເຂົ້າກັນ ເທລົງໃສ່ພິມແຊ່ເຢັນໄວ້ 5-6 ຊົ່ວໂມງ ເພື່ອໃຫ້ເຄັກແຂງໂຕຈາກນັ້ນຕົບແຕ່ງໜ້າເຄັກດ້ວຍວິປປິ້ງຄຣີມ ແລະ ສະຕໍເບີຣີ້ກໍເປັນອັນຮຽບຮ້ອຍ.