ປະທານປະເທດ ໂອ້ລົມກໍາລັງປະກອບອາວຸດ ໃຫ້ຕັ້ງໜ້າປະຕິບັດ 2 ໜ້າທີ່ຍຸດທະສາດ

545

ປະທານປະເທດແຫ່ງ ສປປ ລາວ ທ່ານ ບຸນຍັງ ວໍລະຈິດ ໄດ້ໄປພົບປະໂອ້ລົມກຳລັງປະກອບອາວຸດ ໃນວັນທີ 19 ມິຖຸນາ 2020 ນີ້ ໂດຍທ່ານເນັ້ນໜັກໃຫ້ 2 ກະຊວງກະຊວງ ປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບຕັ້ງໜ້າສ້າງກໍາລັງໃຫ້ເຕີບໃຫຍ່ທັງປະລິມານ ແລະ ຄຸນນະພາບ, ເອົາໃຈໃສ່ປະຕິບັດ 2 ໜ້າທີ່ຍຸດທະສາດ ໃຫ້ປະສົບຜົນສໍາເລັດສູງ.

ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານການນໍາຂັ້ນສູງຂອງກະຊວງປ້ອງກັນປະເທດ (ປກຊ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຢູ່ທີ່ສະໂມສອນກະຊວງປ້ອງກັນປະເທດ ເຂົ້າຮ່ວມຮັບຟັງການໂອ້ລົມຄັ້ງນີ້ ມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍພະນັກງານການນໍາຂັ້ນສູງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.

ໂອກາດນີ້ ທ່ານ ບຸນຍັງ ວໍລະຈິດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສ້າງມາໄດ້ໃນຕະຫຼອດໄລຍະຊຸມປີຜ່ານມາ ໂດຍຍຶດໝັ້ນໃນສອງໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນໍາເດັດຂາດໂດຍກົງຮອບດ້ານຂອງພັກການເຄື່ອນໄຫວປັບປຸງກໍ່ສ້າງກໍາລັງປະກອບອາວຸດ-ກໍາລັງປ້ອງກັນຄວາມສະຫງົບ ໄດ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກໍາລັງທີ່ຈົ່ງຮັກພັກດີຢ່າງສຸດຊຶ້ງຕໍ່ພັກ-ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ພ້ອມກັນກ້າວຂຶ້ນເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

ພ້ອມດຽວກັນນີ້ ທ່ານ ບຸນຍັງ ວໍລະຈິດ ກໍ່ໄດ້ເນັ້ນໜັກໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍປະຕິບັດຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະນໍາກະຊວງປ້ອງກັນປະເທດ-ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ຈົ່ງຕັ້ງໜ້າກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງທັງດ້ານປະລິມານແລະຄຸນນະພາບ ຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ໃນສະເພາະໜ້າ ແລະ ຍາວນານ, ຄະນະພັກ-ຄະນະບັນຊາ ພະນັກງານສະມາຊິກພັກ-ນັກຮົບ ຈົ່ງໄດ້ພ້ອມກັນເຊີດຊູມານະຈິດປະຕິວັດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ເສີມຂະຫຍາຍມູນເຊື້ອທາດແທ້ຂອງກໍາລັງປະກອບອາວຸດປະຕິວັດ ປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບ-ຂອງກໍາລັງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ, ມີຄວາມຈົງຮັກພັກດີພໍ່ພັກ-ຕໍ່ປະເທດຊາດ, ມີທາດແທ້ປະຕິວັດ, ມີລະດັບທິດສະດີວິທະຍາສາດ, ເຕັກນິກ, ສີລະປະຢຸດ, ຍຸດທະວິທີ.

ພ້ອມກັນນີ້, ກໍ່ຕ້ອງໄດ້ສືບຕໍ່ຫັນກໍາລັງລົງເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຢູ່ແຕ່ລະຈຸດສຸມ ກໍ່ຄືເຂດຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດໃຫ້ມີຜົນສໍາເລັດ, ເຂົ້າຮ່ວມການພັດທະນາທາງດ້ານເສດຖະກິດ-ສັງຄົມ ວັດທະນະທໍາ ແລະ ກຽມພ້ອມຊ່ວຍເຫຼືອປະຊາຊົນ ໃນທຸກສະຖານະການທີ່ອາດຈະເກີດຂຶ້ນ ໂດຍສະເພາະແມ່ນການສະກັ້ດກັ້ນ ແລະ ຕ້ານພະຍາດໂຄວິດ-19, ໄພພິບັດທາງທໍາມະຊາດ.

ນອກນີ້, ກອງທັບ ແລະ ກໍາລັງປ້ອງກັນຄວາມສະຫງົບ ຈົ່ງພ້ອມກັນສຸມໃສ່ຈັດຕັ້ງຄຸ້ມຄອງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງນາຍ ແລະ ພົນທະຫານ-ນາຍ ແລະ ພົນຕໍາຫຼວດ ບົນພື້ນຖານຍົກສູງຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອອກແຮງສ້າງພະລາທິການກັບທີ່ເພື່ອຍົກສູງຄຸນະພາບຊີວິດຂອງພະນັກງານ-ນັກຮົບຢູ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ດີຂຶ້ນເປັນກ້າວໆ.

ໃນຍາມສະຫງົບກໍ່ຄືຍາມສັນຕິພາບ ກໍາລັງປ້ອງກັນຊາດ-ປ້ອງກັນຄວມສະຫງົບ ຈົ່ງໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງພາຍໃຕ້ສະພາບການໃໝ່, ຕາມທິດກໍ່ສ້າງກໍາລັງປະກອບອາວຸດ-ກໍາລັງປ້ອງກັນຄວາມສະຫງົບໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກໍາລັງປະກອບອາວຸດປະຕິວັດທີມີແບບແຜນ ແລະ ທັນສະໃໝ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນສື່ບປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ປຸກລະດົມກໍາລັງແຮງສັງລວມທົ່ວປົວຊົນທັງຊາດປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ກໍ່ຄື 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດ ແລະ 4 ຄາດໝາຍ 15 ວຽກຈຸດສຸມຂອງກະຊວງປ້ອງກັນຄວາມສະຫງົບ ວາງອອກໃຫ້ປະກົດຜົນເປັນຈີງ ເພື່ອປົກປັກຮັກສາເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັບຄົບຖ້ວນຂອງຊາດ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ ເຮັດໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດຂອງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າໄດ້ຮັບການຍົກສູງດີຂຶ້ນເຮັດໃຫ້ເຂົາເຈົ້າປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.