ລ໋ອບ ສະເຕດ້ຽມ ກັບມາເປີດສອນຄືນໃໝ່ແລ້ວ ພ້ອມຝຶກຊ້ອມກຽມລຸຍຮອບຮອງບານເຕະຢູ 12 ຊີງຂັນ ສຕລ

77

ລ໋ອບ ສະເຕດ້ຽມ ອະຄາເດມີ ສະໂມສອນບານເຕະເຍົາວະຊົນ ກັບມາເປີດສອນຄືນໃໝ່ແລ້ວ ຫຼັງຈາກທີ່ກ່ອນໜ້ານີ້ຕ້ອງປິດຊົ່ວຄາວ ເນື່ອງຈາກການລະບາດຂອງ ໂຄວິດ-19. ການກັບມາສອນຄັ້ງນີ້ແມ່ນເປີດສອນທຸກໆວັນເສົາ ແລະ ວັນອາທິດຕາມປົກກະຕິ.
ນອກນັ້ນຍັງກະກຽມທີມຮຸ່ນອາຍຸ 12 ປີ ໃຫ້ພ້ອມກຽມລຸຍການແຂ່ງຂັນບານເຕະຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 12 ປີ ຮອບຮອງຊະນະເລີດໃນທ້າຍເດືອນນີ້.

ທ່ານ ອາລ໋ອບ ມະນີບົດ ປະທານສະໂມສອນ ລ໋ອບ ສະເຕດ້ຽມ ເອັຟເອ ໃຫ້ສໍາພາດໃນວັນຈັນນີ້ ວ່າ: ຫຼັງຈາກໄດ້ຮັບແຈ້ງການໃຫ້ຢຸດເຄື່ອນໄຫວກິດຈະກໍາຊົ່ວຄາວ ໃນໄລຍະການລະບາດຂອງ ໂຄວິດ-19 ນັບຕັ້ງແຕ່ເດືອນມີນາເປັນຕົ້ນມາ ພວກເຮົາກໍຢຸດການຊ້ອມຮ່ວມກັນຊົ່ວຄາວ. ຢ່າງໃດກໍຕາມໃນໄລຍະເວລາດັ່ງກ່າວ ພວກເຮົາກໍໄດ້ມີການຊ້ອມຢູ່ເຮືອນໃຜເຮືອນລາວ ໃນທຸກໆຕອນແລງຂອງວັນພຸດເປັນປະຈໍາ ໂດຍຈະມີການໂທວີດີໂອຫາກັນ ເພື່ອໃຫ້ການສອນດໍາເນີນໄປຢ່າງຕໍ່ເນື່ອງ ແລະ ຮັກສາຄວາມແຂງແຮງຂອງຮ່າງກາຍ.

“ ຈົນມາເຖິງວັນທີ 7 ມິຖຸນາ 2020 ພວກເຮົາໄດ້ເລີ່ມກັບມາຊ້ອມເປັນປົກກະຕິ ທຸກໆວັນເສົາ ແລະ ວັນອາທິດ ເຊິ່ງໄດ້ຝຶກຊ້ອມດ້ານພະລະກໍາລັງ ແລະ ເທັກນິກຕ່າງໆ ອີກຄັ້ງ ຫຼັງຈາກທີ່ພັກການແຂ່ງຂັນໄປເກືອບ 3 ເດືອນ. ສໍາລັບນັກກີລາໃນສະໂມສອນຂອງພວກເຮົາປັດຈຸບັນແມ່ນມີ 56 ຄົນ ນັບຕັ້ງແຕ່ຮຸ່ນອາຍຸ 17 ປີລົງມາຫາ 6 ປີ ໂດຍສະເພາະຮຸ່ນ 12 ປີແມ່ນກຽມລົງແຂ່ງຂັນຮອບຮອງຊະນະເລີດລາຍການຂອງ ສຕລ, ສ່ວນຮຸ່ນ 15 ແລະ 17 ປີ ແມ່ນກໍາລັງກຽມທີມເຂົ້າຮ່ວມລາຍການຊີງຂັນຂອງ ສຕລ ໃນທ້າຍປີນີ້ ”, ປະທານສະໂມສອນ ລ໋ອບ ສະເຕດ້ຽມ ເອັຟເອ ກ່າວ.

ທ່ານ ອາລ໋ອບ ກ່າວອີກວ່າ: ສໍາລັບ ລ໋ອບ ສະເຕດ້ຽມ ຮຸ່ນອາຍຸບໍ່ເກີນ 12 ປີ ຊຸດທີ່ສາມາດເຂົ້າຮອບຮອງຊະນະເລີດໃນການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 12 ປີຊີງຂັນ ສຕລ 2020 ຈະກັບມາແຂ່ງຂັນໃນວັນທີ 27 ມິຖຸນາ 2020 ຈະພົບກັບ ເຄເອັນຊີ; ປັດຈຸບັນແມ່ນເລີ່ມຊ້ອມແລ້ວ ຄາດວ່າ ວັນທີ 25 ມິຖຸນາ 2020 ຈະກັບມາພ້ອມເຕັມທີ່ ກ່ອນການແຂ່ງຂັນຮອບດັ່ງກ່າວ ເພື່ອລຸ້ນເຂົ້າຮອບຊີງຊະນະເລີດໃຫ້ໄດ້.

ທ້າວ ຄູນຮຸ່ງເຮືອງ ພົມມາວິຈິດ ກອງໜ້າຂອງ ລ໋ອບ ສະເຕດຽມ ເອັຟເອ ຮຸ່ນອາຍຸບໍ່ເກີນ 12 ປີ ກ່າວວ່າ: ສໍາລັບ ນ້ອງແມ່ນເລີ່ມຫຼິ້ນບານເຕະຢ່າງເຕັມຕົວໃນຕອນອາຍຸ 8 ປີກັບ ສະໂມສອນ ລ໋ອບ ສະເຕດ້ຽມ ເອັຟເອ ຈົນເຖິງປັດຈຸບັນ. ທີ່ຜ່ານມາກໍເຄີຍພາ ລ໋ອບ ສະເຕດ້ຽມ ຄວ້າອັນດັບ 4 ໃນລາຍການທີ່ຊຽງໃໝ່ປະເທດໄທ ໃນການແຂ່ງຂັນຮຸ່ນອາຍຸ 12 ປີ ໃນປີ 2019, ສ່ວນປີນີ້ ກໍເປັນສ່ວນໜຶ່ງພາ ລ໋ອບ ສະເຕດ້ຽມ ເອັຟເອ ທະລຸເຂົ້າຮອບຮອງຊະນະເລີດ ໃນການແຂ່ງຂັນບານເຕະຊີງຂັນ ສຕລ ປະຈໍາປີ 2020 ຮຸ່ນອາຍຸບໍ່ເກີນ 12 ປີ ເຊິ່ງນ້ອງກໍເລີ່ມເຂົ້າມາຝຶກຊ້ອມກັບທີມແລ້ວໃນ 1 ອາທິດ ທີ່ຜ່ານມາ ແລະ ມີຄວາມພ້ອມຈະແຂ່ງຂັນໃນຮອບດັ່ງກ່າວ.

ສະໂມສອນ ລ໋ອບ ສະເຕດ້ຽມ ເອັຟເອ ສ້າງຕັ້ງຂຶ້ນໃນປີ 2015 ຕັ້ງຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ປັດຈຸບັນມີທີມ 2 ຊຸດຄື ຮຸ່ນອາຍຸ 12 ປີ ແລະ ຮຸ່ນອາຍຸ 15 ປີ ມີນັກກີລາທັງໝົດ 50 ກວ່າຄົນ ເປີດສອນທຸກໆວັນເສົາ ແລະ ວັນອາທິດ ເລີ່ມແຕ່ເວລາ 8:00 – 11:30 ໂມງ.