ແຕ່ງຕັ້ງທ່ານ ດວງສີ ທຳມະວົງ ເປັນຮອງຫົວໜ້າຫ້ອງການເກັບກູ້ລະເບີດ ຢູ່ ສປປ ລາວ

276

ໃນວັນທີ 12 ມິຖຸນາ 2020 ຜ່ານມານີ້, ທີ່ຫ້ອງປະຊຸມອົງການປະກັນສັງຄົມແຫ່ງຊາດ, ໄດ້ມີພິທີປະກາດຍົກຍ້າຍໜ້າທີ່ ແລະ ແຕ່ງຕັ້ງ ທ່ານ ດວງສີ ທຳມະວົງ ຫົວໜ້າພະແນກຮ່ວມມືອາຊຽນ, ກົມແຜນການ ແລະ ການຮ່ວມມືສາກົນ ຂື້ນເປັນຮອງຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ(ຊກລ), ກະຊວງແຮງງານ ແລະ ສະຫວັດດີການສັງຄົມ( ຕຳແໜ່ງປະເພດ 3 ທຽບເທົ່າຮອງກົມ), ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ຄຳຂານ ພິນສະຫວັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ແລະ ພະນັກງານພາຍໃນກົມເຂົ້າຮ່ວມ.

ພິທີ ຍົກຍ້າຍ-ແຕ່ງຕັ້ງຮອງຫົວໜ້າຫ້ອງການ ຄຊກລ ຄັ້ງນີ້, ແມ່ນອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງ ຮສສ , ອີງຕາມດຳລັດການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງ ຮສສ ແລະ ອີງຕາມແຈ້ງການ ຂອງກະຊວງພາຍໃນ.


ໃນໂອກາດດັ່ງກ່າວ, ທ່ານ ຄຳຂານ ພິນສະຫວັນ ໄດ້ໃຫ້ກຽດມີຄຳເຫັນ ແລະ ໂອ້ລົມ ຕໍ່ພິທີດັ່ງກ່າວວ່າ: ເນື້ອແທ້ຂອງການປະກາດການຈັດຕັ້ງຕຳແໜ່ງບໍລິຫານປະເພດຕ່າງໆ, ແຕ່ງຕັ້ງຕຳແໜ່ງຮອງຫ້ອງການ, ຮອງກົມ ແມ່ນການມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບ ວຽກງານຂອງພັກ-ລັດ ໂດຍສະເພາະ ຂອງຄະນະພັກ ແລະ ສະມະຊິກພັກ ຮ່ວມກັບໝູ່ຄະນະ ໃນການຊີ້ນຳ-ນຳພາ, ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດ ເປັນຕົ້ນຄວາມຮັບຜິດຊອບ ຕໍ່ວຽກງານຄຸ້ມຄອງນຳພາ ວຽກງານແຮງງານ ແລະ ສະຫວັດດີການສັງຄົມ, ກໍຄືວຽກງານ ລບຕ ໃນຂອບເຂດທົ່ວປະເທດ.

ພ້ອມກັນນີ້, ທ່ານ ຍັງຮຽກຮ້ອງໃຫ້ ຮອງຫົວໜ້າຫ້ອງການ ຄຊກລ ຄົນໃໝ່ ໃຫ້ເອົາໃຈໃສ່ ຊີ້ນຳ-ນຳພາ-ຄຸ້ມຄອງ ຍຸດທະສາດຂອງພັກ ແລະ ລັດ, ເປັນຜູ້ທີ່ມີຄວາມຮັບຜິດຊອບ ໃຫ້ມີຜົນສຳເລັດເປັນຢ່າງດີ ແລະ ຊີ້ນຳ-ນຳພາພະນັກງານ ພ້ອມກັນແກ້ໄຂຂໍ້ຂາດຕົກບົກຜ່ອງທັງໝົດໃນການນຳພາ- ຊີ້ນຳ, ຄຸ້ມຄອງ-ບໍລິຫານ ວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ໃນ ສປປ ລາວ ໃຫ້ປະສົບຜົນສຳເລັດ./

( ຂ່າວສານ ຮສສ: ຂ່າວເພັດສະໄໝ, ພາບ: ໜູທອງ)