ຊົມເຊີຍ ພັນທະວຸດ ຄວາມຝັນຢາກຕິດທີມຊາດ ແລະ ມີສະໂມສອນດອກປີກໄກ່ຂອງຕົວເອງ ເປັນຈິງແລ້ວ

154

ຖືວ່າ 2 ຄວາມຝັນຫຼັກຂອງ ພັນທະວຸດ ສີສົມເດດ ທີ່ຢາກຕິດທີມຊາດລາວ ແລະ ມີສະໂມສອນດອກປີກໄກ່ເປັນຂອງຕົວເອງ ກາຍເປັນຈິງແລ້ວ ເພາະກ່ອນໜ້ານີ້ແມ່ນຕິດທີມຊາດລາວ ໃນປີ 2008 ແລະ ຫຼ້າສຸດໃນຕົ້ນເດືອນມິຖຸນາ 2020 ແມ່ນເປີດສອນນັກກີລາດອກປີກໄກ່ ໃນນາມສະໂມສອນຂອງຕົວເອງຢ່າງເປັນທາງການ.

ພັນທະວຸດ ສີສົມເດດ ເລົ່າວ່າ: ເລີ່ມຫຼິ້ນກີລາດອກປີກໄກ່ ແຕ່ຕອນອາຍຸ 9 ປີ ເພາະວ່າກີລານີ້ເປັນກີລາທີ່ມັກທີ່ສຸດ ໂດຍຄວາມຫວັງ ແລະ ເປົ້າໝາຍໃນເວລານັ້ນ ກໍມີຄວາມໄຝ່ຝັນຢາກມີສະໂມສອນເປັນຂອງຕົວເອງ. ຕະຫຼອດໄລຍະທີ່ເລີ່ມຫຼິ້ນ ກໍໄດ້ສະໝັກເຂົ້າຮ່ວມຝຶກຊ້ອມກັບຫຼາຍໆສະໂມສອນ ແລະ ຫວັງຝຶກຕົວເອງໃຫ້ເກັ່ງ ເພື່ອຕິດທີມຊາດ ໃນອະນາຄົດ ກ່ອນຈະມາແຈ້ງເກີດດ້ວຍການທະລຸເຂົ້າຮອບຊີງຊະນເລີດ ໄດ້ທັງ 2 ປະເພດຄື ປະເພດດ່ຽວ ແລະ ຄູ່ ໃນລາຍຂອງການ ເບຍລາວ ໃນປີ 2008 ຕໍ່ດ້ວຍການໄປແຂ່ງຂັນໃຫ້ແຂວງສາລະວັນ ໃນກີລາແຫ່ງຊາດ ທີ່ແຂວງຈໍາປາສັກ ເກມ ໃນປີ 2008 ຍາດໄດ້ທີ 4 ຈົນໃນທີ່ສຸດຄວາມຝັນຂອງກໍກາຍເປັນຈິງ ສາມາດຕິດທີມຊາດໃນປີ 2008 ຫຼັງຈາກນັ້ນກໍເຂົ້າຮ່ວມລາຍການນາໆຊາດ ທີ່ປະເທດໄທ ລວມເຖິງຫຼາຍໆລາຍການທັງໃນລະດັບອາຊຽນ ແລະ ອາຊີ ໂດຍຜົນງານໂດດເດັ່ນທີ່ສຸດຄື ເຂົ້າຮອບ 8 ຄົນສຸດທ້າຍ.

“ ມາເຖິງປີ 2014 ຂ້ອຍກໍຜັນຕົວເອງໄປເປັນຄູຝຶກພາ ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມກີລາແຫ່ງຊາດ ທີ່ແຂວງອຸດົມໄຊ ສາມາດພາທີມຍາດໄດ້ 1 ຫຼຽນເງິນ ແລະ 1 ຫຼຽນທອງ ; ຕໍ່ມາກໍເຂົ້າຝຶກອົບຮົມການເປັນຄູຝຶກ ໂດຍມີຄູຝຶກຈາກ ມາເລເຊຍ ເປັນຜູ້ສິດສອນ ຈົນສາມາດໄດ້ໃບປະກາດການເປັນຄູຝຶກດອກປີກໄກ່ 3 ໃບ ( ລະດັບເລີ່ມຕົ້ນ, ເລເວລ 2 ແລະ ເວເວລ 3 ) ພາຍໃນໄລຍະ 2 ປີ ຈົນກ້າວຂຶ້ນເປັນຄູຝຶກທີມຊາດລາວ ນັບຕັ້ງແຕ່ນັ້ນມາ. ແນ່ນອນປັດຈຸບັນໃນນາມນ້ອງເປັນຄູຝຶກທີມຊາດລາວ ກໍຢາກຜັກດັນໃຫ້ກັບ ນັກກີລາທີມຊາດລາວ ໄດ້ຂຶ້ນເວທີຮັບລາງວັນໃນລາຍການຕ່າງປະເທດ ເຊິ່ງປັດຈຸບັນໄດ້ສອນນັກກີລາທີມຊາດລາວ ໂດຍສະເພາະຈໍານວນ 6 ຄົນ ເຄີຍເຂົ້າຮ່ວມແຂ່ງຂັນລາຍການລະດັບອາຊຽນ ໂດຍຜົນງານດີທີ່ສຸດຄືຍາດໄດ້ອັນດັບ 3 ໃນລາຍການລະດັບນັກຮຽນອາຊຽນ, ສ່ວນປັດຈຸບັນກໍໄດ້ຝຶກຊ້ອມທຸກມື້ ເພື່ອກຽມພ້ອມເຂົ້າຮ່ວມແຂ່ງຂັນລາຍການໃນອະນາຄົດ ແລະ ໃຫ້ນ້ອງສ້າງຜົນງານໂດດເດັ່ນໃນເວທີລະດັບພາກພື້ນ ແລະ ສາກົນຕໍ່ໄປ ” ພັນທະວຸດ ສີສົມເດດ ກ່າວ.

ຄູຝຶກດອກປີກໄກ່ ທີມຊາດລາວ ຄົນປັດຈຸບັນ ກ່າວອີກວ່າ: ຫຼ້າສຸດອີກໜຶ່ງເປົ້າໝາຍຂອງຂ້ອຍກໍກາຍເປັນຈິງອີກຢ່າງນັ້ນກໍຄື ການມີສະໂມສອນເປັນຂອງຕົວ ໂດຍໃສ່ຊື່ວ່າ ກັບຕັນ ທີ່ເປັນສະໂມສອນນ້ອງໃໝ່ ໄດ້ເປີດໃຫ້ບໍລິການ ແລະ ສອນກີລາດອກປີກໄດ່ ໃນວັນທີ 1 ມິຖຸນາ 2020 ເພື່ອເຜີຍແຜ່, ສ້າງນັກກີລາ ແລະ ພັດທະນາກີລາດອກປີກໄກ່ໃນປະເທດລາວ ໃຫ້ສູງຂຶ້ນ ຈົນກ້າວໄປສູ່ທີມຊາດໃນອະນາຄົດ.
ໄລຍະພຽງ 2 ອາທິດກວ່າມີນັກກີລາດອກປີກໄກ່ ທີ່ເຂົ້າມາຮຽນນໍາ 20 ກວ່າຄົນແລ້ວ ມີທັງຮຸ່ນເຍົາວະຊົນ ຈົນຮອດຮຸ່ນທົ່ວໄປ ແນ່ນອນໃນໄວໆນີ້ພວກເຮົາມີແຜນຈະຈັດການແຂ່ງຂັນສໍາລັບເດັກນ້ອຍຂຶ້ນທີ່ສະໂມສອນພວກເຮົາ ເພື່ອເປັນການເປີດຕົວສະໂມສອນ ເຊິ່ງການສອນຂອງໂຮງຮຽນພວກເຮົາແມ່ນຈະສອນແບບລະບົບໂຮງຮຽນຄື ເລີ່ມຮຽນຕັ້ງແຕ່ 9 ໂມງເຊົ້າ ຫາ 17 ໂມງ ສາມາດເລືອກຮຽນຈັນ-ສຸກ ແລະ ເສົາ-ອາທິດກໍໄດ້ ຫຼັງຈາກຮຽນຈົບຈະມີໃບຢັ້ງຢືນຈາກ ສະຫະພັນດອກປີກໄກ່ແຫ່ງຊາດລາວ ໃຫ້ພ້ອມ. ນອກນັ້ນກໍຍັງມີການສອນພິເສດຄື ເລີ່ມ 17 ໂມງຂອງທຸກມື້ເປັນຕົນໄປ.

ສໍາລັບ ພັນທະວຸດ ສີສົມເດດ ອາຍຸ 31 ເກີດທີ່ບ້ານໂນນສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແມ່ນຄູຝຶກຕົວຫຼັກໃນການສອນທີ່ສະໂມສອນ ກັບຕັນ ຕັ້ງຢູ່ບ້ານໂຊກຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ມີຄູຝຶກມາສອນຊ່ວຍອີກ 3 ທ່ານ ເຊິ່ງຈະຮັບສອນວັນຈັນ ຫາ ວັນສຸກ ມື້ລະ 2 ຊົ່ວໂມງ, ສ່ວນວັນເສົາ-ອາທິດ ແມ່ນເລີ່ມ 9 ໂມງເຊົ້າ ຫາ 15 ໂມງ ໂດຍປັດຈຸບັນແມ່ນມີນັກກີລາມາຮຽນຕີດອກປີກໄກ່ ຈໍານວນ 21 ຄົນ ເຊິ່ງຄາດວ່າ ໃນປີນີ້ຈະມີນັກກີລາມາຮຽນນໍາບໍ່ຫຼຸດ 30-40 ຄົນ.