“ຊີ້ນດາດ” ເມນູທີ່ທຸກຄົນຕ້ອງການຊີ້ນດາດທີ່ຫຼາຍຄົນມັກ ແລະ ຂາດບໍ່ໄດ້ ເພາະເມນູນີ້ເປັນເມນູຍອດນິຍົມຂອງທຸກຄົນໄປແລ້ວ ໂດຍສະເພາະເວລາໄປກິນຊີ້ນດາດຢູ່ຮ້ານແມ່ນຈະຕ້ອງເລືອກຮ້ານທີ່ມີວັດຖຸດິບໃຫ້ເລືອກກິນຫຼາກຫຼາຍ ພ້ອມທັ້ງກິນແບບບໍ່ຈຳກັດ ແຕ່ຊ່ວງນີ້ຈະອອກໄປກິນຢູ່ຮ້ານກໍຢ້ານໂຄວິດ-19 ແອັດມິນເລີຍຈະມາບອກຕໍ່ ສູດການໝັກໝູ ເຮັດນ້ຳແຈ່ວຊີ້ນດາດໃຫ້ສຳລັບຄົນທີ່ບໍ່ຢາກໄປກິນຢູ່ຮ້ານ ມາລອງເຮັດກິນເບິ່ງ.
ສ່ວນທີ 1 ໝັກຊີ້ນໝູ
ຊີ້ນໝູ 300 ກຣາມ
ສະອິ໊ວຂາວ 1 ບ່ວງແກງ
ຊອດຫອຍ 2 ບ່ວງແກງ
ພິກໄທບົດ 1 ບ່ວງແກງ
ນ້ຳມັນງາ 1 ບ່ວງແກງ
ສ່ວນທີ 2 ນ້ຳແຈ່ວສີແດງ
ຊອດໝາກເຜັດ 2 ຖ້ວຍ
ນ້ຳຕານຊາຍ 3 ບ່ວງແກງ
ນ້ຳກະທຽມດອງ ¼ ຖ້ວຍ
ຊອດຫອຍ 2 ບ່ວງແກງ
ສະອິ໊ວຂາວ 2 ບ່ວງແກງ
ງາຂາວຂົ້ວ 2 ບ່ວງແກງ
ກະທຽມສັບ 100 ກຣາມ
ໝາກເຜັດສັບ 100 ກຣາມ
ຫອມປ້ອມ 40 ກຣາມ
ວິທີປຸງນ້ຳແຈ່ວແດງ
ຕັ້ງໝໍ້ແລ້ວເທຊອດໝາກເຜັດ ນ້ຳຕານຊາຍ ນ້ຳກະທຽມດອງ ສະອິ໊ວຂາວ ຊອດຫອຍ ລົງໄປແລ້ວຄົນໃຫ້ເຂົ້າກັນໄປເລື່ອຍໆ ແລ້ວໃສ່ກະທຽມ ໝາກເຜັດ ຫອມປ້ອມ ຄົນອີກຈັກໜ່ອຍກໍຮຽບຮ້ອຍແລ້ວ.
ສ່ວນທີ 3 ນ້ຳແຈ່ວໃສ
ນ້ຳດື່ມສະອາດ 3 ບ່ວງແກງ
ນ້ຳຕານຊາຍ 1/3 ຖ້ວຍ
ນ້ຳກະທຽມດອງ ¼ ຖ້ວຍ
ນ້ຳປາ 4 ບ່ວງແກງ
ນ້ຳສົ້ມສາຍຊູ 1 ຖ້ວຍ
ຊອດໝາກເຜັດ 4 ບ່ວງແກງ
ງາຂາວຂົ້ວ 2 ບ່ວງແກງ
ກະທຽມສັບ 100 ກຣາມ
ໝາກເຜັດສັບ 100 ກຣາມ
ວິທີປຸງນ້ຳແຈ່ວໃສ
ຕັ້ງໝໍ້ ໃສ່ນ້ຳດື່ມ ນ້ຳຕານຊາຍ ນ້ຳກະທຽມດອງ ນ້ຳປາ ນ້ຳສົ້ມສາຍຊູ ຊອດໝາກເຜັດ ຄົນຈົນໝໍ້ຟົດເຄື່ອງປຸງເຂົ້າກັນດີ ໃສ່ງາຂາວຂົ້ວ ກະທຽມສັບ ໝາກເຜັດສັບ ພ້ອມເສີບ.
ແຟນຂ່າວໄດ້ສູດຊີ້ນດາດນີ້ໄປແລ້ວ ກໍຢ່າລືມເອົາໄປເຮັດກິນກັບຄອບຄົວລອງເບິ່ງ.