ຄ້າຍມວຍ ສອນທອງຄຳ ສືບຕໍ່ສ້າງນັກມວຍຫວັງເຜີຍແຜ່ມູນເຊື້ອມວຍລາວ ກ້າວສູ່ສາຍຕາມວຍໂລກ

210

ສະໂມສອນ ມວຍ ສອນທອງຄຳ ກັບມາເປີດບໍລິການຄືນໃໝ່ ເພື່ອສືບຕໍ່ຝຶກຊ້ອມນັກກີລາໃນສັງກັດ ແລະ ຮັບໃຊ້ບໍລິການແກ່ສັງຄົມ ເມື່ອທ້າຍເດືອນພຶດສະພາ ທີ່ຜ່ານມາ. ຫຼ້າສຸດ ທ່ານ ນິລັດຖາ ສອນທອງຄໍາ ປະທານສະໂມສອນ ມວຍ ສອນທອງຄຳ ໃຫ້ສຳພາດວ່າ: ສະໂມສອນ ມວຍ ສອນທອງຄຳ ໄດ້ສ້າງຕັ້ງມາແຕ່ ປີ 2016 ຈົນມາເຖິງປັດຈຸບັນ ຄົບຮອບ 4 ປີແລ້ວ ຈຸດປະສົງໃນການສ້າງສະໂມສອນ ແມ່ນມີເປົ້າໝາຍຢາກຈະສົ່ງການພັດທະນານັກກິລາມວຍລາວ ເພື່ອເຜີຍແຜ່ສິລະປະມວຍລາວ ມວຍຊາດລາວ ອອກສູ່ສາຍຕາສັງວຽນມວຍໃນທົ່ວໂລກ ໄດ້ຮັບຮູ້ເຖິງມູນເຊື້ອວິລະກຳມວຍລາວ ໃນສະໄໝຕໍ່ສູ້ກູ້ຊາດ ສາມາດປົດປ່ອຍປະເທດຊາດມີຄວາມຈະເລີນຮຸ່ງເຮືອງໃນປັດຈຸບັນ.

“ ນອກນັ້ນ ກໍຍັງເປັນການປະຕິບັດຕາມພັນທະຂອງ ສະຫະພັນມວຍແຫ່ງຊາດລາວ ໃນການສ້າງນັກກີລາຮຸ່ນສືບທອດ ເພື່ອກ້າວຂຶ້ນຕິດທີມຊາດ ໃນອະນາຄົດ ແນໃສ່ເຂົ້າຮ່ວມແຂ່ງຂັນສ້າງຜົນງານກີລາມວຍໃນລາຍການຕ່າງໆ ເພື່ອເປັນກຽດສັກສີ ແລະ ຊື່ສຽງ ມາສູ່ປະເທດຊາດ. ສຳລັບສະໂມສອນ ມວຍ ສອນທອງຄຳ ໄດ້ເປີດຝຶກສອນຄືນໃໝ່ ເຊິ່ງມີນັກກີລາມວຍໃນຕົ້ນສັງກັດທັງໝົດ 7 ຄົນ (ຊາຍ 7 ຄົນ) ນອກນັ້ນ ກໍເປັນນັກກີລານອກສະໂມສອນທີ່ມາໃຊ້ບໍລິການຝຶກແອບຢາກເປັນນັກກີລາມວຍລາວດີເດັ່ນ ເພື່ອຫຼິ້ນກີລາມວຍລາວໃຫ້ຖືກວິທີ ເພື່ອໄວ້ປ້ອງກັນຕົວໃນຍາມສຸກເສີນເກີດເຫດທີ່ບໍ່ຄາດຄິດ ຈຳນວນ 30 ກວ່າຄົນ ” ທ່ານ ນິລັດຖາ ສອນທອງຄໍາ ກ່າວ.

ປະທານສະໂມສອນມວຍ ສອນທອງຄຳ ກ່າວຕື່ມວ່າ: ສະໂມສອນ ມວຍ ສອນທອງຄຳ ນອກຈາກຈະເປີດສອນກີລາມວຍລາວແລ້ວ ກໍຍັງມີການສອນກີລາຄິກບ໋ອກຊີງ ແລະ ກີລາປະເພດຕໍ່ສູ້ປ້ອງກັນຕົວອື່ນໆອີກ ໂດຍມີຄູຝຶກທີ່ມີປະສົບການລະດັບຊາດ ເປັນຜູ້ຝຶກໃຫ້. ພາຍໃນສະໂມສອນ ມີເຄື່ອງອຸປະກອນທີ່ທັນສະໄໝ ເປັນຕົ້ນແມ່ນເຄື່ອງອອກກຳລັງກາຍຕ່າງໆອີກ.

ຕະຫຼອດໄລຍະ 4 ປີ ແຫ່ງການສ້າງຕັ້ງສະໂມສອນ ກໍສາມາດສົ່ງນັກກີລາເຂົ້າຮ່ວມແຂ່ງຂັນ ລາຍການ ທັງພາຍໃນ ແລະ ຕ່າງປະເທດ ສະເພາະພາຍໃນ ຮ່ວມແຂ່ງຂັນລາຍການ ຄຳເສັງ ໄຟທ໌; ສ່ວນນອກປະເທດ ໄດ້ເຂົ້າຮ່ວມແຂ່ງຂັນ ລາຍການ ແມັກມວຍໄທ ທີ່ປະເທດໄທ ຈັດຂຶ້ນໃນແຕ່ລະເດືອນອີກ.