ສຶກສາ 4 ເງື່ອນໄຂ ການຮັບສິດກູ້ຢືມເງິນກອງທຶນສົ່ງເສີມ SMEs 200 ຕື້ກີບ

231

ໃນໄລຍະຜ່ານມາ ເຄີຍມີຫາງສຽງ ຫຼື ຄໍາຖາມຂ້ອງຄາໃຈຫຼາຍສົມຄວນ ສໍາລັບການກູ້ຢືມເງິນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ສ່ອງແສງຫຼາຍສຸດກໍ່ແມ່ນຜູ້ປະກອບການ ກ່ຽວກັບເລື່ອງຊັບສິນການຄ້ຳປະກັນອື່ນໆ ແຕ່ກໍ່ຍັງບໍ່ມີຄໍາຕອບວ່າເຮັດແນວໃດຈຶ່ງຈະໄດ້ເງິນກູ້ຢືມຮ່ວງດັ່ງກ່າວ, ດັ່ງນັ້ນ ມື້ນີ້ ແອັດມິນໄດ້ໄປຫາຂໍ້ມູນ ຫຼື ເງື່ອນໄຂຕ່າງໆ ທີ່ຈະເຮັດໃຫ້ຜູ້ສົນໃຈເງິນກູ້ນີ້ ໄດ້ຮັບສິດໃນການກູ້ຢືມ.

ພາບປະກອບຂ່າວເທົ່ານັ້ນ

ແນວໃດກໍ່ດີ ເວົ້າເລື່ອງເງິນຄຳເປັນຊັບສິນທີ່ຕ້ອງການຄວາມລະອຽດທັງຜູ້ຢືມ ແລະຜູ້ໃຫ້ຢືມ ດ້ວຍເຫດນີ້ກ່ອນຈະໄດ້ຢືມ ກໍ່ຕ້ອງກວດເບິ່ງຄວາມພ້ອມຂອງທ່ານໃຫ້ດີ ອັນສຳຄັນຕ້ອງມີ 4 ເງື່ອນໄຂນີ້:

1 ເປັນຫົວຫນ່ວຍທຸລະກິດ SMEs
ແນ່ນອນ ຊື່ທີ່ເພິ່ນຕັ້ງກໍ່ບອກແລ້ວວ່າ ເງິນກູ້ສົ່ງເສີມ SMEs ດັ່ງນັ້ນ ກໍ່ຊັດເຈນແລ້ວວ່າເງື່ອນໄຂທີ່ຜູ້ກູ້ຈະໄດ້ຮັບການສົ່ງເສີມກໍ່ແມ່ນຫົວໜ່ວຍທຸລະກິດ ຂະໜາດນ້ອຍ ແລະ ກາງ (SMEs) ລວມເຖິງຈຸນລະວິສາຫະກິດ ທີ່ຈົດທະບຽນວິສາຫະກິດຢ່າງຄົບຖ້ວນ.

ພາບປະກອບຂ່າວເທົ່ານັ້ນ

2 ຖືບັນຊີຢ່າງເປັນລະບົບ

ອັນນີ້ກໍ່ແນ່ນອນ, ນີ້ແມ່ນເງິນກູ້ ບໍ່ແມ່ນເງິນຊ່ວຍເຫຼືອລ້າ ດັ່ງນັ້ນ ເປັນທຳມະດາທີ່ການປ່ອຍເງິນກູ້ຢືມກໍ່ຕ້ອງຮັບປະກັນການເກັບເງິນຄືນ, ເພື່ອເປັນການໝັ້ນໃຈວ່າຈະສາມາດຊຳລະເງິນກູ້ຄືນໄດ້ ວິສາຫະກິດທີ່ກູ້ເງິນໄປຈຳເປັນຕ້ອງມີການຖືບັນຊີຢ່າງເປັນລະບົບ ທີ່ສາມາດຄຸ້ມຄອງການເຄື່ອນໄຫວທຸລະກິດຂອງຕົນ ທີ່ສາມາດວັດໄດ້ເຖິງປະສິດທິຜົນຂອງທຸລະກິດໄດ້ເປັນຢ່າງດີ.

ພາບປະກອບຂ່າວເທົ່ານັ້ນ

3 ໄດ້ຜ່ານການຝຶກອົບຮົມການສ້າງຄວາມເຂັ້ມແຂງໃນການສ້າງແຜນທຸລະກິດ ແລະ ການຄຸ້ມຄອງ ທີ່ຈັດໂດຍສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍສະເພາະຈຸນລະວິສາຫະກິດທີ່ຍັງບໍ່ທັນເຂັ້ມແຂງໃນການສ້າງແຜນທຸລະກິດ ແລະ ຍັງບໍ່ທັນເຂັ້ມແຂງໃນການສ້າງລະບົບຄຸ້ມຄອງບັນຊີ-ການເງິນ ທາງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເພິ່ນກໍ່ໄດ້ຈັດຝຶກອົບຮົມ-ສ້າງຄວາມເຂັ້ມແຂງໃຫ້, ສຳລັບທຸລະກິດທີ່ຍັງຂາດປະສົບການດ້ານການສ້າງແຜນທຸລະກິດ ແລະ ການຄຸ້ມຄອງບັນຊີການເງິນ ເພິ່ນກໍ່ມີແບບທີ່ງ່າຍດາຍ ແບບພື້ນຖານໃຫ້ ນີ້ກໍ່ແມ່ນຄວາມພະຍາຍາມທີ່ຈະຊ່ວຍເຫຼືອທຸລະກິດຂະໜາດນ້ອຍ ແລະ ກາງອີກທາງໜຶ່ງ.

ພາບປະກອບຂ່າວເທົ່ານັ້ນ

4 ມີແຜນທຸລະກິດທີ່ດີ

ອັນນີ້ສຳຄັນທີ່ສຸດ, ແຜນທຸລະກິດແມ່ນສິ່ງທີ່ບົ່ງຊີ້ວ່າທຸລະກິດຂອງທ່ານຈະເຮັດຫຍັງ? ສິ່ງທີ່ທ່ານເຮັດນັ້ນຈະມີປະສິດທິຜົນພຽງໃດ? ຖ້າຫາກທ່ານມີວິທີການທີ່ດີ ແລະ ຈະສາມາດຊຳລະເງິນຄືນໃຫ້ແກ່ສະຖາບັນການເງິນໄດ້ແທ້ ທ່ານກໍ່ເໝາະສົມແລ້ວທີ່ຈະໄດ້ຮັບການສົ່ງເສີມນີ້. ຖ້າທ່ານໝັ້ນໃຈໃນແຜນທຸລະກິດຂອງທ່ານດີ ທ່ານກໍ່ຈະຂຽນອອກມາໃນແຜນທຸລະກິດຂອງທ່ານໄດ້ບໍ່ຍາກ, ບາງທ່ານອາດຈະມີວິທີດຳເນີນທຸລະກິດທີ່ດີ, ໝັ້ນໃຈໃນກິດຈະການທີ່ຕົນເອງເຮັດ ແລະ ມີຕະຫຼາດຢູ່ແລ້ວ ແຕ່ຂາດຄວາມໝັ້ນໃຈໃນການສ້າງແຜນທຸລະກິດ ອາດຈະຍ້ອນຂາດປະສົບການ ເລີຍບໍ່ຮູ້ຈະເລີ່ມຕົ້ນແນວໃດ ແນະນຳໃຫ້ຕິດຕໍ່ສອບຖາມ ແລະ ຮັບຄຳແນະນຳຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຫຼື ສະພາການຄ້າ ແລະ ອຸດສາຫະກຳແຂວງ ຫຼື ນະຄອນຫຼວງໄດ້.

ຂໍ້ມູນຈາກ: ສະພາການຄ້າ ແລະ ອຸດສາຫະກໍານະຄອນຫຼວງວຽງຈັນ