ຂ່າວດີ 62 ມື້ ລາວເຮົາບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

71

ເປັນເວລາ 62 ມື້ແລ້ວ ທີ່ ສປປ ລາວ ປະກາດຂ່າວດີບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ເຊິ່ງຍອດສະສົມຜູ້ຕິດເຊື້ອມີພຽງ 19 ຄົນ ແລະ ປັດຈຸບັນນີ້ພວກເຂົາເຫຼົ່ານັ້ນ ລ້ວນປິ່ນປົວດີ ອອກໂຮງໝໍໝົດທຸກຄົນແລ້ວ ເຊິ່ງຖືໄດ້ວ່າຕອນນີ້ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ແຕ່ລັດຖະບານກໍ່ບໍ່ໄດ້ນິ້ງນອນໃຈ ຍັງໃຫ້ປະຕິບັດມາດຕະການຄວບຄຸມການລະບາດຂອງພະຍາດດັ່ງກ່າວຢ່າງເຂັ້ມງວດ.

ອີງຕາມບົດຂ່າວຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 13 ມິຖຸນາ 2020 ໃຫ້ຮູ້ວ່າ: ໃນວັນທີ 12 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 227 ຄົນ, ໃນນັ້ນ ບຸກຄົນທົ່ວໄປບໍ່ມີອາການ 4 ຄົນ, ແຮງງານລາວກັບມາແຕ່ໄທ 221 ຄົນ, ແຮງງານຫວຽດນາມ 2, ເຊິ່ງຜົນກວດທັງໝົດມື້ວານນີ້ ບໍ່ພົບເຊື້ອ (ໃນວັນທີ 12 ມິຖຸນາ 2020 ບໍ່ມີຜູ້ຕິດເຊື້ອໃໝ່).

ພາບປະກອບຂ່າວເທົ່ານັ້ນ

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 12 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 9.703 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (62 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ພາບປະກອບຂ່າວເທົ່ານັ້ນ