ສຕລ ກໍານົດແຂ່ງຂັນບານເຕະ ຢູ 12 ຊີງຂັນ ສຕລ ຮອບຮອງຊະນະເລີດ ແລະ ຮອບຊິງ ທ້າຍເດືອນນີ້

106

ການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 12 ປີ ຊີງຂັນສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ປະຈໍາປີ 2020 ຮອບຮອງຊະນະເລີດ ແລະ ຮອບຊີງຊະນະເລີດ ໄດ້ວັນເວລາແຂ່ງຂັນຢ່າງເປັນທາງການແລ້ວໂດຍຈະຈັດຂຶ້ນໃນວັນທີ 27 ມິຖຸນາ 2020.

ການແຂ່ງຂັນບານເຕະເຍົາວະຊົນຊາຍຮຸ່ນອາຍຸບໍ່ເກີນ 12 ປີ ຊີງຂັນ ສຕລ ປະຈຳປີ 2020 ຮອບ 4 ທີມ ແລະ ຮອບຊີງຊະນະເລີດ ໂດຍປົກກະຕິແມ່ນຈະແຂ່ງຂັນໃນວັນທີ 7 ມີນາ 2020 ແຕ່ຕ້ອງເລື່ອນການແຂ່ງຂັນອອກໄປແບບບໍ່ມີກຳນົດຈາກບັນຫາການລະບາດຂອງໂຄວິດ-19 ທີ່ລະບາດຢ່າງຮຸນແຮງໃນເວລານັ້ນ.

ພາຍຫຼັງທີ່ລັດຖະບານອອກມາດຕະການຜ່ອນຜັນ ໂດຍອະນຸຍາດໃຫ້ຈັດການແຂ່ງຂັນກີລາໄດ້ ແຕ່ບໍ່ອະນຸຍາດໃຫ້ມີຜູ້ເຂົ້າຊົມ, ສຕລ ກໍອອກມາປະກາດຢ່າງທາງການໃນວັນທີ 10 ມິຖຸນາ 2020 ວ່າ: ການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 12 ປີ ຊີງຂັນ ສຕລ 2020 ຈະກັບມາແຂ່ງຂັນ ຮອບຮອງຊະນະເລີດ ແລະ ຊີງຊະນະເລີດ ໃນວັນເສົາ 27 ມິຖຸນາ 2020

ສໍາລັບການແຂ່ງຂັນ ຮອບຮອງຊະນະເລີດ ແມ່ນຈະຈັດຂຶ້ນໃນຕອນເຊົ້າ
– ເວລາ 09:30 ໂມງ ມຊ ເອັຟຊີ ພົບ ດີເຄ ເອັຟຊີ ທີ່ສະຫນາມຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ສະໜາມ 1.
– ເວລາ 09:30 ໂມງ ເຄເອັນຊີ ພົບ ລ໋ອບ ສະເຕດ້ຽມ ທີ່ສະຫນາມຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ ສະໜາມ 2
ສ່ວນການແຂ່ງຂັນຮອບຊີງຊະນະເລີດ ແລະ ຊີງອັນດັບ 3 ແມ່ນຈະໄດ້ຈັດຂຶ້ນໃນຕອນແລງ ເວລາ 15:30 ໂມງ.