ລາວທີຊິກມາເນີ ນຳຜະລິດຕະພັນຊາມອບໃຫ້ ຫສນຍ ຕ້ອນຮັບແຂກ

199

ບ້ານເຮົາຍັງເປັນປະເທດທີ່ອຸດົມສົມບູນດ້ວຍທຳມະຊາດ ເວົ້າເຖິງການປູກຝັງລ້ຽງສັດທີ່ອອກຈາກປະເທດເຮົາແມ່ນຍັງເປັນທີ່ໄວ້ໃຈຂອງຜູ້ບໍລິໂພກ ແລະຄວາມຈີງກໍ່ເປັນເຊັ່ນນັ້ນ ຜະລິດຕະພັນສິນຄ້າທີ່ແປຮູບຈາກວັດຖຸດິບຢູ່ບ້ານເຮົາກໍ່ຍ່ອມເປັນທີ່ຄອງໃຈຂອງຜູ້ທີ່ໄດ້ຊີມລົດຊາດ, ສະນັ້ນ ເພື່ອເປັນການໂຄສະນາສິນຄ້າທີ່ຜະລິດຢູ່ໃນ ສປປ ລາວ ທັງເປັນການປະກອບສ່ວນແກ່ວຽກງານພິທີການຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ) ບໍລິສັດລາວທີຊິກມາເນີການຄ້າ ຂາອອກ-ຂາເຂົ້າ ຈຳກັດ (Lao Three Six Manor Trade Export-Import SOLE CO., LTD) ຈິ່ງໄດ້ນຳເອົາຜະລິດຕະພັນຊາ ໄປມອບໃຫ້ ຫສນຍ.

ພິທີມອບ-ຮັບມີຂຶ້ນໃນຕອນບ່າຍ ຂອງວັນທີ 9 ມິຖຸນາ 2020 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ເຊິ່ງການມອບການຊ່ວຍເຫຼືອຄັ້ງນີ້ ແມ່ນເພື່ອເປັນຂອງຂວັນ, ຂອງຝາກ ໃຫ້ແຂກທີ່ມາຢ້ຽມຢາມ ຫສນຍ ລວມມູນຄ່າທັງໝົດ 100.000 ໂດລາສະຫະລັດ ຊຶ່ງກ່າວມອບໂດຍທ່ານ ຢ້ຽນ ຢົ່ງ, ອຳນວຍການບໍລິສັດ ລາວທີຊິກມາເນີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ແລະ ກ່າວຮັບແມ່ນ ທ່ານ ຄຳລາວັນ ຈັນທະລາວັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີພະນັກງານ ທີ່ກ່ຽວຂ້ອງຂອງແຕ່ລະພາກສ່ວນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຢ້ຽນ ຢົ່ງ ໄດ້ໃຫ້ຮູ້ວ່າ: ຊາດັ່ງກ່າວ ແມ່ນຜະລິດຕະພັນຈາກສວນຊາ 36, ມີເນື້ອທີ່ປູກ 150 ກວ່າເຮັກຕາ, ປູກຢູ່ດິນພູເຂົາໄຟ ຢູ່ເຂດພູພຽງບໍລິເວນ, ເມືອງປາກຊ່ອງ, ແຂວງຈຳປາສັກ ທີ່ມີອາກາດຊຸ່ມເຢັນ ເໝາະສົມແກ່ການປູກຊາທີ່ສຸດ, ສົ່ງຜົນໃຫ້ຊາມີລົດຊາດດີເປັນພິເສດ, ເປັນຊາອິນຊີ (ປອດສານພິດ) ໂດຍຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານ ຈາກອົງການ Eurofins. ໃນສວນຊາດັ່ງກ່າວ ປະກອບດ້ວຍ ຕົ້ນຊາພັນປີ, ຕົ້ນຊາຮ້ອຍປີ, ຕົ້ນໄມ້ກິນໝາກ ແລະ ຕົ້ນກາເຟ.

ສຳລັບບໍລິສັດ ຖືວ່າເປັນບໍລິສັດໜຶ່ງດຽວໃນ ສປປ ລາວ ທີ່ຜະລິດຊາ ແບບປະສົມປະສານ ນັບແຕ່ຂັ້ນຕອນການປູກ, ການເກັບ, ການຜະລິດ ຈົນຮອດການຈຳໜ່າຍ; ໃນນັ້ນ ໂຮງງານໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2017, ປະຈຸບັນ ບໍລິສັດ ມີຜະລິດຕະພັນຊາຫຼາຍຊື່ ໂດຍຂຶ້ນກັບຄຸນລັກສະນະສະເພາະຂອງຊາ ເປັນຕົ້ນ ຊາປາກຊ່ອງຮຸ່ງເຮືອງ, ຊາທັບທິມແດງປາກຊ່ອງ, ຊາລາສີປາກຊ່ອງ, ຊາມໍລະກົດປາກຊ່ອງ, ຊາທັບທີມຟ້າປາກຊ່ອງ, ຊາຫຍົກປາກຊ່ອງ ແລະ ອື່ນໆ. ສຳລັບຕະຫຼາດຈຳໜ່າຍ ສ່ວນໃຫຍ່ແມ່ນສົ່ງອອກໄປຂາຍທີ່ ສປ ຈີນ ຊຶ່ງເປັນຊາທີ່ມີຊື່ສຽງ, ເປັນທີ່ຮັບຮູ້ ແລະ ໄດ້ຮັບຄວາມນິຍົມຊົມຊອບເປັນຢ່າງດີ.

ໃນໂອກາດດຽວກັນ, ທ່ານ ຄຳລາວັນ ຈັນທະລາວັນ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການມອບຜະລິດຕະພັນຊາ ຂອງບໍລິສັດ ລາວທີຊິກມາເນີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ໃຫ້ແກ່ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ໃນຄັ້ງນີ້, ພ້ອມທັງ ໄດ້ກ່າວຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຕັດສີນໃຈເລືອກລົງທຶນປູກ ແລະ ສ້າງຕັ້ງໂຮງງານຜະລິດຊາ ຢູ່ ສປປ ລາວ ຂອງບໍລິສັດ, ຊຶ່ງເຫັນວ່າ ສອດຄ່ອງກັບນະໂຍບາຍສົ່ງເສີມການລົງທຶນ ຂອງ ສປປ ລາວ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ແລະ ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນ, ຖ່າຍທອດຄວາມຮູ້ທາງດ້ານເຕັກນິກວິຊາການ, ເຮັດໃຫ້ປະຊາຊົນ ມີວຽກເຮັດງານທຳ, ມີລາຍຮັບ ແລະ ໄດ້ຊ່ວຍເຫຼືອທ້ອງຖິ່ນ ໃນການສ້າງໂຮງຮຽນ, ຖະໜົນຫົນທາງ ແລະ ອື່ນໆ.

ນອກຈາກນັ້ນ ທ່ານ ຄຳລາວັນ ຈັນທະລາວັນ ກໍ່ຍັງໄດ້ສະເໜີໃຫ້ບໍລິສັດ ສືບຕໍ່ຊ່ວຍສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນທ້ອງຖິ່ນ ນັບມື້ຫຼາຍຂຶ້ນ, ສ້າງເງື່ອນໄຂ ໃຫ້ປະຊາຊົນ ໄດ້ຮຽນຮູ້ທາງດ້ານເຕັກນິກກະສິກຳ, ການປຸງແຕ່ງ, ການບໍລິຫານ ແລະ ອື່ນໆ ເພື່ອໃຫ້ສາມາດສືບຕໍ່ປະຕິບັດວຽກງານ ແລະ ມີຄວາມເຂັ້ມແຂງຂຶ້ນໃນຕໍ່ໜ້າ.
ພາບ ແລະ ຂ່າວ: ຫສນຍ