ລັດເຫັນດີໃຫ້ຂະຫຍາຍໂຄງການບໍ່ຄຳເຊໂປນຕໍ່ ແຕ່ຕ້ອງຮັບປະກັນດ້ານສິ່ງແວດລ້ອມ

351

ໂຄງການຂຸດຄົ້ນແຮ່ທາດໃນບໍ່ຄຳເຊໂປນ ນັບແຕ່ມີການດຳເນີນການມາແມ່ນໄດ້ປະກອບສ່ວນຢ່າງຕັ້ງໜ້າແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການສ້າງວຽກເຮັດງານທຳຂອງປະຊາຊົນ ເຮັດຊຸມຊົນທ້ອງຖິ່ນໃກ້ຄຽງມີການປ່ຽນແປງທີ່ດີຂຶ້ນ ລູກຫຼານຂອງເຂົາເຈົ້າຫຼາຍສິບຄົນໄດ້ກາຍເປັນວິຊາການທີ່ອາດບໍ່ມີຮຽນໃນໂຮງຮຽນ ແລະສາມາດນຳໄປຕໍ່ຍອດໃຫ້ແກ່ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ເປັນຢ່າງດີ.

ຢ່າງໃດກໍ່ຕາມໂຄງການບໍ່ຄຳເຊໂປນໄດ້ດຳເນີນການຂຸດຄົ້ນມາຫຼາຍປີເຮັດໃຫ້ແຮ່ໜ້າດິນຄ່ອຍໆໝົດໄປ ແລະມີຄວາມຈຳເປັນຕ້ອງຂະຫຍາຍພື້ນທີ່ຕື່ມຫາກຕ້ອງການຂຸດຄົ້ນຕໍ່ໄປ ສະນັ້ນ ເພື່ອຮັບປະກັນທາງດ້ານສິ່ງແວດລ້ອມ ຈິ່ງໄດ້ຈັດກອງປະຊຸມວິຊາການ ແລະ ຂັ້ນແຂວງ/ສູນກາງ ເພື່ອຜ່ານບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ສະບັບປີ 2020 ຂອງໂຄງການ ຂະຫຍາຍບໍ່ຄໍາເຊໂປນ ຢູ່ເຂດເມືອງວິລະບູລີ, ແຂວງສະຫວັນນະເຂດຂອງບໍລິສັດ ລ້ານຊ້າງມິເນໂຣນສ໌ ລິມິເຕັດ.

ກອງປະຊຸມຄັ້ງສຳຄັນນີ້ມີຂຶ້ນໃນວັນທີ 04 ມິຖຸນາ 2020 ນີ້ທີ່ນະຄອນຫຼວງວຽງຈັນ ໂດຍການ ເປັນປະທານຮ່ວມ ຂອງທ່ານ ນ. ບຸນຄໍາ ວໍລະຈິດ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ນ. ພອນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ສັນຍາ ປຣະເສີດ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແລະ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ. ນອກຈາກນີ້, ຍັງມີຜູ້ຊ່ຽວຊານດ້ານສິ່ງແວດລ້ອມ ຕາງໜ້າຈາກອົງການຈັດຕັ້ງສາກົນ, ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ ຈໍານວນໜຶ່ງກໍ່ໄດ້ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການສະເໜີລາຍລະອຽດ ແລະ ບັນຫາຕ່າງໆ ທີ່ໄດ້ກໍານົດຢູ່ໃນບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການ ຄື: ສະພາບລວມ ແລະ ຈຸດພິເສດຂອງໂຄງການ, ບັນດາກິດຈະກໍາ ແລະ ໜ້າວຽກຂອງໂຄງການ, ຜົນກະທົບທີ່ອາດຈະເກີດຂຶ້ນຈາກກິດຈະກໍາຂອງໂຄງການ ແລະ ມາດຕະການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບດັ່ງກ່າວ, ການຄຸ້ມຄອງອ່າງຫາງແຮ່, ການປັບແລວນໍ້າ ແລະ ການຄຸ້ມຄອງການລະເບີດເອົາແຮ່, ລະບົບ ແລະ ເຕັກໂນໂລຊີ ຂອງໂຮງງານ, ແຜນງົບປະມານໃນການຕິດຕາມກວດກາສິ່ງແວດລ້ອມຂອງໂຄງການ ຈາກຜູ້ຕາງໜ້າບໍລິສັດລ້ານຊ້າງມິເນໂຣນສ໌ ລິມິເຕັດ ແລະ ບໍລິສັດ ESL (Environment, Sustainability, Livelihood) ຈໍາກັດຜູ້ດຽວ ແລະ ບໍລິສັດ SSG (Sustainable Solutions Global Pty Limited) ທີ່ເປັນບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມໃຫ້ແກ່ໂຄງການດັ່ງກ່າວ.

ກອງປະຊຸມໄດ້ປຶກສາຫາລື ພ້ອມທັງປະກອບຄໍາເຫັນ ທາງດ້ານວິຊາການ ຕໍ່ກັບ ວຽກງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການດັ່ງກ່າວ ເພື່ອໃຫ້ມີຄວາມຄົບຖ້ວນ, ຖືກຕ້ອງຕາມລະບຽບກົດໝາຍ ພ້ອມທັງມີຄວາມເປັນເອກະພາບ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ ທັງນີ້ ກໍ່ເພື່ອຮັບປະກັນໃຫ້ໂຄງການມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດໜ້ອຍທີ່ສຸດ ຄຽງຄູ່ກັບການພັດທະນາໄປຕາມທິດສີຂຽວ ແລະ ຍືນຍົງ.

ກອງປະຊຸມໄດ້ຕົກລົງ ເຫັນດີເປັນເອກະພາບໃນການສະໜັບສະໜູນໂຄງການດັ່ງກ່າວ ເພື່ອຊ່ວຍຊຸກຍູ້ ແລະ ປະກອບສ່ວນສໍາຄັນ ເຂົ້າໃນການຂະຫຍາຍຕົວຂອງເສດຖະກິດ-ສັງຄົມແຫ່ງຊາດ ແລະ ການສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນຢູ່ເຂດໃກ້ຄຽງໂຄງການ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ດີຂຶ້ນເທື່ອລະກ້າວ ໂດຍໃຫ້ຄຽງຄູ່ໄປກັບ ການປົກປັກຮັກສາສິ່ງແວດລ້ອມ ທໍາມະຊາດ ແລະ ສິ່ງແວດລ້ອມສັງຄົມ.

Cr: MONRE ກຊສ