ຊົມເຊີຍ! ທ່າແຕງ ສ້າງ 2 ເສັ້ນທາງດິນແດງສໍາເລັດ 100% ດ້ວຍງົບ 2 ຕື້ກວ່າກີບ

160

ໂຄງການກໍ່ສ້າງສ້ອມແປງເສັ້ນທາງດິນແດງສອງເສັ້ນແຕ່ບ້ານກົກພຸງເໜືອ ຫາ ບ້ານຕະກຽວ ແລະ ບ້ານຈຸນລາ (ຄຸ້ມບ້ານປາຍ) ເຂົ້າເຂດການຜະລິດຂອງປະຊາຊົນ ເມືອງທ່າແຕງ ແຂວງເຊກອງ ສຳເລັດແລ້ວ 100% ໂດຍແມ່ນບໍລິສັດສອນກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ແລະ ບໍລິສັດສຸກປະສົງ ກໍ່ສ້າງ ແລະ ສ້ອມແປງຂົວ-ທາງຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າທັງໝົດ 2,5 ຕື້ກວ່າກີບ.

ທ່ານ ບົວໄຂ ໄຊຍະວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງທ່າແຕງ ກ່າວໃນໂອກາດລົງຕິດຕາມ ແລະ ກວດກາຜົນສຳເລັດຂອງການກໍ່ສ້າງເສັ້ນທາງດັ່ງກ່າວໃນວັນທີ 29 ພຶດສະພາ ຜ່ານມາວ່າ: ເສັ້ນທາງແຕ່ບ້ານກົກພຸງເໜືອ ຫາ ບ້ານຕະກຽວ ແລະ ເສັ້ນທາງບ້ານຈຸນລາ ( ຄຸ້ມບ້ານປາຍ ) ເຂົ້າຫາເຂດການຜະລິດຂອງປະຊາຊົນໄດ້ຮັບທຶນອະນຸມັດ 100% ຂອງລັດຖະບານບ້ວງຟື້ນຟູໄພພິບັດປີ 2020 ໂດຍການກໍ່ສ້າງແມ່ນຍົກລະດັບດິນແດງຢຽບແໜ້ນດ້ວຍລະບົບກົນຈັກ ທັງນີ້ເສັ້ນທາງແຕ່ບ້ານກົກພຸງເໜືອ ຫາ ບ້ານກະກຽວມີຄວາມຍາວ 3,4 ກິໂລແມັດ ແລະ ເສັ້ນທາງບ້ານຈຸນລາ ( ຄຸ້ມບ້ານປາຍ )ຍາວ 2,3 ກິໂລແມັດ ກ້ວາງ 6 ແມັດ.

ດ້ານໜ້າວຽກຕ່າງໆປະກອບມີ ໜ້າວຽກຈົກດິນເກົ່າອອກຈາກໜ້າທາງພ້ອມຖົມຄືນ, ກວດປັບຮູບທາງຈົກຮ່ອງລະບາຍນໍ້າຂ້າງທາງ, ຖົມດິນຍົກລະດັບຄືນໃໝ່ໝົດຊ້ວງ ແລະ ຖົມດິນຊັ້ນຮອງພື້ນດ້ວຍວັດສະດຸຈາກບໍ່ ແລະ ກໍ່ສ້າງຂົວຈົມພ້ອມດ້ວຍກໍ່ສ້າງທໍ່ລະບາຍນໍ້າເສັ້ນລະ 2 ຈຸດ. ເຊິ່ງເສັ້ນທາງດັ່ງກ່າວຈະເຮັດໃຫ້ການສັນຈອນໄປ-ມາມີຄວາມສະດວກສະບາຍຂຶ້ນກ່ວາເກົ່າທັງລະດູແລ້ງ ແລະ ລະດູຝົນ.

ຂໍ້ມູນຈາກ: ຂ່າວເມືອງທ່າແຕງ